Ad

Ad

18 March 2013

ໂຄງການບໍ່ຄຳ-ທອງເຊໂປນ ມອບເງິນປັນຜົນໃຫ້ລັດຖະບານ ສຳລັບປີ 2012

               ບໍລິສັດ MMG LXML ​ເຊ​ ໂປ​ນ ​ເຊິ່ງ​ເປັນ​ບໍລິສັດ​ຂຸດ​ຄົ້ນ​ແຮ່​ຄຳ-ທອງ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ​ແຫ່ງ ສປປ ລາວ ຈຳ​ນວນ 28,5 ລ້ານ​ໂດ​ລາ​ສະຫະລັດ ເຊິ່ງຕິດ​ພັນ​ກັບ​ລາຍ​ຮັບ​ທຸລະ​ກິດ​ຂອງ​ປີ 2012.
            ການ​ຈ່າຍ​ເງິນ​ຄ່າ​ພາສີ ​ແລະ ຄ່າ​ພາກ​ຫລວງ​ຂອງ​ປີ 2012 ແມ່ນ​ໄດ້​ປະຕິບັດ​ພາຍ​ໃນ​ເດືອນ​ມີນາ​ນີ້ ຫລັງ​ການ​ຊຳລະ​ຄ່າ​ພາກ​ຫລວງ​ເພີ່ມ​ຕື່ມ ​ເຊິ່ງຈະ​ໄດ້​ດຳ​ເນີນ​ການ​ພາຍ​ໃນ​ປີນີ້. ​ເງິນ​ທັງ​ໝົດ​ທີ່​ລັດຖະບານ​ໄດ້​ຮັບ​ຈາກ​ໂຄງການ​ບໍ່​ທອງ-ຄຳ​ເຊ​ໂປ​ນຈະ​ບັນລຸ​ເຖິງ 1 ຕື້​ໂດ​ລາ​ສະຫະລັດ.
            ການ​ມອບ​ເງິນ​ປັນ​ຜົນ​ຂອງ​ປີ 2012 ​​ໄດ້​ແບ່ງ​ອອກ​ເປັນ 2 ງວດ ເຊິ່ງພິທີ​ມອບ​ເງິນ​ປັນ​ຜົນ​ງວດ​ສຸດ​ທ້າຍ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມີນາ ຢູ່ກະຊວງ​ການ​ເງິນນະຄອນ ຫລວງ​ວຽງ​ຈັນ ​ເປັນ​ຈຳນວນ​ເງິນ​ທັງ​ໝົດ 15 ລ້ານ​ໂດ​ລາ​ສະ ຫະລັດ.
            ລັດຖະບານ​ລາວ​ຖື​ຮຸ້ນ 10% ໃນ​ບໍລິສັດ​ລ້ານ​ຊ້າງ​ມີ​ເນ​ໂຣນສ໌ ລິ​ມິ​ເຕັດ ທີ່​ດຳ​ເນີນ​ງານ​ຢູ່​ໃນ​ບໍ່​ຄຳ-ທອງ​ເຊ​ໂປ​ນ. ປີ 2012 ​ເຊິ່ງ​ເປັນ​ປີ​ທີ່​ບໍລິສັດ MMG LXML ເຊ​ໂປ​ນ ຜະລິດ​ທອງ​ໄດ້​ເກີນ​ຄາດ ໝາຍ​ເຊິ່ງຜະລິດ​ໄດ້ 86.295 ​ໂຕນ ​ເພີ່ມ​ຂຶ້ນຈາກ​ປີ 2011 ເຖິງ 9%.

No comments:

Post a Comment