ໃນວັນທີ 5 ກໍລະກົດນີ້, ຢູ່ ສຳນັກງານໃຫຍ່ທະນາຄານ
ຮ່ວມທຸລະກິດລາວ- ຫວຽດ (LVB) ຢູ່ທີ່ນະຄອນຫລວງ ວຽງ ຈັນ, ໄດ້ຈັດພິທີຈັບສະຫລາກມອບ ໂຊກໃຫ້ລູກຄ້າຂອງຕົນພາຍໃຕ້ໂຄງການ
“ເງິນຝາກ ລຸ້ນຊັບຮັບໂຊກປີ 2014” ເນື່ອງ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງທະນາຄານດັ່ງກ່າວຄົບຮອບ
15 ປີ. ມີຫລາຍກວ່າ 100 ລາງວັນ, ລວມມູນຄ່າ 1,5 ຕື້ກີບ, ໃນນີ້ລາງວັນໃຫຍ່ສຸດ ແມ່ນລົດໂຕໂຍຕາແລນຄລູເຊີ
ປຣາໂດ (Toyota Land Cruise Prado) ໜຶ່ງຄັນມູນຄ່າ 600 ລ້ານ ກວ່າກີບ ເຊິ່ງຈະມີພິທີຈັບສະ
ຫລາກລາງວັນໃຫຍ່ດັ່ງກ່າວຂຶ້ນໃນທ້າຍເດືອນພະຈິກນີ້.
ສຳລັບການຈັບສະຫລາກ ມອບໂຊກຄັ້ງນີ້ມີລາງວັນທີ
2 ເຊິ່ງຜູ້ໂຊກດີຈະໄດ້ຮັບລົດໂຕໂຍ ຕາວີອອສ (Toyota Vios 1 ຄັນ ມູນຄ່າ 200 ລ້ານກວ່າກີບ,
ລາງ ວັນທີ 3 ລົດຈັກຢາມາຮາຟີໂນ 2 ລາງວັນ, ລາງວັນທີ 4 ໂທລະ ພາບພານາໂຊນິກ 50 ນິ້ວ 2 ລາງວັນ,
ລາງວັນທີ 5 ມິນີໄອ ແພດແອບເປີ້ນ 2 ລາງວັນ, ລາງ ວັນທີ 6 ບັນຊີເງິນຝາກມູນຄ່າ 3 ລ້ານກີບ
5 ລາງວັນ,
ລາງວັນທີ 7 ບັນຊີເງິນຝາກມູນຄ່າ 2 ລ້ານ ກີບ 10 ລາງວັນ ແລະ ລາງວັນທີ 8 ບັນຊີເງິນຝາກມູນຄ່າ
1 ລ້ານ ກີບ 20 ລາງ ວັນ, ສ່ວນລາຍຊື່ຜູ້ ໂຊກດີສາມາດມາຮັບເອົາຂອງ ລາງວັນດັ່ງກ່າວໄດ້ທີ່ຫ້ອງການທະນາຄານ
LVB.
ທ່ານອຳນວຍການທະນາ ຄານຮ່ວມທຸລະກິດລາວ-ຫວຽດ ດວ່ານ
ຫວຽດນາມ ກ່າວວ່າ: ທະນາຄານພວກເຮົາສ້າງຕັ້ງ ຂຶ້ນ ໃນປີ 1999 ໂດຍການຮ່ວມທຶນ ລະຫວ່າງທະນາຄານການຄ້າ
ຕ່າງປະເທດລາວມະຫາຊົນ BCEL ກັບທະນາຄານຮຸ້ນ ສ່ວນການຄ້າລົງທຶນ ແລະ ພັດທະນາ ຫວຽດນາມ
BIDV ເພື່ອປະຕິ ບັດໜ້າທີ່ການເມືອງທີ່ລັດຖະ ບານສອງປະເທດລາວ- ຫວຽດນາມມອບໝາຍໃຫ້ຄືເປັນຂົວຕໍ່
ໃນການຊຳລະສະສາງ, ແລກ ປ່ຽນລະຫວ່າງເງິນກີບກັບເງິນ ດົງ, ເປັນພື້ນຖານໃນ ການຮັບ ໃຊ້ວຽກງານການພົວພັນເສດຖະກິດ,
ການຄ້າ ແລະ ການລົງທຶນ ແລະ ການບໍລິການດ້ານການ ເງິນໃຫ້ປະຊາຊົນ ສອງປະເທດ. ຕະຫລອດໄລຍະ
15 ປີຜ່ານມາ, ທະນາຄານແຫ່ງນີ້ໄດ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນໜຶ່ງໃນທະ
ນາຄານທຸລະກິດທີ່ມີຂະໜາດ ການເຄື່ອນໄຫວດ້ານການເງິນກວ້າງຂວາງຢູ່ລາວ, ໄດ້ເປັນ ແບບຢ່າງ ຂອງການພົວພັນຮ່ວມມື
ທາງດ້ານເສດຖະກິດລະຫວ່າງສອງປະເທດ ແລະ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ຈັດຕັ້ງປະຕິບັດນະໂຍບາຍການ
ເງິນ-ເງິນຕາກໍຄືການຄ້າ, ການ ລົງທຶນລະຫວ່າງສອງປະເທດ, ພິເສດແມ່ນໄດ້ກາຍເປັນ ຂົວຕໍ່ອັນສຳຄັນໃນການຊຳລະສະສາງ,
ແລກປ່ຽນລະຫວ່າງເງິນກີບ- ເງິນດົງ, ສະໜອງສີນເຊື່ອ ແລະ ບັນດາຜະລິດຕະພັນ ດ້ານການເງິນທີ່ສະດວກສະບາຍ.

No comments:
Post a Comment