ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ທ່ານ ສົມພາວ
ໄຟ ສິດ ໃຫ້ຮູ້ວ່າ: ໃນສົກປີນີ້ ປະເທດພວກເຮົາຜະເຊີນວິກິດການດ້ານການເງິນບໍ່ໜ້ອຍ
ໂດຍສະເພາະບັນຫາຄວາມບໍ່ຄ່ອງຕົວຂອງງົບ ປະມານ ແລະ ບັນຫາໜີ້ສິນຄຸມເຄືອຈາກການລົງທຶນທັງພາກລັດ
ແລະ ເອກະຊົນ. ດັ່ງນັ້ນ ເພື່ອຮັບປະກັນໃຫ້ເງິນຕາມີສະຖຽນລະພາບໝັ້ນທ່ຽງ, ທະນາຄານ
ແຫ່ງ ສປປ ລາວ ຈຶ່ງໄດ້ນຳໃຊ້ຫລາຍມາດຕະການທີ່ເໝາະສົມເຂົ້າໃນການແກ້ໄຂບັນຫາເຊັ່ນ:
ຄວບຄຸມອັດຕາແລກປ່ຽນຂອງທະນາຄານ ແລະ ຕະ ຫລາດໃຫ້ກັບຄືນສູ່ສະພາບປົກກະຕິ, ຄວບຄຸມຢ່າງໃກ້ຊິດຂອງລະບົບສິນເຊື່ອ
ດ້ວຍການຢຸດຕິການສະ ໜອງທຶນໃຫ້ບັນດາບໍລິສັດ ເພື່ອເອົາໄປຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງລັດ,
ຢຸດການສະໜອງສິນເຊື່ອເປັນເງິນຕາຕ່າງປະເທດໃຫ້ບໍລິສັດທີ່ບໍ່ມີແຫລ່ງລາຍຮັບເປັນເງິນຕາຕ່າງປະເທດ
ເພື່ອແກ້ໄຂຄວາມກົດດັນດ້ານເງິນຕາຕ່າງ ປະເທດ ແລະ ອັດຕາແລກປ່ຽນ. ພ້ອມນີ້
ກໍໄດ້ກຳນົດນະໂຍບາຍດ້ານສິນເຊື່ອໃຫ້ແກ່ບໍລິສັດທີ່ປະ ຕິບັດໂຄງການກໍ່ສ້າງພື້ນຖານຂອງລັດ
ແລະ ຫົວ ໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເຊິ່ງການນຳໃຊ້ມາດຕະ
ການດັ່ງກ່າວມານັ້ນສາມາດແກ້ໄຂສະພາບບໍ່ມີສະຖຽນລະພາບດ້ານເງິນຕາກັບຄືນສູ່
ປົກກະຕິໂດຍໄວ.
ນອກຈາກນີ້, ໃນໄລຍະທີ່ກະຊວງການເງິນປະສົບຄວາມຫຍຸ້ງຍາກດ້ານງົບປະມານ, ທະນາຄານກໍໄດ້ປະກອບ
ສ່ວນຊ່ວຍໃນການແກ້ໄຂເປັນ ຕົ້ນໄດ້ສະໜອງເງິນຕາມກົດ ໝາຍກຳນົດໄວ້ໃຫ້ກະຊວງການເງິນ
ປະຈຳສົກປີ 2013-2014 ຈຳນວນໜຶ່ງ ເພື່ອຈ່າຍແກ້ໄຂເງິນເດືອນພະນັກງານລັດຖະ ກອນ.

No comments:
Post a Comment