Ad

Ad

18 March 2013

ສະແດງດົນຕີ ແລະ ຟ້ອນຍີ່ປຸ່່ນສະໄຫມໃຫມ່ສະຫລອງສາຍພົວພັນຍີ່ປຸ່ນ-ອາຊຽນ


           ສະຖານ​ທູດ​ຍີ່ປຸ່ນ​ປະຈຳ​ລາວຮ່ວມ​ກັບ​ກະຊວງ​ຖະ​ແຫ​ລ່ງຂ່າວ, ວັດທະນະ ທຳ ​ແລະ ທ່ອງ​ທ່ຽວ ແລະ ບໍລິສັດ Laughing Cats ໄດ້​ຈັດການ​ສະ​ແດງ​ດົນຕີ ແລະ ຟ້ອນ​ຍີ່ປຸ່ນ​ສະ​ໄໝ​ໃໝ່ ຊື່ວ່າ “ຊີ​ປັງ​ກຸ”  ໃນ​ວັນ​ທີ 16 ມີນາ 2013 ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດນະຄອນ​ຫລວງ​ວຽງ​ຈັນ ເຊິ່ງການ ສະ​ແດງ​ດັ່ງກ່າວ​ເປັນ​ກິດຈະກຳ​ໜຶ່ງເພື່ອ​ສະ​ເຫລີ​ມສະຫລອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຍີ່ປຸ່ນ-ອາ​ຊຽນ ຄົບຮອບ 40 ປີ ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມຂອງທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​​ວ່າ ການ​ກະຊວງ​ຖະ​ແຫ​ລ່ງຂ່າວ, ວັດ​ທະນະ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ​ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກຄະ ຣາຊະ​ທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດ ຍີ່ປຸ່ນປະຈຳ​ລາວ.
      ​​    ສິລະ​ປິ​ນອາຊີບ 7 ທ່ານຂອງ​ຍີ່ປຸ່ນ​ໄດ້​ສະ​ແດງ​ຄວາມ​ສາມາດ​ຕ່າງໆ​ຂອງ​ຕົນເຊັ່ນ:ການ​ຕີ​ກອງ​ຍີ່ປຸ່ນ, ການ​ເສບ​ເຄື່ອງ​ດົນຕີ​ປະ​ເພດ​ຕ່າງໆ,ການ​ຮ້ອງ​ເພງ​ໂອ​ເປ​ລາ ​ແລະ ຟ້ອນ​ສະ​ໄໝ​ໃໝ່​ໂດຍ​ການ​ປະສົມ​ປະສານ​ຄວາມ​ສາ ມາດ​ເຂົ້າກັນ​ເພື່ອ​ເຮັດ​ໃຫ້ການ​ສະ​ແດງ​ມີ​ມ່ວນ​ຊື່ນ, ມີ​ເອກະລັກ​ເຮັດ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຮູ້​​ສິລະປະ ແລະ ວັດທະນະທຳ​ສະ​ໄໝ​ໃໝ່​ຂອງ​ຍີ່ປຸ່ນ.
            ກ່ອນ​ການສະ​ແດງ​,ຄະນະ​ນັກ​ສິລະ​ປິນດັ່ງກ່າວ ​ໄດ້​ຈັດ​ກອງ​ປະຊຸມ​ວິຊາ​ການຢູ່ໂຮງຮຽນ​ມັດທະຍົມ​ສົມບູນ​ພອນ​ສະຫວັນ ເພື່ອ​ແນະນຳ​ເຄື່ອງ​ດົນຕີ ​ແລະ ການ​ຟ້ອນ​ຍີ່ປຸ່ນ​ທີ່​ທັນ​ສະ​ໄໝ ໃຫ້​ແກ່​ນັກຮຽນ ຊຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກຜູ້ເຂົ້າຮ່ວມເປັນຢ່າງດີ.

No comments:

Post a Comment