ໃນວັນທີ 05 ກໍລະກົດ 2014 ທີ່ດ່ານຊາຍແດນສາກົນ
ພູເກືອ ແຂວງອັດ ຕະປື ໄດ້ຈັດພິ ທີມອບ-ຮັບໂຄງການ ກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກຫຼັກໝາຍຊາຍ ແດນເລກທີ
790 ເຖິງຊາຍແດນ ສາກົນພູເກືອຂຶ້ນ ໂດຍການເຂົ້າຮ່ວມ ທ່ານ ສົມ ສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີແຫ່ງ
ສປປ ລາວ, ຜູ້ຊີ້ນຳວຽກ ງານເສດຖະກິດທັງເປັນປະທານຄະ ນະກຳມາທິການຮ່ວມມືລາວ-ຫວຽດນາມ ແລະ
ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະ ມົນຕີຜູ້ຊີ້ນຳວຽກງານເສດຖະ ກິດ ແລະ ທັງເປັນປະທານຄະ
ນະກຳມາການຮ່ວມມືຫວຽດ ນາມ-ລາວພ້ອມນີ້ກໍ່ມີທ່ານເຈົ້າ ແຂວງອັດຕະປື, ທ່ານທູດ ຫວຽດນາມປະຈຳລາວ, ແລະ ອຳນາດການປົກຄອງທ້ອງຖິ່ນ ຂອງທັງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.
ເສັ້ນທາງດັ່ງກ່າວ ເລີ່ມກໍ່ ສ້າງມາແຕ່ວັນທີກາງເດືອນກຸມພາ
2013 ຜ່ານມາ ໂດຍແມ່ນ ບໍລິສັດ ຈິດຈະເລີນ-ກໍ່ສ້າງ ເປັນຜູ້ຮັບເໝົາໃນມູນຄ່າ 50 ຕື້ດົງ ( ສະກຸນເງິນຫວຽດນາມ ) ປະ ກອບມີວຽກ : ກໍ່ສ້າງຂົວເບຕົງ
ເສີມເຫຼັກ 1 ແຫ່ງ ຍາວ 24 ແມັດ ແລະ ເສັ້ນທາງເບຕົງ ຍາວ 328 ແມັດ ກວ້າງ 9 ແມັດ, ມີທາງ ຍ່າງທັງສອງເບື້ອງພ້ອມໄຟ ເຍືອງທາງ
ຄົບຊຸດເຊິ່ງເປັນທຶນ ຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
ໄດ້ ມີຄຳເຫັນໃນພິທີວ່າ: ເສັ້ນທາງ ດັ່ງກ່າວເປັນເສັ້ນທາງໜຶ່ງທີ່ ນອນໃນເສັ້ນທາງ 18 B ເຊື່ອມຕໍ່ລະຫວ່າງສອງປະເທດເປັນເສັ້ນທາງທີ່ມີຄວາມສຳຄັນຍິ່ງ
ແລະ ນອນໃນບູລິມະສິດຂອງແຜນ ພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານລາວຊຶ່ງຜ່ານມາສະພາບການຄົມມະນາຄົມເຂດນີ້
ແມ່ນຫຍຸ້ງຍາກຫລາຍ ດັ່ງນັ້ ນ, ລັດຖະບານຫວຽດນາມຈຶ່ງໄດ້
ຕົກລົງເອົາໂຄງການນີ້ເປັນໂຄງການນຳໃຊ້ທຶນຊ່ວຍເຫຼືອລ້າ ຂອງລັດຖະບານຫວຽດນາມ ຕາມແບບວິທີໃໝ່
ຄື: ມອບໃຫ້ຝ່າຍລາວເປັນຜູ້ຮັບຜິດຊອບແລະ ຈັດຕັ້ງປະຕິບັດເອງໂດຍມີການ ປະສານສົມທົບກັບຝ່າຍ
ຫວຽດນາມເພື່ອແນໃສ່ເພີ່ມທະວີຄວາມເປັນເຈົ້າການໃຫ້ແກ່ຝ່າຍລາວ ໃນການນຳໃຊ້ແຫຼ່ງທຶນດັ່ງກ່າວ
ຢ່າງມີປະສິດທິຜົນເຊິ່ງ ເສັ້ນທາງຕອນນີ້ນອກຈາກຈະເປັນເສັ້ນ ທາງເຊື່ອມຕໍ່ສອງປະເທດແລ້ວ ຍັງເປັນອີກເສັ້ນທາງໜຶ່ງທີ່ສາມາດເຊື່ອມໂຍງເຂົ້າກັບ
ໃນພາກພື້ນ ແລະ ສາກົນອັນເປັນເງືອນ ໄຂທີ່ດີໃຫ້ແກ່ການຄົມມະນາຄົມ-ຂົນສົ່ງ, ການຄ້າ, ການລົງທຶນ,
ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມເວົ້າ ລວມ, ເວົ້າສະເພາະກໍຄືບັນດາ
ແຂວງພາກໃຕ້ ຂອງສອງປະເທດ. ພ້ອມນັ້ນ, ກໍເປັນການປະ ກອບສ່ວນຊຸກຍູ້ການຮ່ວມມື 3 ຝ່າຍລາວ-ຫວຽດນາມ-ກຳປູ
ເຈຍໃນການພັດ ທະນາເຂດສາມ ຫລ່ຽມເສດຖະກິດ.

No comments:
Post a Comment