Ad

Ad

8 July 2014

ຈະ​ມີ​ການ​ແຂ່ງຂັນອອກ​ແບບ​ອາພອນລາວ 2014 ຊີງ​ທຶນ​ການ​ສຶກສາ​​ຝຣັ່ງ

    ວັນ​ທີ 7 ກໍລະກົດນີ້, ນະ ຄອນຫລວງ​ວຽງ​ຈັນ, ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ ເພື່ອ​ຈັດການ​ແຂ່ງຂັນ​ການ​ອອກ​ແບບ​ອາພອນລາວ 2014, ​ໂດຍ​ການ​ຮ່ວມ​ມື​ລະຫວ່າງລາວ​ແຟຊັນ​ວີກ, ສະຖານທູດ​ຝຣັ່ງປະຈຳ​ລາວ ​ແລະ ສະ​ຖາ​ບັນ​ແຄມ​ປັດ ສຝຣັ່ງປະຈຳ​ລາວ.
     ເພື່ອ​ສືບຕໍ່​ຜົນສຳ​ເລັດຂອງ ລາວ​ແຟຊັນ​ວີກ 2014, ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5-7 ມີນາທີ່​ຜ່ານ​ມາ, ໂດຍ​ມີ​ເປົ້າ​ໝາຍ​ແນ​ໃສ່ ສົ່ງ​ເສີມ​​ການ​ອອກ​ແບບແຟຊັນ​ຂອງ​ລາວ, ພ້ອມ​ທັງ​ແນ​ໃສ​່ຊຸກຍູ້​ສົ່ງ​ເສີມ​ໃຫ້​​ໄວ​ໜຸ່ມ​ລາວຜູ້ທີ່​ມີ​ພອນ​ສະຫວັນ ແລະ ຄວາມ ອາດ​ສາມາດໃນ​ການ​ອອກ​ແບບ​ອາພອນ ໄດ້​ມີ​ໂອ​ກາດ​ພັດທະນາ​ຕົນ​ເອງ ເພື່ອ​ກ້າວ​ເຂົ້າ​ສູ່​ເວທີ​ສາກົນ​ໃນ​ອາ​ນະ​ຄົດ. ດັ່ງ​ນັ້ນ, ລາວ​ແຟຊັນ​ວີກ ຈຶ່ງຈະ​ໄດ້​ຈັດການປະ​ກວດ​ການ​ອອກ​ແບບ​ດັ່ງກ່າວປະຈຳ​ປີ 2014 (Fashion Design Contest)  ​ເພື່ອ​ຂັດ​ເລືອ​ເອົາ​ຜູ້​ຊະນະ​ເລີດ​ ​ແລະ ຜູ້ມີ​ພອນ​ສະຫວັນ ໃນ​ການ​ອອກ​ແບບໄປ​ສຶກສາ​ດ້ານ​ການ​ອອກ​ແບບອາພອນ (Fashion
Design), ທີ່​ສະຖານ​ບັນ​ອອກ​ແບບ​ທີ່​ມີ​ຊື່​ສຽງ​ ES MOD ຢູ່ມະຫາ​ນະຄອນ​ປາຣີ,​ ປະ​ເທດ​ຝຣັ່ງ, ​ເຊິ່ງຜູ້​ຊະນະ​ເລີດ. ໃນ​ການ​ແຂ່ງຂັນຈະ​ໄດ້​ຮັບ​ທຶນ​ການ​ສຶກສາ​ໂດຍ​ການ​ເຂົ້າ​ຮ່ຳ ຮຽນດ້ານ​ການ​ອອກ​ແບບ​ອາ ພອນເປັນ​ເວລາ 6 ເດືອນ.
    ສຳລັບງານ​ຖະ​ແຫລ​ງຂ່າວປະກາດ​ການ​ເຂົ້າ​ແຂ່ງຂັນ​ດັ່ງ ກ່າວຈະ​ໄດ້​ຈັດ​ຂຶ້ນໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 8 ກໍລະກົດ​ນີ້ ຢູ່ນະ ຄອນຫລວງ​ວຽງ​ຈັນ. ເພື່ອໃຫ້​ໄວ​ໜຸ່ມ​ລາວ​ທົ່ວ​ປະ​ເທດ​ໄດ້​ຮັບ​ຮູ້ ແລະ ມີ​ໂອກາດ​​ເຂົ້າ​ຮ່ວມ​ແຂ່ງ ຂັນ​ຊິງ​ທຶນ​ການ​ສຶກສາດັ່ງກ່າວ.

No comments:

Post a Comment