Ad

Ad

1 February 2013

ເຊັນບົດບັນທຶກການຮ່ວມມືໂຄງການປະກວດສານຝັນໃຫ້ເປັນດາວສອງ



        ຕອນບ່າຍຂອງວັນທີ 30 ມັງ ກອນ 2013 ຢູ່ໂຮງແຮມວຽງຈັນ ພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນ ທຶກການ ຮ່ວມມືໂຄງການປະກວດສານ ຝັນໃຫ້ເປນດາວສອງລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ ກັບບໍລິ ສັດ Lao Art Media, Infinity ແລະ Whiz Entertainment ແລະ ບົດບັນທຶກ ການຮ່ວມມືສາມຝ່າຍລະຫວ່າງ ບໍລິສັດ Lao Art Media, Infinity ແລະ Whiz Entertainment ເຊິ່ງເປັນໂຄງ ການຮ່ວມມືການປະກວດລາຍ ການຕ່າງໆໃນວົງການ ບັນເທີງ ລາວ. ເປັນກຽດເຂົ້າຮ່ວມໃນພິ ທີດັ່ງກ່າວມີທ່ານ ວິໄລວົງ ບຸດ ດຳຄຳ ເລຂາຄະນະບໍລິຫານ ງານສູນກາງ ຊປປລ, ປະ ທານ ບໍລິສັດຈາກສາມຝາຍ ແລະ ສື່ ມວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຫລາຍສິບຄົນ.
         ເປັນກຽດລົງນາມລົງນາມ ເຊັນບົດບັນທຶກດັ່ງກ່າວ ໂດຍ ທ່ານ ອາລຸນໄຊ ສຸນນະລາດ ຫົວ ໜ້າຫ້ອງການສູນກາງຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ນາງ ວິລະວອນ ພັນທະວົງ ຫົວ ໜ້າກົມຂະບວນ ການສູນ ກາງ ຊປປລ ແລະ ທ່ານ ອະນຸ ສອນ ສິຣິສັກດາ ປະທານບໍລິສັດ Lao Art Media ຈຳກັດ.ນອກນັ້ນ, Lao Art Media, Infinity ແລະ Whiz
Entertainment ກໍໄດ້ມີ ການເຊັນບົດບັນທຶກການຮ່ວມມື ລະຫວ່າງ 3 ຝ່າຍ. ທັງນີ້ເພື່ອ ຮ່ວມມືກັນປະກວດລາຍການ ຕ່າງໆໃນວົງການສີລະປ ະບັນ ເທີງລາວ ໂດຍຫວັງຈະເປັນສ່ວນ ໜຶ່ງໃນການປະກອບສ່ວນເຂົ້າໃນ ການເສີມສ້າງທັກສະ ແລະ ຄວາມອາດສາມາດ ໃຫ້ແກ່ຊາວ ໜຸ່ມລາວໃນວົງການບັນເທີງ ເຊິ່ງເປັນຄັ້ງທີສອງຕໍ່ຈາກຄັ້ງທີ ໜຶ່ງທີ່ສາມບໍລິສັດໄດ້ຈັດຂຶ້ນເປັນ ຄັ້ງທຳອິດໃນປີ 2010 ເປັນຕົ້ນ ມາ.
        ທ່ານ ອະນຸສອນ ສິຣິສັກດາ ປະທານບໍລິສັດ Lao Art Media ກ່າວວ່າ: ໄປພ້ອມໆກັບການເຕີບ ໃຫຍ່ຂະຫຍາຍຕົວດ້ານ ເສດຖະ ກິດຂອງລາວຕະຫຼອດໄລຍະ ທີ່ຜ່ານມາ,ວົງການບັນເທີງລາວ ກໍນັບມື້ ໄດ້ຮັບການພັດທະນາຂະ ຫຍາຍຕົວຢ່າງບໍ່ຢຸດ ຢັ້ງ. ການຈັດ ຕັ້ງເຊັນບົດບັນທຶກໃນຄັ້ງນີ້ ຈຶ່ງ ເປັນການຮ່ວມມືທີ່ດີຂອງຫຼາຍ ພາກສ່ວນ ຄື Lao Art Media, ບໍລິສັດ Infinity ເພື່ອສ້າງເຄືອ ຄາຍໃຫ້ພວກເຂົາໄດ້ກ້າວອອກ ໄປສູ່ໂລກທີ່ກວ້າງໄກກວ່າທີ່ເຄີຍ ເປັນມາໃນວົງການບັນເທີງ ລາວ.
               ສ່ວນທ່ານ Mr Kreangsak Kreangkriniyom ປະທານບໍລິສັດ Whiz Entertainment ກ່າວວ່າ: ມີຄວາມຮູ້ສຶກຍິນດີເປັນ ຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າມາມີສ່ວນ ຮ່ວມໃນໂຄງການປະກວດສຳຄັນນີ້.ດັ່ງນັ້ນ,ທາງບໍລິ ສັດ Whiz Entertainment ຫວັງວ່າ:ຈະ ເປັນການພັດທະນາປະສິດທິພາບ ແລະ ຄວາມສາມາດຂອງ ຊາວໜຸ່ມລາວໃນວົງການບັນ ເທີງໃຫ້ກາຍ ເປັນແມ່ແບບທີ່ດີ ໃຫ້ແກ່ສັງຄົມ ໄດ້ໃນອະນາຄົດ.

No comments:

Post a Comment