ກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດຊຸດທີ
VII, ໄດ້ໄຂຂຶ້ນຢ່າງເປັນທາງ ການໃນຕອນເຊົ້າມື້ນີ້ ( ວັນທີ 7 ລະກົດ 2014) ຢູ່ຫໍສະພາທີ່ນະ
ຄອນຫລວງວຽງຈັນ, ໂດຍການ ເປັນປະທານຂອງທ່ານນາງ ປານີ ຢາທໍຕູ້ ປະທານ ສະພາແຫ່ງຊາດ, ມີບັນດາການນຳຂັ້ນ
ສູງພັກ-ລັດ, ສະມາຊິກສະພາ ປະຈຳເຂດເລືອກຕັ້ງໃນທົ່ວປະ ເທດ ແລະ ແຂກຖືກ ເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມທີ່ມີຄວາມໝາຍ ສຳຄັນນີ້ຈະດຳເນີນໄປຈົນເຖິງ
ວັນທີ 25 ກໍລະກົດ 2014 ຊຶ່ງໃນວາລະກອງປະຊຸມຈະ ໄດ້ ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ
ຖະກິດ-ສັງຄົມ ແລະ ແຜນງົບ ປະມານແຫ່ງລັດສົກປີ 2013- 2014 ແລະ ທິດທາງແຜນການ ສົກປີ
2014-2015 ແລະ ສະ ພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນເງິນຕາ, ການຈັດສັນ ປ່າປ້ອງກັນ,
ປ່າສະຫງວນ ແລະ ປ່າຜະລິດ, ການເຄື່ອນໄຫວ ວຽກງານຂອງອົງການກວດ ສອບແຫ່ງລັດປະຈຳ ສົກປີ
2013- 2014 ແລະ ທິດທາງແຜນການ ເຄື່ອນໄຫວປະຈຳສົກປີ 2014- 2015, ບົດລາຍງານຂອງອົງ ການໄອຍະການ
ປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກ ງານສົກປີ 2013-2014 ແລະ
ແຜນວຽກສົກປີ 2014-2015, ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດປະຈຳສົກປີ
2013-2014 ແລະ ທິດທາງ ແຜນການປະຈຳສົກ
ປີ 2014- 2015 ແລະ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ
ຈຳນວນ 5 ສະບັບ, ໃນນັ້ນມີກົດ ໝາຍສ້າງໃໝ່ 2 ສະບັບຄື: ກົດ ໝາຍວ່າດ້ວຍການຕ້ານ ແລະ
ສະກັດກັ້ນການຟອກເງິນ, ການ ສະໜອງທຶນໃຫ້ແກ່ການກໍການຮ້າຍ ແລະ ກົດ ໝາຍວ່າດ້ວຍການກວດສອບເອກະລາດ.
ສ່ວນກົດໝາຍປັບປຸງ 3 ສະບັບ ປະກອບມີ: ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍມາດຖານ
ແລະ ກົດ ໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ
ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມສາມາດໂທ
ລະສັບເຂົ້າມາໂດຍບໍ່ເສຍຄ່າ ໝາຍເລກ
156, ໂທລະສານໝາຍເລກ:021 452627, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ປນ. 662 ຫລື ສົ່ງອີເມວ:
na_seeion@na. gov.la.
No comments:
Post a Comment