Ad

Ad

7 July 2014

ລາວ-ອົດສະຕຣາລີເພີ່ມທະວີເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ



     ຕອບສະໜອງຕາມຄຳເຊີນ ຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສປປ ລາວ, ທ່ານ ນາງ ຈູລີ ບີຊ໊ອບ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງອົດສະຕຣາລີ ພ້ອມດ້ວຍຄະນະ, ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນ ທີ 4-5 ກໍລະກົດນີ້ ເພື່ອແນ ໃສ່ເພີ່ມທະວີຮັດ ແໜ້ນ ແລະ ເສີມ ຂະຫຍາຍການ ພົວພັນຮ່ວມມືສອງຝ່າຍຊຶ່ງການພົບປະຢ່າງ ເປັນທາງການໄດ້ມີຂຶ້ນໃນຕອນ ເຊົ້າວັນ ທີ 5 ເພື່ອຕີລາຄາໝາກ ຜົນການພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະ ຫວ່າງສອງປະເທດລາວ ແລະ ອົດສະຕຣາລີ ທີ່ມີ ບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫລອດໄລຍະ 60 ກວ່າປີຜ່ານມາ, ພາຍຫລັງມີ ການສ້າງຕັ້ງສາຍພົວພັນການ ທູດນຳ ກັນແຕ່ປີ 1952 ເປັນຕົ້ນມາ, ສອງປະເທດໄດ້ມີການ ພົວພັນໄປມາຫາສູ່ ແລະ ແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນໃນຫລາຍລະດັບ, ຫລາຍຂະແໜງ ການໄດ້ເປັນສິ່ງກະ ຕຸກຊຸກຍູ້ການປຶກສາຫາລືຂອງສອງຝ່າຍໃຫ້ ກ້າວໜ້າ ແລະ ເຂົ້າອົກເຂົ້າໃຈກັນດີຂຶ້ນເລື້ອຍໆນັບທັງໃນເວທີສາກົນກໍຄືພາກ ພື້ນຕະຫລອດມາ.
     ໃນໂອກາດນີ້, ທ່ານຮອງນາ ຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ລັດຖະ ບານອົດສະຕຣາລີທີ່ໄດ້ໃຫ້ການຊ່ວຍ ເຫລືອລາວຫລາຍດ້ານຢ່າງມີ ໝາກຜົນ ແລະ ມີຈຳນວນເພີ່ມ ຂຶ້ນເລື່ອຍໆສະເພາະ ໃນສົກປີ 2014-2015 ທີ່ຈະມາເຖິງນີ້, ລັດ ຖະບານອົດສະຕຣາລີໄດ້ປະກາດຈະໃຫ້ການຊ່ວຍເຫລືອລາວໃນ ມູນຄ່າ 55,6 ລ້ານໂດລາອົດສະ ຕຣາລີ ຫລື ປະມານ 410 ຕື້ ກວ່າກີບ, ເພີ່ມຂຶ້ນຈາກສົກປີ ຜ່ານມາທີ່ມີມູນຄ່າ 52,9 ລ້ານ ໂດລາອົດສະ ຕຣາລີ ຫລື ປະມານ 390 ຕື້ກວ່າກີບອັນເປັນການປະ ກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງ ຄົມຂອງ ລາວເປັນຕົ້ນແມ່ນຂົງ ເຂດວຽກງານການສຶກສາ, ການພັດທະນາຊັບພະຍາກອນ ມະນຸດ, ການສະໜັບສະໜູນການ ເຕີບໂຕ ທາງດ້ານການຄ້າ ແລະ ການລົງທຶນແບບຍືນຍົງ, ການ ພັດທະນາຊົນນະບົດລວມທັງ ການເກັບກູ້ລະເບີດບໍ່ທັນແຕກ ແລະ ການກໍ່ສ້າງພື້ນຖານໂຄງ ລ່າງ ແລະ ພ້ອມນີ້ທ່ານຮອງນາ ຍົກກໍໄດ້ສະແດງຄວາມຂອບໃຈຢ່າງສູງທີ່ລັດຖະບານອົດສະ ຕຣາລີ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ເຂົ້າເປັນ ສະມາຊິກຂອງອົງການການຄ້າໂລກ ຫລື WTO ສ່ວນການ ຮ່ວມ ມືໃນຂອບອາຊຽນ, ທ່ານໄດ້ສະ ເໜີໃຫ້ຝ່າຍອົດສະຕຣາລີສືບຕໍ່ ສະໜັບສະໜູນເພື່ອສາມາດຮັດ ແຄບຄວາມແຕກ ໂຕນກັນທາງ ດ້ານການພັດທະນາພາຍໃນອາ ຊຽນໂດຍສະເພາະປະເທດກຳປູ ເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV), ການ ເຊື່ອມໂຍງອາຊຽນ ແລະ ການ ສ້າງປະຊາຄົມອາຊຽນ ຫລັງປີ 2015 ແລະ ສືບຕໍ່ສະໜັບສະໜູນ ຄວາມ ເປັນແກນກາງຂອງອາ ຊຽນໃນທຸກກົນໄກພາກພື້ນທີ່ອາຊຽນເປັນຜູ້ລິເລີ່ມ ແລະ ໄດ້ສະ ເໜີໃຫ້ອົດສະຕຣາລີສະໜັບສະ ໜູນ ສປປ ລາວ ໃນການກະ ກຽມເປັນປະທານອາຊຽນໃນປີ 2016 ໂດຍສະເພາະການສ້າງ ຂີດຄວາມສາມາດດ້ານຕ່າງໆ ໃຫ້ແກ່ ເຈົ້າໜ້າທີ່ຂອງລາວນັບ ມື້ມີຄວາມເຂັ້ມແຂງ.
      ໃນໂອກາດນີ້, ທ່ານນາງ ຈູລີ ບີຊ໊ອບໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຝ່າຍລາວເຊິ່ງການຢ້ຽມ ຢາມຄັ້ງນີ້, ນອກຈາກເປັນການ ເພີ່ມທະວີເສີມຂະຫຍາຍສາຍພົວພັນສອງຝ່າຍແລ້ວຍັງເປັນໜຶ່ງ ໃນກິດຈະກຳເພື່ອກະກຽມ ສະເຫລີມສະຫລອງວັນຄົບຮອບ 40 ປີແຫ່ງການພົວພັນອາຊຽນ-ອົດສະຕຣາລີ ນຳອີກ, ທ່ານນາງ ຈູລີ ຢ້ຳວ່າ: ຝ່າຍອົດສະ ຕຣາລີ ໄດ້ປະກາດໃຫ້ການຊ່ວຍເຫລືອ ຈຳນວນ 86 ລ້ານໂດລາອົດສະ ຕຣາລີ ຫລື ປະມານ 631 ຕື້ກີບ ສຳລັບໂຄງການສຶກ ສາຂັ້ນພື້ນ ຖານຢູ່ລາວ, ພ້ອມນີ້ທ່ານຍັງໄດ້ ສະແດງຄວາມຍິນດີທີ່ຈະສືບຕໍ່ ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນ ສປປ ລາວໃນການ ກຽມເປັນປະທານອາຊຽນໃນປີ 2016 ແລະ ການກະກຽມສະ ເຫລີມສະຫລອງ ຄົບຮອບ 40 ປີ ການ ພົບພັນອາຊຽນ-ອົດສະຕຣາລີໃນທ້າຍປີ 2014 ນີ້, ພ້ອມທັງ ສະເໜີໂຄງການຕົວແບບ “New Colombo Plan”  ທີ່ລັດ ຖະບານອົດສະຕຣາລີຈະສົ່ງນັກສຶກສາ ມາສຶກສາ ແລະ ເຝິກງານຢູ່ບັນ ດາປະເທດອາຊຽນລວມທັງ ສປປ ລາວ ນຳດ້ວຍ.
     ໃນລະຫວ່າາງການຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ນາງ ຈູລີ ບີຊ໊ອບ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດລາວ ແລະ ໄດ້ເຂົ້າ ພົບ ປະກັບທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໃນໂອກາດເຂົ້າຮ່ວມພິທີເປີດແຜນ ງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບ ການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ທີ່ໂຮງຮຽນປະຖົມບ້ານ ຫ້ອມເໜືອເມືອງຫາດຊາຍຟອງ,ນະຄອນຫລວງວຽງຈັນ ແລະ ຢ້ຽມຢາມສູນວາງສະແດງກ່ຽວກັບລະເບີດບໍ່ທັນແຕກທີ່ສູນ ການແພດຟື້ນຟູໜ້າທີ່ອີກອີກ.

No comments:

Post a Comment