ກະຊວງສຶກສາທິການ ແລະ ກິລາ ລະບຸວ່າ:
ເຖິງວ່າພວກເຮົາໄດ້ມີຄວາມພະຍາຍາມພັດທະນາລະບົບການສຶກສາຂອງລາວຕາມແນວທາງນະໂຍບາຍຂອງພັກ
ແລະ ການປ່ຽນແປງຕາມກະແສໂລກາພິວັດ ແລະ ກໍປະ ສົບຄວາມສຳເລັດຫລາຍປະການມາແລ້ວກໍຕາມ,
ແຕ່ພວກເຮົາຍັງພົບກັບບັນ ຫາຈຳນວນໜຶ່ງທີ່ເປັນສິ່ງກີດ ຂວາງ,
ກົດໜ່ວງການພັດທະນາປະເທດຊາດ ແລະ ພັດທະນາຊັບ ພະຍາກອນມະນຸດຕາມແນວທາງນະໂຍ ບາຍຂອງພັກ
ແລະ ຕາມກະແສໂລກາພິວັດ.
ບັນຫາໃຫຍ່ໃນສັງຄົມເຮົາຕໍ່ການສຶກສາທຸກມື້ນີ້ແມ່ນກະແສແນວຄິດ-ຈິນຕະນາການຂອງຄົນບໍ່ມັກຮຽນວິຊາຊີບຊັ້ນຕົ້ນ,
ຊັ້ນ ກາງ, ຊັ້ນສູງ; ແລ່ນນຳຄ່ານິຍົມທີ່ໃຝ່ຝັນຢາກຮຽນແຕ່ລະດັບປະລິນ
ຍາຕີຢູ່ມະຫາວິທະ ຍາໄລ ແລະ ຢາກຮຽນແຕ່ຂະແໜງວິຊາທີ່ຕິດພັນກັບເສດຖະກິດໂດຍບໍ່ຄຳນຶງເຖິງຄວາມສາມາດ
ແລະ ຜົນການຮຽນໃນຊັ້ນມັດທະຍົມຕອນປາຍຂອງຕົນເຊັ່ນ:
ຕ້ອງການຮຽນແຕ່ວິຊາເສດຖະສາດ, ບໍລິ ຫານທຸລະກິດ, ບັນຊີການເງິນ,
ການທະນາຄານເປັນສ່ວນຫລາຍ. ເຖິງວ່າກະຊວງສຶກສາທິການ ແລະ ກິລາ
ໄດ້ມີຄວາມພະ ຍາຍາມກໍ່ສ້າງ ແລະ ຂະ ຫຍາຍໂຮງຮຽນວິຊາຊີບ, ວິທະ
ຍາໄລເຕັກນິກຢູ່ບັນດາແຂວງເພື່ອຮອງຮັບຜູ້ທີ່ຮຽນຈົບສາຍສາມັນສຶກສາໄດ້ເຂົ້າຮຽນຕໍ່ວິຊາຊີບລະດັບຊັ້ນຕົ້ນ,
ຊັ້ນກາງ, ຊັ້ນສູງໃຫ້ໄດ້ຫລາຍ
ຂຶ້ນ ເຊິ່ງແຕ່ ລະປີສະຖາບັນອາຊີວະສຶກສາເຫລົ່ານັ້ນສາມາດຮັບນັກຮຽນເຂົ້າຮຽນໄດ້ເຖິງ
16-17 ພັນຄົນ, ແຕ່ໃນພາກປະຕິບັດຕົວຈິງນັກ
ຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍແລ້ວ
ຊ້ຳພັດບໍ່ສົນໃຈໄປຮຽນວິຊາຊີບ ແລະ ພ້ອມນັ້ນ ຜູ້ເປັນພໍ່ເປັນແມ່ ແລະ
ຜູ້ປົກຄອງນັກຮຽນເອງກໍບໍ່ສົ່ງເສີມໃຫ້ລູກຫລານຂອງຕົນໄປຮຽນວິຊາຊີບໃນລະດັບດັ່ງກ່າວ
ຄືສົກ ຮຽນ 2011-2012 ຜ່ານມາ ມີຜູ້ສະໝັກມາຮຽນຢູ່ສະຖາບັນອາຊີ
ວະສຶກສາຂອງລັດພຽງແຕ່ 8 ພັນກວ່າຄົນ ຫລື ປະມານ 50%
ຂອງຄວາມອາດສາມາດຮອງຮັບເທົ່ານັ້ນ. ແຕ່ໃນຂະນະນັ້ນ ມີຜູ້ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ
ຫລາຍເຖິງເຖິງ 20 ພັນກວ່າ. ອັດ ຕາສ່ວນນັກສຶກສາທີ່ຮຽນຊັ້ນສູງ ແລະ
ມະຫາວິທະຍາໄລມີເຖິງ 1.987 ຄົນ ຕໍ່ປະຊາກອນ 1 ແສນຄົນ.
ສ່ວນອາຊີວະສຶກສາລະດັບຊັ້ນກາງມີພຽງແຕ່ 295 ຄົນ ຕໍ່ປະ ຊາກອນ 1 ແສນຄົນ.
ອີກດ້ານໜຶ່ງ ຕາມການວິໄຈຂໍ້ມູນຂອງຊ່ຽວ
ຊານຕ່າງປະເທດໃນການຕີລາຄາການປະຕິບັດແນວທາງປ່ຽນແປງໃໝ່ຂອງຂະແໜງການສຶກ
ສາຢູ່ປະເທດເຮົາ ພົບວ່າ:ໂຄງປະ
ກອບຂອງການກໍ່ສ້າງກຳລັງແຮງງານລາວແມ່ນນັກວິຊາການຊັ້ນສູງ 8 ຄົນ ຕໍ່ຊັ້ນກາງ
1 ຄົນ ແລະ ຊັ້ນຕົ້ນ 2 ຄົນ ເຊິ່ງປີ້ນກັນ ຫລື
ກົງກັນຂ້າມກັບໂຄງປະກອບການກໍ່ສ້າງກຳລັງແຮງງານຂອງບັນດາປະເທດທີ່ພັດທະນາແລ້ວ
ຄືນັກວິຊາການລະດັບຊັ້ນສູງ 1 ຄົນ ຕໍ່ຊັ້ນກາງ 3 ຄົນ ແລະ ຊັ້ນຕົ້ນ 10 ຄົນ.
ບັນດາຂໍ້ມູນທີ່ກ່າວມາຂ້າງເທິງນັ້ນສະແດງວ່າ: ປັດຈຸ
ບັນນີ້,ກະແສແນວຄິດທີ່ພົ້ນເດັ່ນຂອງຄົນລາວແມ່ນມີຄ່ານິຍົມແລ່ນນຳແຕ່ກະແສຄວາມຮູ້ສຶກດັ້ງເດີມ,
ແລ່ນນຳແຕ່ໃບປະກາ ສະນີຍະບັດ, ຄ່ານິຍົມປອມແປງຄວາມຮູ້,
ຢາກຮຽນແຕ່ວິຊາທີ່ຕົນຄິດວ່າມີຜົນປະໂຫຍດສູງຕໍ່ຕົນເອງເທົ່ານັ້ນ
ໂດຍບໍ່ຄຳນຶງເຖິງລະດັບຄວາມສາມາດຂອງຕົນ. ດ້ວຍເຫດນີ້
ຢູ່ລາວເຮົາປັດຈຸບັນ ຈຶ່ງມີສະພາບຂາດເຂີນກຳລັງແຮງງານທີ່ມີສີມືດີ,
ຈຳນວນນັກ ວິຊາການທີ່ເຮັດວຽກຢູ່ແຕ່ລະຂະແໜງການ ແລະ
ຢູ່ແຕ່ລະຂັ້ນມີສະພາບເຫລືອບໍ່ພໍ, ຂາດພະນັກ
ງານວິຊາການທີ່ມີຄວາມສາມາດໃນການນຳພາເຮັດ, ນຳພາສ້າງ, ນຳພາປະຕິບັດຕົວຈິງ,
ແຕ່ໃນຂະນະນັ້ນຜູ້ທີ່ຮຽນຈົບປະລິນຍາຕີໃນບາງວິຊາຊ້ຳພັດບໍ່ມີວຽກເຮັດງານທຳເປັນຈຳນວນຫລາຍສົມ
ຄວນ ຖ້າກະແສແນວຄິດຍັງຄົງຢູ່ໃນສັງຄົມຕໍ່ການພັດທະນາປະເທດ.
No comments:
Post a Comment