Ad

Ad

8 July 2014

ສຳມະນາການລົງທຶນໃສ່ໄວໜຸ່ມ



          ວັນທີ 7 ກໍລະກົດນີ້ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະ ຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມ ກັບອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນປະຈຳລາວ​ໄດ້ຈັດສຳມະນາວ່າດ້ວຍ “  ການລົງທຶນໃສ່ໄວໜຸ່ມ” ຂຶ້ນຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະ ທານຮ່ວມຂອງທ່ານ ຄຳຜາຍພິມມະສອນ, ຮອງ ເລຂາຄະນະບໍລິຫານງານສູນການ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ດຣ Hassan mohtashmi ຜູ້ຕ່າງ ໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ, ມີພະນັກງານວິຊາການຈາກກະຊວງ ແລະ ອົງການ ຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
          ທ່ານຮອງເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມມີຄຳເຫັນໃນພິທີ​ວ່າ: ປັດຈຸບັນປະຊາກອນລາວ​ປະມານ 60 % ມີອາຍຸຕ່ຳກວ່າ 25 ປີ, ໄວໜຸ່ມຊາຍ ແລະ ຍິງດັ່ງກ່າວໄດ້ກວມເອົາ ຫຼາຍກວ່າເຄິ່ງໜຶ່ງຂອງປະຊາ ກອນ, ດັ່ງ​ນັ້ນ​,​ ຜ່ານ​ມານີ້ ລັດຖະບານກໍໄດ້ດຳເນີນມາດຕະການ ຕ່າງໆຢ່າງຮອບດ້ານເພື່ອໃຫ້ ຄວາມສະເໝີພາບລະຫວ່າງຍິງ-
ຊາຍສູງຂຶ້ນຢ່າງຈະແຈ້ງ, ພ້ອມທັງປັບປຸງຊີວິດການເປັປນຢູ່ ຂອງເຂົາເຈົ້າໃຫ້ດີຂຶ້ນເປັນຕົ້ນຄວາມສະເໝີພາບດ້ານການສຶກ ສາ, ການສົ່ງເສີມວຽກເຮັດ ງານທຳ ແລະ ການຕອບສະ ໜອງດ້ານສຸຂະພາບໃຫ້ແກ່ໄວ ໜຸ່ມເພາະວ່າການຂະຫຍາຍຕົວ ແລະ ພັດທະນາເສດຖະກິດແບບ ຍືນຍົງຂອງປະເທດຊາດແມ່ນ ຂຶ້ນກັບການລົງທືນທີ່ເໝາະສົມ ໃສ່ໄວໜຸ່ມຊຶ່ງແມ່ນກຳລັງແຮງ ຫຼັກ​ຂອງ​ຊາດໃນປັດຈຸບັນ ແລະ ອະນາຄົດ, ໂດຍສະເພາະແມ່ນ ການລົງທຶນໃສ່ຂົງເຂດສ້າງ ວຽກເຮັດງານທຳ, ການປະ ກອບທຸລະກິດ, ການມີສ່ວນຮ່ວມໃນ ການຕັດສິນບັນຫາ ການປົກປ້ອງສິດ ແລະ ການສຶກສາ. ການລົງທຶນດັ່ງກ່າວບໍ່ພຽງ ແຕ່ດ້ານການເງິນເທົ່ານັ້ນແຕ່ຍັງລວມເຖິງ ການກຳນົດນະໂຍບານ ແລະ ແຜນງານທີ່ສົ່ງເສີມໃຫ້ ໄວໜຸ່ມເປັນຈຸດໃຈກາງຂອງການພັດທະນາ, ຊຶ່ງປັດຈຸບັນ ລັດຖະບານ, ກໍຄືບັນດາຂະແໜງ ການກ່ຽວຂ້ອງ​ຕ່າງໆກໍພວມກຳ ລັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ5 ປີຄັ້ງທີ 7  ແລະ ກະກຽມແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຊຶ່ງຕ້ອງຮັບປະກັນໃຫ້ໄວໜຸ່ມ ຍິງ-ຊາຍໃນທົ່ວປະເທດໄດ້ຮັບຜົນ ປະໂຫຍດ ແລະ ເປັນສ່ວນໜຶ່ງຂອງການພັດທະນາ.
          ທ່ານ ຮອງເລຂາ​ເວົ້າວ່າ: ສຸຂະພາບ ແລະ ການເປັນຢູ່ທີ່ດີ ຂອງໄວໜຸ່ມ, ລວມເຖິງການມີ ສ່ວນຮ່ວມໃນຂະບວນຕັດ ສິນບັນຫາ ແລະ ບັນຫາພວກເຂົາທີ່ໄດ້ ຮັບຟັງ ແລະ ພິຈາລະນາຈະເປັນ ປັດໄຈຫຼັກໃນການຊ່ວຍໃຫ້ປະ ເທດຊາດບັນລຸເປົ້າ ໝາຍສະຫັດ ສະຫວັດດ້ານການພັດທະນາໃນປີ 2015 ແລະ ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2020, ດັ່ງນັ້ນການລົງທຶນໃສ່ ອະນາຄົດຂອງເຂົາເຈົ້າດ້ວຍການສະໜອງການສຶກສາທີ່ມີຄຸນນະພາບ, ການສ້າງໂອກາດໃຫ້ ມການຈ້າງ ງານທີ່ດີ, ມີການພັດນາສີມືແຮງງານ ແລະ ເຂົ້າເຖິງການສຶກສາທາງເພດທີ່ຖືກຕ້ອງ,ລວມທັງການບໍລິການດ້ານສຸຂະພາບ ທາງ ເພດ ແລະ ສຸຂະພາບ ຈະເລີນພັນ ແລະ ການເພດສຶກສາຈຶ່ງມີຄວມມສຳຄັນຍິ່ງຕໍ່ການພັດທະນາຂອງເຂົາເຈົ້າເອງ ແລະ ຕໍ່ຄົວ ຄອບ, ຊຸມຊົນ ແລະ ປະເທດຊາດ.

No comments:

Post a Comment