Ad

Ad

18 March 2013

ສອບເສັງຄັດເລືອກນັກຮຽນເກ່ັງຢູ່ນະຄອນວຽງຈັນ

           ພະ​ແນ​ກສຶກສາ​ທິການ ແລະ ກີລາ​ນະຄອນຫຼວງ ​ໄດ້​ຈັດການ​ສອບ​ເສັງ​ຄັດ​ເລືອກ​ນັກຮຽນ​ເກັ່ງ​ ເພື່ອ​ເລືອກ​ເອົາ​ຕົວ​ແທນ​ຂອງ​ແຂວງ​ສົ່ງ​ເຂົ້າ​ແຂ່ງຂັນ​ໃນ​ລະດັບ​ຊາດ​ທີ່​ຈະ​ມີ​ຂຶ້ນ​ໃນ​ມໍ່ໆ​ນີ້ ໂດຍ​ການ​ແຂ່ງຂັນ​ໃນ​ສົກຮຽນ​ນີ້ ມີ​ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ທັງ​ໝົດ 494 ຄົນ ທີ່​ເປັນ​ຕົວ​ແທນ​ນັກຮຽນ​ເກັ່ງ​ຈາກ 9 ​ເມືອງ​ໃນ​ນະຄອນ ຫລວງ ວຽງຈັນໃນ​ນັ້ນ ການ​ສອບ​ເສັງ​ໄດ້​ແບ່ງ​ອອກ​ເປັນ 3 ຊັ້ນຄື ຊັ້ນ ປ.5,  ມ.4 ແລະ ມ.7 ​ແລະ ມີ 3 ວິຊາ​ທີ່​​ສອບ​ເສັ່ງ​.
           ພິທີການສອບເສັງ​ມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 15 ມີນາ 2013 ຢູ່ໂຮງຮຽນ​ມັດທະຍົມ​ສຶກ ສາ​ສົມບູນ​ວຽງ​ຈັນ (ມສ ວຽງ​ຈັນ) ໂດຍ​ມີ​ຕົວ​ແທນ​ນັກຮຽນ​ເກັ່ງທີ່​ຄັດ​ເລືອກ​ມາ​ຈາກ​ 9 ​ເມືອງ​ຂອງ​ນະຄອນ ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ທັງ​ໝົດ 494 ຄົນ ໃນ​ນັ້ນ ຊັ້ນ ປ.5 ມີ 144 ຄົນ, ຊັ້ນ ມ.4 ມີ 210 ຄົນ ແລະ ມ.7 ມີ 140 ຄົນ; ວິຊາ​ທີ່​ສອບ​ເສັງ​ປະກອບ​ມີວິຊາ​ພາສາ​ລາວ, ຄະນິດສາດ ​ແລະ ​ໂລກ​ອ້ອມໂ​ຕ ສຳລັບ​ຊັ້ນ ປະຖົມ, ວິຊາ​ພາສາ​ລາວ - ວັນນະຄະດີ, ຄະນິດສາດ, ຟີ​ຊິກ​ສາດ ​ແລະ ​ເຄມີ​ສາດ ສຳລັບ​ມັດ ທະຍົມ​ຕົ້ນ ແລະ ປາຍ.

           ທ່ານ ສຸດທານີ ໄຊຍະ​ສານ ຮອງ​ຫົວໜ້າ​ຫ້ອງການ​ພະ​ແນ​ກສຶກສາ​ທິການ ແລະ ກີລານະຄອນຫຼວງ, ປະ​ທານ​ຄະນະ​ກຳມະການ​ບັ້ນສອບ​ເສັງ​ນັກຮຽນ​ເກັ່ງ​ໃຫ້​ສຳພາດ​ວ່າ: ການ​ສອບ​ເສັງ​ຄັດ​ເລືອກ​ນັກຮຽນ​ເກັ່ງ​ຄັ້ງນີ້ເປັນ ຄັ້ງ ທີ 18 ນັບ​ແຕ່​ໄດ້​ມີ​ການ ຈັດການ​ສອບ​ເສັງ​ເປັນຕົ້ນ​ມາ. ຄັ້ງທີ 3 ສຳລັບ​ຊັ້ນ ມ.7 ແລະ  ຄັ້ງ ທີ 4 ສຳລັບ​ຊັ້ນ ມ.4 ນັບ​ແຕ່​ໄດ້​ເລີ່​ມຈັດຕັ້ງປະຕິບັດ​ແຜນ​ປະຕິ​ຮູ​ບລະບົບການ​ສຶກສາ​ແຫ່ງ​ຊາດ​ປີ 2011 ເປັນຕົ້ນ​ມາ.
         ຈຸດປະສົງ​ຂອງ​ການ​ສອບ​ເສັງ​ໃນ​ຄັ້ງນີ້ ແມ່ນ​ເພື່ອ​ຄັດ​ເລືອກ​ເອົານັກຮຽນ​ເກັ່ງ​ວິຊາ​ລະ​ໜຶ່ງ​ຄົນ ທີ່​ເປັນ​ຕົວ​ແທນ​ຂອງ​ນະຄອນຫຼວງ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ຊາດ​ທີ່​ຈະ​ມີ​ຂຶ້ນ​ໃນ​ມໍ່ໆ​ນີ້. ນອກ​ນັ້ນ ຍັງ​ເປັນ​ການ​ຕີລາຄາ​ຜົນ​ການ​ຮຽນ - ການ​ສອນ​ຂອງ​ຄູ,ອາຈານ ແລະ ນັກຮຽນ ຢູ່​ແຕ່ລະ​ໂຮງຮຽນ ທັງ​ເປັນ​ການ​ສົ່ງ​ເສີມ​ທັກ​ສະ, ຄວາມ​ຮູ້, ຄວາມ​ສາມາດ ​ແລະ ຄົ້ນ​ຫາ​ພອນ​ສະຫວັນ​ຂອງ​ນັກຮຽນ ເພື່ອ​ໃຫ້​ໂອກາດ​ແກ່​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ພອນ​ສະຫວັນ​ທີ່​ຕົນ​ມີໂດຍ​ຜ່ານ​ການ​ສອບ​ເສັງ​ຄັດ​ເລືອກຕົວ​ຈິງພ້ອມ​ນັ້ນ ຍັງ​ເປັນ​ເວ​ທີ​ໃນ​ການ​ປຸກລະດົມ​ໃຫ້​ນັກຮຽນ, ນັກ​ສຶກສາ​ເຫັນ​ໄດ້​ເຖິງຄວາມ​ໝາຍ, ຄວາມ​ສຳຄັນ ແລະ ຄຸນຄ່າ​ຂອງ​​ການ​ສຶກສາຕໍ່​ການ​ພັດທະນາ​ປະ​ເທດ​ຊາດເຊິ່ງຜົນ​ຂອງ​ການ​ສອບ​ເສັງ​ໃນ​ຄັ້ງນີ້ຈະ​ສາມາດ​ສະຫຼຸບ​ໄດ້​ໃນ​ທ້າຍ​ເດືອນ​ນີ້.

No comments:

Post a Comment