Ad

Ad

7 July 2014

ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ​ຮຽກຮ້ອງ​ສັງຄົມ​ໃຫ້​ມີ​ສະຕິ​ຕໍ່​ການ​ບໍລິ​ໂພ​ກຂໍ້​ມູນ​ຂ່າວສານອອນ​ລາຍ



      ທ່ານ ພົນ​ຈັດຕະວາ ສີສະ​ຫວາດ ​ແກ້ວ​ມາລາ​ວົງ ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ ກະ ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮຽກ ຮ້ອງ​ຜ່ານ​ສື່​ໄປ​ຫາ​​ປະຊາຊົນ​ທຸກ​ຊັ້ນຄົນ​ໃນ​ທົ່ວ​ສັງຄົມ ຈົ່ງມີ​ສະຕິ​ຕໍ່​ການ​ບໍລິ​ໂພ​ກຂໍ້​ມູນ​ຂ່າວສານ ແລະ ການ​ໂຄສະນາ​ທາງ​ອິນ​ເຕີ​ເນັດ ​ແລະ ​ເຄື່ອງມື​ສື່ສານ​ອອນ​ລາຍ​ຕ່າງໆ ​ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ຫວັງ​ສ້າງ​ຄວາມ​ບໍ່​ສະຫງົບ​ຢູ່​ພາຍ​ໃນ​ປະ​ເທດ​ພວກ​ເຮົາ ​ເຊິ່ງປັດຈຸບັນ​ນີ້ ພວກ​ຄົນ​ບໍ່​ດີ​ດັ່ງກ່າວ​ໄດ້​ນຳ​ໃຊ້​ເຄື່ອງມື​ສື່ສານ​ທາງ​ອິນ​ເຕີ​ເນັດ​ ເປັນຕົ້ນ​ເຟສບຸກ ​ເປັນ​ຊ່ອງ​ທາງ​ໃນ​ການ​ໃສ່​ຮ້າຍ​ປ້າຍ​ສີ ​ເພື່ອ​ບໍ່​ໃຫ້​ສັງຄົມມີ​ຄວາມ​ສະຫງົບ ​ໂດຍ​ສະ​ເພາະ​ຄືກະ​ແສ​ຂ່າວວ່າ​ມີ​ການ​ລັກ​ເດັກນ້ອຍ​ຢູ່​ຫລາຍ​ທ້ອງ​ຖິ່ນ​​ໃນ​ປະ​ເທດ​ເຮົາ​ທີ່​ພວມ​ຮຸນ​ແຮງ​ໃນ​ປັດຈຸບັນ​ນີ້ຢ່າງບໍ່​ມີ​ມູນ​ຄວາມ​ຈິງ ​ເປັນ​ພຽງ​ຂ່າວ​ລື, ​ແຕ່​ພວກ​ມັນ​ກໍ​ຍັງ​ບໍ່​ລົດ​ລະ​ຄວາມ​ພະ ຍາຍາມ​ໃນ​ການ​ສ້າງ​ສະຖານະ​ການ​ໃຫ້​ເກີດ​ຂຶ້ນມາ​ຢ່າງ​ລຽນຕິດ ​ເພື່ອ​ສ້າງ​ຄວາມ​ແຕກ​ຕື່ນ​ຢ້ານ​ກົວ​ໃຫ້​ກັບ​ປະຊາຊົນ ​ແລະ ຜົນ​ປະ​ໂຫຍ​ດ​ອື່ນໆ​ທີ່​ພວກ​ມັນ​ຕ້ອງການ. ສະ ນັ້ນ ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ມີ​ສະຕິ​ໃນ​ການ​ບໍລິ​ໂພ​ກຂໍ້​ມູນ​ຂ່າວສານ ​ແລະ ການ​ໂຄ ສະນາ​ຢ່າງຮອບ​ຄອບ, ​ເລືອກ​ເຟັ້ນຮຽນ​ຮູ້​ເອົາ​ແຕ່​ສິ່ງ​ດີໆ​ມີ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ຕີ​ຖອຍ​ສິ່ງ​ບໍ່​ດີ​ຕ່າງໆ​ຜ່ານ​ສື່​ດັ່ງກ່າວ, ພ້ອມ​ທັງ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າ​ທີ່ ​ເພື່ອ​ພ້ອມ​ກັນ​ສະກັດ​ກັ້ນ​ແກ້​ໄຂການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ​​ໄດ້ຢ່າງ​ທັນ​ການ.

No comments:

Post a Comment