Ad

Ad

7 July 2014

ຕົ້ນເດືອນກໍລະກົດຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນກວ່າ 30 ກໍລະນີ ມີຜູ້ເສຍຊີວິດ 6 ຄົນ

     ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນອາທິດທຳອິດຂອງເດືອນກໍລະກົດນີ້  ຢູ່ນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 30 ກວ່າ ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 6 ຄົນ, ທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາເພີ່ມ ຂຶ້ນ, ໂດຍສາະເຫດສ່ວນໃຫຍ່ແມ່ນ ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາ, ນອກຈາກນີ້ ແມ່ນຍ້ອນສະພາບຫົນທາງເປ່ເພເປັນອຸປະ ສັກໃຫ້ການສັນຈອນ ແລະ ເກີດອຸປະຕິເຫດໄດ່ງ່າຍ.
        ທ່ານ ພັນຕີ ບຸນມາກ ຮອງ ຫົວໜ້າພະແນກຈະລາຈອນ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບອຸປະຕິເຫດເກີດ ຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ເຖິງວ່າ ເຈົ້າໜ້າທີ່ຈະເພີ່ມທະວີສະກັດກັ້ນ ດ້ວຍຫຼາຍວິທີເຊັ່ນ: ອອກກວດ ກາຕັ້ງຈຸດຈັບ ຄວາມໄວ ແລະ ໄດ້ອອກແຮງໂຄສະນາລະບຽບຈະລາຈອນໃຫ້ກັບບັນດາຊັ້ນຄົນຕ່າງໆ, ແຕ່ສະພາບອຸປະຕິເຫດ ຍັງເກີດ
ຂຶ້ນຫຼາຍ ແລະ ມີທ່າ ອ່ຽງເພີ່ມຂຶ້ນເພາະໄລຍະເປັນ ຊ່ວງຝົນ, ສົ່ງຜົນເຮັດໃຫ້ເກີດອຸ ປະຕິເຫດໄດ້ງ່າຍ, ໂດຍສະ ເພາະຕໍ່ກຸ່ມ ອາຍຸແຕ່ 18 ຫາ 30 ກ່ວາປີ, ຂັບຂີ່ໃນເວລາມຶນເມົາ, ບໍ່ປະຕິບັດລະບຽບຈະລາຈອນ ຄື: ເມື່ອທ້າຍອາທິດຜ່ານມານີ້ ໄດ້ເກີດ ອຸປະຕິເຫດລົດຈັກ ຕຳກັນ ຢູ່ ເສັ້ນທາງເຂດບ້ານ ດອນໜູນ ເຮັດໃຫ້ຜູ້ຂັບຂີ່ທີ່ເປັນໄວລຸ້ນທັງສອງຄົນໄດ້ຮັບບາດເຈັບສາຫັດ, ຍ້ອນຂັບລົດໄວເກີນ ຂອບເຂດ.

No comments:

Post a Comment