Ad

Ad

4 July 2014

ມີການເບື່ອເຫັດເກີດຂຶ້ນຢູ່ບ້ານທ່ານາແລ້ງໂຊກດີບໍ່ມີຜູ້ເສຍຊີວິດ



     ວັນທີ 3 ກໍລະກົດນີ້ ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະ ສຸກນະຄອນ ຫຼວງວຽງ​ຈັນ, ໄດ້ຖະແຫຼ່ງຕໍ່ ນັກຂ່າວຂອງພວກເຮົາວ່າ: ເມື່ອມໍ້ໆມາ ນີ້ໄດ້ມີກໍ​ລະນີເບື່ອເຫັດເກີດຂຶ້ນຢູ່ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນ ຫຼວງວຽງຈັນມີ 7 ຄົນ, ຈາກ 3 ຄອບຄົວ, ໂຊກດີບໍ່ມີຜູ້ເສຍຊີວິດ, ສາເຫດຂອງ ການເບື່ອເຫັດແມ່ນປະຊາຊົນຈຳນວນດັ່ງກ່າວ ໄດ້ນຳເອົາເຫັດທີ່ເກີດຈາກຕົ້ນບ້າວຄື: ເຫັດຄັນຮົ່ມ, ຕີນແຮດ ແລະ ເຫັດຕົ່ງຝົນຢູ່ແຫຼ່ງດຽວກັນມາບໍລິໂພກ, ແລ້ວ ເກີດ ມີອາການວິນຫົວ, ປວດຮາກ ແລະ ເຈັບ ທ້ອງ, ຈຶ່ງຖືກນຳສົ່ງໂຮງໝໍ, ຜ່ານການ ກວດພົບວ່າອາການ ດັ່ງກ່າວເກີດຈາກ ການເບື່ອເຫັດທາງ​ແພດ​ໝໍ​ຈຶ່ງ​ໄດ້​ສຸມ​ໃສ່ລ້າງ ທ້ອງ​ປິນປົວ​​ໄດ້​ປອດ​ໄພ, ​ໃນແຕ່ ລະປີ ເຖິງວ່າສາທາລະນະສຸກຈະ​ເອົນໃຈໃສ່ ແຈ້ງເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງໃນ ການບໍລິ​ໂພ​ກເຫັດ ​ແຕ່ກໍ​ຍັງ​ປະ
​ກົດ​ມີຂຶ້ນ, ດັ່ງນັ້ນອີກ​ເທື່ອໜຶ່ງຈຶ່ງຂໍ ເຕື່ອນມາຍັງ ປະຊາຊົນໃຫ້ມີສະຕິລະວັງຕົວຕື່ມ​ອີກໃນການບໍລິໂພກເຫັດຊະນິດຕ່າງໆ ທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບ, ຖ້າຫາກ ບໍ່ແນ່ໃຈວ່າຊະນິດເຫັດ ທີ່ກິນບໍ່ໄດ້ແມ່ນຫ້າມກິນເດັດ ຂາດ, ຫ້າມກິນເຫັດ ຫຼາຍຊະນິດ ປົນກັນ ແລະ ຖ້າຫາກກິດ ເຫັດ ແລ້ວມີອາການຜິດປົກກະຕິ ເຊັ່ນ: ວິນຫົວ, ປວດຮາກ, ເຈັບທ້ອງ ໃຫ້ໄປໂຮງ ໝໍດ່ວນ, ເນື່ອງຈາກໃນປັດຈຸບັນເຫັດບາງ ຊະນິດທີ່ ເຄີຍກິນແຕ່ເກີດເບີ່ອນັ້ນ​ກໍ​ເນື່ອງ​ມາຈາກສານເຄມີຕົກຄ້າງທີ່ໃຊ້ປຸຍເຄ ມີໃນການກະເສດ ແລະ ເກີດຈາກການກິນ ເຫັດທີ່ເປັນພິດຍ້ອນສັດປ່າທີ່ມີພິດຍ່ຽວໃສ່.
     ທ່ານ ຫ​​ົວໜ້າ​ຂະ​ແໜງ​ລະບາດ​ວິທະຍາ​ໃຫ້​ຮູ້​ອີກ​ວ່າ: ແຕ່ ລະປີຜ່ານມາມີການເບື່ອເຫັດ ເກີດຂຶ້ນເປັນຈຳນວນບໍ່ໜ້ອຍ ແລະ ມີຜູ້ເສຍຊີວິດ​ແລ້ວຈຳ ນວນໜຶ່ງ, ໂດຍສະເພາະແມ່ນ ຢູ່ບັນດາ​ແຂວງພາກເໜືອ ແລະ ເຂດຫ່າງໄກສີກຫຼີກ.

No comments:

Post a Comment