Ad

Ad

4 July 2014

ແກ້ຂ່າວເຫດລະເບີດແຕກບໍ່ໄດ້ແຕກຂຶ້ນຢູ່ຮ້ານອາຫານຫນອງອໍ້

     ພາຍຫລັງໜັງສືພິມ ລາວ​ພັດທະນາ ​ໄດ້​ລົງ​ພິມ​ຂ່າວ​ໃນ​ວັນ​ທີ 2 ກໍລະກົດ 2014 ນີ້ ວ່າ: ​ເກີດ​ເຫດ​ລະ​ເບີດ​ແຕກ​ຢູ່​ຮ້ານ​ອາ ຫານ​ໜອງ​ອໍ້... ​ໂດຍ​ອີງ​ຕາມ​​ຂໍ້​ມູນ​ຂອງ​ເຈົ້າ ໜ້າ​ທີ່​ພະ​ແນ​ກສືບສວນ-ສອບ​ສວນ ນະຄອນຫລວງ​ວຽງ​ຈັນ, ​ແຕ່​​​​ໃນ​ຕົວ​ຈິງເຫດ​ລະ​ເບີດ​ດັ່ງກ່າວບໍ່​ໄດ້​ເກີດ​ຂຶ້ນຢູ່​ຮ້ານ​ອາຫານ​ໜອງ​ອໍ້​  ແມ່ນ​ເກີດ​ຂຶ້ນ​ໃກ້​ຄຽງກັບ​ຮ້ານ​ອາ ຫານ​ໜອງ​ອໍ້ ຈຶ່ງ​ຂໍ​ໃຫ້​ສັງຄົມ​ເຂົ້າ​ໃຈ​ຕາມ​ນີ້ດ້ວຍ ​ແລະ ປັດ​ຈຸ​ບັນ​ຮ້ານ​ອາຫານ​ຫນອງ​ອໍ້ ຍັງ​ສືບ​ຕໍ່​ເປີດ​ບໍລິການ​ສັງຄົມ​ເປັນ​ປົກກະຕິ ແລະ ຄວາມ​ຜິດພາດ​ດ້ານ​ຂໍ້​ມູນ​ຄັ້ງນີ້ ຄະນະ​ບັນນາທິການ ໜັງສືພິມ ລາວ​ພັດທະນາ​ ຈຶ່ງ​ຂໍອະ​ໄພ​ມາ​ຍັງ​ເຈົ້າຂອງ​ຮ້ານ​ອາຫານ​ດັ່ງກ່າວ ແລະ​ ເພື່ອນ​ຜູ້​ອ່ານ​ນຳ​ອີກ.

No comments:

Post a Comment