Ad

Ad

4 July 2014

ເກີດເຫດໄຟຟ້າດູດນາຍຊ່າງໄມ້ເສຍຊີວິດຍ້ອນຄວາມບໍ່ລະມັດລະວັງ



ພາບຈາກເຟດບູກ : ໂທລະໂຄ່ງ
         ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 2 ມິຖຸນານີ້ ໄດ້ ເກີດເຫດໄຟຟ້າ ຊ໋ອດຊ່າງໄມ້ຜູ້ໜຶ່ງ, ຢູ່ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ເສຍຊີວິດ ຈາກການສືບສວນ-ສອບສວນ ຂອງເຈົ້າໜ້າ ທີ່ຮູ້ວ່າ: ຜູ້ຕາຍຄື ທ້າວ ລອງສີ ອາຍຸ 35 ປີ, ອາຊີບ ກຳມະກອນ ຢູ່ບ້ານຈອມເພັດ, ເມືອງ ສີສຕັດຕະນາກ, ນະຄອນ ຫຼວງວຽງຈັນ ຊຶ່ງຜູ້ກ່ຽວໄດ້ມາ ຮັບເໝົາສ້ອມແປງຮ້ານອາຫານ ແຫ່ງໜຶ່ງຢູ່ບ້ານ  ດົງນາໂຊກ ແລະ ໄດ້ໃຊ້ເລື່ອຍຕັດໄມ້ໄຟຟ້າ ຊຶ່ງເປັນເຄື່ອງ ເກົ່າ ແລະ ເຮັດໃຫ້ ໄຟຟ້າ ຊ໋ອດ ຜູ້ກ່ຽວເສຍຊີວິດ ກ່ອນຈະມີໝູ່ມາພົບເຫັນ ແລະ ແຈ້ງຕໍ່ເຈົ້າໜ້າທີ່ສັນລະສູດ.
         ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫຼັງໄດ້ລົງກວດກາສັນລະສູດ ແລະ ໄດ້ນຳເອົາເຄື່ອງ ເລື່ອຍໄມ້ດັ່ງກ່າວໄປກວດສອບຕົວຈິງ ແລະ ພົບວ່າມີໄຟຟ້າຮົ່ວ ແລະ ເຮັດໃຫ້ໄຟຟ້າ ຊ໋ອດເອົາຜູ້ກ່ຽວເສຍຊີວິດຍ້ອນຄວາມບໍ່ລະມັດລະວັງໃນການໃຊ້ອຸປະກອນໄຟຟ້າ.

No comments:

Post a Comment