ໃນລະຫວ່າງການກະກຽມ ໃຫ້ແກ່ວັນປ່ອຍປາ, ອະນຸລັກສັດ
ນ້ຳ ແລະ ສັດ ປ່າແຫ່ງຊາດ, ທ່ານ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄຳສັ່ງ ແນະນຳໄປຍັງຫົວໜ້າພະແນກກະສິ ກຳ ແລະ ປ່າໄມ້ທ້ອງຖິ່ນຕ່າງໆ ໃນຂອບເຂດ ທົ່ວປະເທດໃຫ້ເອົາ ໃຈໃສ່ເພີ່ມທະວີການໂຄສະນາ
ເຜີຍແຜ່ກົດໝາຍວ່າດ້ວຍການ ປະມົງ, ສັດນ້ຳ ແລະ ສັດປ່າ ແລະ ລະ ບຽບການທີ່ກ່ຽວຂ້ອງໃຫ້ປະ ຊາຊົນຊັ້ນຄົ ນຕ່າງໆໄດ້ຮັບຮູ້
ແລະ ເຂົ້າໃຈເນື້ອໃນຈິດໃຈນິຕິ ກຳດັ່ງກ່າວຢ່າງເລິກເຊິ່ງ ແລະ ທົ່ວເຖິງ ເພື່ອເຂົ້າຮ່ວມຈັດຕັ້ງ
ຢ່າງເຂັ້ມງວດ ແລະ ໃຫ້ເປັນຮູບ ປະທຳຫລາຍຂຶ້ນ ຕົ້ນຕໍແມ່ນເລັ່ງ ໃສ່ບັນດາຂະແໜງການ, ວິຊາການ,
ຜູ້ປະກອບການດ້ານການ ປະມົງລວມໄປເຖິງກະສິກອນ ອື່ນໆ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າ ໃຈກວ້າງຂວາງຕໍ່
ເນື້ອໃນກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນກົດໝາຍວ່າດ້ວຍການປະມົງ ປະ ກອບມີ 10 ພາກ, 72 ມາດຕາ
ເຊິ່ງປະກາດໃຊ້ໃນ
ເດືອນກໍລະກົດ 2009. ເຖິງຢ່າງໃດກໍດີ, ຕໍ່ບັນຫາ ນີ້, ທ່ານ ສົມມະໂນ ພູນສະຫວັດ
ຜູ້ຮັບຜິດຊອບພະແນກຄຸ້ມຄອງ ການ ປະມົງຂອງກະຊວງກະສິ ກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຜ່ານ ມາ
ເຖິງວ່າກົດໝາຍວ່າດ້ວຍ ການປະມົງໄດ້ຖືກປະກາດໃຊ້ມາ ເປັນເວລາເກືອບ 5 ປີແລ້ວກໍ ຕາມ, ແຕ່ປະຊາຊົນສ່ວນໃຫຍ່
ໂດຍສະເພາະຜູ້ປະກອບການ ທາງດ້ານການປະມົງຍັງບໍ່ທັນ ເຫັນຄວາມສຳຄັນ ແລະ ເຂົ້າໃຈ ເລິກເຊິ່ງຕໍ່ເນື້ອໃນຂອງກົດໝາຍ
ສະບັບນີ້ ຈຶ່ງສົ່ງຜົນເຮັດໃຫ້ການ ຈັບປາແບບດັບສູນຖືກ ແຜ່ຫລາຍ ຢູ່ຕາມເຂດແຂວງຕ່າງໆ ສົ່ງຜົນ
ເຮັດໃຫ້ປາທຳມະຊາດມີສະພາບ ຫລຸດໜ້ອຍຖອຍລົງ, ມີປາບາງປະເພດ ໃກ້ຈະ ສູນພັນ. ດັ່ງນັ້ນ ຈຶ່ງ
ມີຄວາມຈຳເປັນຕ້ອງໄດ້ປຸກລະ ດົມທົ່ວສັງຄົມໃຫ້ມີການເຊື່ອມ ຊຶມກົດໝາຍດັ່ງກ່າວ ກໍຄືມະຕິຄຳ
ສັ່ງຕ່າງໆທາງດ້ານການປະມົງ ເພື່ອໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າ ໃຈ ແລະ ນຳໄປໝູນໃຊ້ເຂົ້າໃນ
ວຽກງານການຄຸ້ມຄອງ, ປົກປັກ ຮັກສາ, ລ້ຽງ ແລະ ຈັບປາ ພ້ອມ ສັດນ້ຳອື່ນໆຢ່າງມີແຜນການ, ຮັບປະກັນການແຜ່ພັນຂອງປາ
ແລະ ສັດນ້ຳໃຫ້ຍືນ ຍົງຕໍ່ໄປ.
ທ່ານລັດຖະມົນຕີວ່າການກະ ຊວງກະສິກຳ ແລະ ປ່າໄມ້
ຍັງໄດ້ ແນະນຳໃຫ້ກົມກວດກາປ່າໄມ້, ກົມລ້ຽງສັດ ແລະ ການ ປະມົງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ
ແລະ ນະຄອນຫລວງ ສົມ ທົບກັບອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນສືບຕໍ່ ຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາ
ຊົນໃຫ້ຕື່ນຕົວສະໝັກໃຈມອບອາ ວຸດລ່າສັດ ແລະ ເຄື່ອງມືຫາປາ ແບບດັບສູນໃຫ້ແກ່ອົງການປົກ ຄອງທ້ອງຖິ່ນ
ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອກ້າວໄປເຖິງການຫາປາ ແລະ ສັດນ້ຳແບບດັບ ສູນຕະຫລອດເຖິງການລ່າສັດປ່າຊີ
ວະນາໆພັນອື່ນໆຫລຸດຜ່ອນລົງຢ່າງສິ້ນເຊີງ.

No comments:
Post a Comment