Ad

Ad

4 July 2014

ທົ່ວທຸກພາກຂອງປະເທດຈະມີຝົນຟ້າຄະນອງ



     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ທ່າອ່ຽງສະພາບອາກາດແຕ່ວັນທີ 2-8 ກໍລະກົດນີ້, ຮ່ອງຄວາມກົດດັນອາ ກາດຕ່ຳຂອງອາກາດຮ້ອນຈະມີກຳ ລັງປານກາງຫາແຮງພັດຜ່ານຢູ່ທົ່ວທຸກພາກຂອງລາວ, ສົມທົບ ກັບລົມຕາເວັນຕົກ-ຕາເວັນ ຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອຸນຫະພູມ ສູງຂື້ນເລັກນ້ອຍ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບ ຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກຢູ່ ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
     ສະພາບອຸນຫະພູມ ແລະ ຝົນແຕ່ວັນທີ 2-8 ກໍລະກົດທີ່ຈະ ມາເຖິງນີ້ ອຸນຫະພູມຈະສູງຂື້ນ 1-3 ອົງສາ, ໂດຍສະເພາະຢູ່ ແຂວງພາກເໜືອດ້ານຕາເວັນຕົກລະດັບອຸນຫະພູມສູງສຸດ 33-35 ອົງສາ, ໃນຕົ້ນອາທິດຕໍ່ໜ້າຈະມີຝົນຕົກຟ້າຄະນອງໃນ ລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກລະດັບປານກາງຫາ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກ ເໜືອ. ຈາກນັ້ນກາງອາທິດຈະມີຝົນຕົກໃນລະດັບປານກາງຫາຕົກໜັກຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງແຂວງພາກກາງ ແລະ ພາກໃຕ້.
     ສຳລັບໃນອາທິດຜ່ານມາໄດ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ພ້ອມມີລົມພັດແຮງ ເປັນບາງໂອກາດ, ເຊິ່ງປະລິ ມານນ້ຳຝົນ 24 ຊົ່ວໂມງ ແທກ ໄດ້ທີ່ສະຖານີປາກຊ່ອງ 200,5 ມິນລິແມັດ ໃນວັນທີ 29 ມິຖຸນາທີ່ຜ່ານມາ.

No comments:

Post a Comment