Ad

Ad

1 February 2013

ຜູ້ລະເມີດລະບຽບການສັນຈອນມີເພີ່ມຂຶ້ນ



               ​ໃນ​ສະພາບ​ການ​ສັນຈອນ​ມີ​ຄວາມ​ສັບສົນ​ແອ​ອັດ ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ຈຳນວນ​ບໍ່​ໜ້ອຍ​ໄດ້​ມີ​ການ​ປັບ​ປ່ຽນ​ພຶດຕິ​ກຳ ​ແລະ ອາລົມ ​ເຊິ່ງ​ເຫັນ​ໄດ້​ຈາກ​ການ​ຂັບ​ຂີ່​ຢ່າງ​ບໍ່​ເປັນ​ລະບຽບ, ຈອດ​ລົດ​ຊະຊາຍ, ລະ​ເມີດ​ກົດ​ຈະລາຈອນ ​ເຊິ່ງ ທັງ​ໝົດ​ແມ່ນ​ເກີດ​ຈາກ​ຄວາມ​ຮີບ​ຮ້ອນ​ຟ້າວ​ຟັ່ງ​ຂອງ​ຜູ້​ຂັບ​ຂີ່.
              ຕາມ​ການ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່​ຈະລາຈອນ​ນະຄອນ​ຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​​ປັດຈຸບັນ,ການລະ​ເມີດ​ລະ ບຽບ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ​ຂອງ​ນັກ​ຂັບ​ຂີ່​ມີ​ລັກສະນະ​ເພີ່ມ​ຂຶ້ນ ​ເຊິ່ງມັນສະ​ແດງ​ອອກ​ໃນ​​ໂຕ​ເລກຂອງອາ ທິດ​ໜຶ່ງ​ຜ່ານ​ມາ ​ໄດ້​ກວດກາ​ພົບ​ຜູ້​ລະ​ເມີດ​ລະບຽບ​ການ​ສັນຈອນ​ປະມານ 300 ຄົນ ​ໂດຍ​ຜູ້​ລະ​ເມີດ​ສ່ວນ​ຫລາຍ​ແມ່ນ​ລ່ວງ​ໄຟ​ແດງ, ມີ​ການ​ດັດ​ແປງ​ສະພາບ​ລົດ,ບໍ່​​ໃສ່​ໝວກ​ກັນ​ກະທົບ,ຂັບ​ຂີ່​ລົດ​ໄວ​ເກີນ​ຂອບ​ເຂດ ​ແລະ ບໍ່​ມີ​ເອກະສານ​ອື່ນໆ ​ເຊິ່ງ​ເຈົ້າໜ້າ​ທີ່​ໄດ້​ມີ​ການ​ສຶກສາ​ອົບຮົມ ​ແລະ ປັບ​ໃໝ​ຕາມ​ລະບຽບການ.
    ​ເຈົ້າໜ້າ​ທີ່​ຈະລາຈອນ​ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ໄລ ຍະ​ຜ່ານ​ມານອກຈາກ​ການ​ລົງ​ຕິດຕາມ​ກວດກາ​ຜູ້​ຂັບ​ຂີ່​ທີ່​ລະ​ເມີດ​ລະບຽບ​ແລ້ວ,ຍັງ​ໄດ້​ສຸມ​ໃສ່​ກ​ານ​​ໂຄສະນາ,ສຶກສາ​ອົບຮົມ​ໃຫ້​ມວນ​ຊົນ​ໃນ​ສັງຄົມ​​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​​ໃຊ້​ລົດ​ໃຊ້​ຖະ ໜົນ​ຢ່າງ​ຖືກຕ້ອງຜ່ານ​ທາງ​ພາ ຫະນະ​ສື່​ມວນ​ຊົນ, ​ໂຄສະນາ​ຕາມ​ໂຮງຮຽນ, ​ໂຮງງານ, ບ້ານ ​ແລະ ຕາມ​ສາຍ​ທາງ​ຕ່າງໆ​ຫລາຍ​ເທື່ອ, ​ແຕ່​ກໍ​ປາກົດ​ວ່າການ​ລະ​ເມີດ​ລະ ບຽບ​ການ​ຂັບ​ຂີ່​ກໍ​ຍັງ​ມີ​ລັກສະນະ​ເພີ່ມ​ຂຶ້ນ ​ແລະ ອຸປະຕິ​ເຫດ​ກໍ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​​ຊີວິດ ​ແລະ ຊັບ​ສິນ​​ເປັນ​ຈຳ ນວນ​ບໍ່​ໜ້ອຍ​ໃນ​ແຕ່ລະ​ປີ.

No comments:

Post a Comment