Ad

Ad

4 July 2014

ເຄື່ອງປ່າຂອງດົງໄດ້ຮັບການຄຸ້ມຄອງຫຼາຍຂຶ້ນ



   ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ : ການຄຸ້ມຄອງ ປ່າຜະລິດ ແລະ ເຄື່ອງປ່າ ຂອງດົງເປັນອີກວຽກງານໜຶ່ງທີ່ຂະ ແໜງ ການຂອງຕົນໄດ້ສຸມໃສ່ຈັດຕັ້ງປະຕິບັດ, ປົກປັກຮັກສາ ​ແລະ ກວດກາຢ່າງເຂັ້ມງວດເຮັດໃຫ້ ປ່າຜະລິດ ແລະ ເຄື່ອງປ່າຂອງ ດົງໄດ້ຮັບການຄຸ້ມຄອງຫຼາຍຂຶ້ນ,ເຫັນໄດ້ວ່າ:ປັດຈຸບັນໄດ້ສຳເລັດ ການສຳຫຼວດ ແລະ ສ້າງແຜນ ຈັດສັນປ່າຜະລິດທັງໝົດ 18 ເຂດ ຄຸ້ມຄອງຍ່ອຍ​ໃນເນື້ອທີ 148.400 ເຮັກຕາ, ໄດ້ກຳນົດເຂດຟື້ນຟູປ່າ ທັງໝົດ 572.161 ເຮັກຕາ, ໃນນີ້ ເຂດປ່າຜະລິດ ມີ 164.101 ເຮັກ ຕາ. ປະຕິບັດໄດ້ 9.385 ເຮັກຕາ ແລະ ເຂດນອກ 3 ປະເພດ ປ່າມີ 408.060 ເຮັກຕາ, ໄດ້ຄຸ້ມຄອງ ການຂຸດ ຄົ້ນໄມ້  69.888 ແມັດ ກ້ອນ, ເທົ່າກັບ 12% ຂອງແຜນ ການ ( 580.000 ແມັດກ້ອນ) ແລະ ຄຸ້ມຄອງການເກັບກູ້ເຄື່ອງ ປ່າຂອງດົງປະເພດເສັ້ນ, ລຳ, ດອກ, ໝາກ, ໃບ ແລະ ປະເພດ ເປືອກຕາມແຜນຈັດສັນແບບຍືນ ຍົງ, ເກັບແກ່ນ​ ​ແລະ ກ້າ ເບ້ຍ ບັນລຸ​ໄດ້ 5,4 ລ້ານກວ່າເບ້ຍ, ເພື່ອປູກໃນປີ 2014 ນີ້ ແລະ
ໄດ້ສຳຫຼວດຈັດສັນປ່າໄມ້ບ້ານ ແລະ ການຄຸ້ມຄອງການ ນຳໃຊ້ເຄື່ອງປ່າຂອງດົງແບບຍືນນານ, ໄປຄຽງຄູ່ກັນນັ້ນກໍໄດ້ປັບປຸງ ລະບຽບກົດໝາຍ ແລະ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນ ແລະ ຜູ້ປະກອບການເຂົ້າຮ່ວມການຄຸ້ມ ຄອງ  ແລະ ປົກປັກຮັກສາປ່າໄມ້, ຈຶ່ງຈະເຮັດໃຫ້ຂະ ບວນການລັກລອບຕັດໄມ້ ແລະ ການກະທຳທີ່ເປັນການຝ່າຝືນລະບຽບ ກົດໝາຍປ່າໄມ້ຄ່ອຍໆຫຼຸດລົງເທື່ອລະກ້າວ.

No comments:

Post a Comment