ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ:
ໃນວັນທີ 30 ມິຖຸນາ 2014, ໂດຍສົມທົບກຳລັງເຈົ້າ ໜ້າທີ່ ປກສ ເມືອງປາກແບງ
ແຂວງອຸດົມໄຊ ໄດ້ມ້າງຂະບວນ ການຄ້າຂາຍຢາເສບຕິດລາຍໃຫຍ່ ແລະ ຈັບຕົວຜູ້ຕ້ອງຫາມາໄດ້ ຄືທ້າວ ຊາຍຄອນ
ພອນປະ ດິດ ອາຍຸ 28 ປີ ຢູ່ບ້ານຫ້ວຍຊາຍໃຕ້ ແລະ ທ້າວ ສຸກສະຫວັດ ໄຊຍະວົງ ອາຍຸ
24 ປີ ຢູ່ບ້ານນ້ຳເກິ່ງໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຂອງກາງຢາບ້າຈຳ
ນວນ 873 ມັດ ເທົ່າກັບ 1,7 ລ້ານກວ່າເມັດ, ເຮໂຣອິນ 37 ກິໂລ, ລົດກະບະວີໂກສີປອນເງິນ
ໝາຍເລກທະບຽນ ກຕ 2838 ກຳແພງນະຄອນ ແລະ ລົດດ້າມໜຶ່ງຄັນ ໝາຍເລກທະບຽນ ບຂ 0056
ກຳແພງນະຄອນ ທີ່ໃຊ້ເປັນພາຫະ ນະຂົນສົ່ງຢາເສບຕິດດັ່ງກ່າວ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ
ໂດຍຢາເສບຕິດທັງໝົດແມ່ນຖືກຊຸກເຊື່ອງໄວ້ຢູ່ໃນລົດດ້າມດັ່ງກ່າວ ໂດຍຜູ້ຕ້ອງຫາທັງສອງຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:
ຢາເສບຕິດທັງໝົດເປັນຂອງເຄືອຂ່າຍຢາເສບຕິດລາຍໃຫຍ່ ເປັນຄົນປະເທດມຽນມາ
ໂດຍໃຫ້ພວກຕົນຂົນສົ່ງຈາກແຂວງບໍ່ແກ້ວເອົາມາໄວ້ຢູ່ແຂວງອຸດົມໄຊ ໄດ້ຄ່າຈ້າງ
1 ແສນບາດ (ສະກຸນເງິນໄທ).
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ການມ້າງໄດ້ຂະບວນຂົນສົ່ງຄ້າຂາຍຢາເສບຕິດລາຍໃຫຍ່ຄັ້ງນີ້
ແມ່ນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດເປັນຈຳນວນຫລາຍ
ຈຶ່ງໄດ້ຕັ້ງ ດ່ານສະກັດຢູ່ເຂດບ້ານກະແສນ ເມືອງປາກແບງ ແຂວງອຸດົມໄຊ ແລະ
ເຈົ້າໜ້າທີ່ຍັງຈະສືບຕໍ່ສືບ ສວນ-ສອບສວນຜູ້ຕ້ອງຫາທັງສອງຕື່ມອີກ ເພື່ອຂະຫຍາຍຜົນຫາທີ່ມາຂອງຢາເສບຕິດດັ່ງ
ກ່າວ ເພື່ອເອົາຜູ້ຮ່ວມຂະບວນ ການມາດຳເນີນຄະດີໃຫ້ໄດ້.

No comments:
Post a Comment