Ad

Ad

18 March 2013

ມອບ​​​​​​​​​​​​​ - ຮັບ ຫ້ອງອັດລາຍການ ຂ່າວໂທລະພາບກະຊວງການເງິນ



            ເພື່ອປະກອບສ່ວນເຂົ້າໃນ ການເຜີຍແຜ່ຂໍ້ມູນຂ່າວສານການເງິນໃຫ້ກວ້າງ ຂວາງໃນຂອບ ເຂດທົ່ວປະເທດ ​ແລະ ໃຫ້​ສັງຄົມ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ່າງໆຂອງຂັ້ນ​ເທິງ, ກະຊວງການເງິນຈຶ່ງໄດ້ ຈັດງົບປະມານ 290 ກວ່າ ລ້ານກີບເຂົ້າໃນການຈັດຊື້ ແລະ ຕິດຕັ້ງອຸປະກອນລາຍການຂ່າວໂທລພາບການເງິນ ຂຶ້ນແນ ໃສ່ຮັບໃຊ້ຂະແໜງການທີ່ກ່ຽວຂ້ອງ. 
          ພິທີມອບ - ຮັບຫ້ອງອັດລາຍການໂທລະພາບກະຊວງການເງິນມີ​ຂຶ້ນໃນ ຕອນເຊົ້າຂອງວັນທີ 15 ມີນາ 2013 ລະຫວ່າງ ທ່ານ ສີແພງ ພົນອາມາດ ຮອງ ຫົວໜ້າຫ້ອງການກະຊວງການ ເງິນ ກັບທ່ານ ອະນຸສັກ ພົງປະສິດປະທານບໍລິສັດໄຟນໍໂປຣດັກຊັນພ້ອມຫົວໜ້າພະແນກ ຕ່າງໆຂອງກະຊວງເຂົ້າຮ່ວມ. 
            ທ່ານ ສີແພງ ພົນອາມາດ ຮອງຫົວໜ້າຫ້ອງການກະຊວງ ການເງິນກ່າວວ່າ:ຈຸດປະສົງຂອງການຕັ້ງຫ້ອງ ອັດລາຍການຂ່າວໂທລະພາບແມ່ນແນໃສ່​ໂຄສະນາ​ເຜີຍ​ແຜ່ຂໍ້​ມູນຂ່າວສານຂອງຂະແໜງການເງິນທີ່ເຄື່ອນໄຫວຮັບ ໃຊ້ໜ້າທີ່ການເມືອງຂອງພັກກໍຄືວຽກງານໃນຂະແໜງການຕ່າງໆຂອງກະຊວງສູ່ສັງຄົມຢ່າງກວ້າງຂວາງໃນທົ່ວປະ
ເທດເປັນຕົ້ນແມ່ນການຄຸ້ມຄອງ, ການຈັດຕັ້ງປະຕິບັດນິຕິກຳ ແລະ ລະບຽບກົດໝາຍຕ່າງໆເຊິ່ງ​ໃນໄລຍະຜ່ານມາ ການກະຈ່າຍຂໍ້ມູນຂ່າວສານ​ແມ່ນມີພຽງໜັງສືພິມຢ່າງດຽວທີ່ພິມອາທິດລະເທື່ອແຕ່ການແຈກຢາຍຂໍ້ມູນຂ່າວສານ ໃນຂົງເຂດການເງິນຍັງບໍ່ທັນທົ່ວເຖິງ ແລະ ທາງດ້ານເນື້ອໃນກໍຍັງບໍ່ທັນກວ້າງຂວາງ. ດັ່ງນັ້ນກະຊວງ ຈຶ່ງໄດ້ສ້າງຫ້ອງ ອັດລາຍການໂທລະພາບນີ້ຂຶ້ນມາ​ແຕ່​ປັດຈຸບັນ​ທາງ​ໜ່ວຍ​ງານ​ຍັງ​ຂາດ​ເຂີນບຸກຄະລາກອນ, ການຈັດຫາເນື້ອໃນເພື່ອ ຜະລິດລາຍການຂ່າວອອກໃຫ້ເປັນປົກກະຕິຕໍ່ເນື່ອງນັ້ນຕ້ອງໄດ້ໃຊ້ເວລາ ແລະ ໄດ້ຮັບອະນຸຍາດຈາກ​ຂັ້ນ​ເທິງກ່ອນ ຈຶ່ງຈະເປີດລາຍການໂທລະພາບນີ້ຢ່າງເປັນທາງການເຊິ່ງຄາດວ່າລາຍການ​ດັ່ງກ່າວຈະ​ອອກສູ່​ສັງຄົມ​ໃນ​ອະ​ນາ​ຄົດ​ອັນ​ມໍ່ໆ​ນີ້.
        ທ່ານ ອະນຸສັກ ພົງປະສິດ ປະທານບໍລິສັດໄຟນໍ ໂປຣດັກຊັນ ກ່າວວ່າ: ພາຍຫຼັງໄດ້ລົງນາມເຊັນສັນຍາກັບ ຫ້ອງການກະຊວງການເງິນໃນວັນທີ 4 ຕຸລາ 2011 ເປັນຕົ້ນມາ, ບໍລິສັດ ໄຟນໍ ໂປຣດັກຊັນ ໄດ້ຮີບຮ້ອນປະຕິ ບັດໃນການຈັດຊື້ວັດຖຸອຸປະກອນ ແລະ ຕິດຕັ້ງກໍ່ສ້າງຫ້ອງອັດລາຍການຕາມເງື່ອນໄຂຂອງສັນຍາເຊິ່ງປະກອບມີ ການຊື້ກອງຖ່າຍທຳວີດີໂອ HD ຈຳນວນ ສອງໜ່ວຍພ້ອມຂາຕັ້ງ, ເຄື່ອງຄອມພິວເຕີຈຳນວນສອງຊຸດ, ໄມ ລອຍສຳພາດຈຳນວນສອງຊຸດ,  ຈໍໂມນີເຕິ LCD ຈຳນວນສອງຈໍ, ໂຕະສຳລັບເປີດລາຍການ ແລະ ສຳພາດຈຳ ນວນ 1 ຊຸດ,  ດອກໄຟເຍືອງ LED ຈຳນວນ 4 ຊຸດ  ແລະ ອຸປະກອນຕົກແຕ່ງໜ້າເວທີຈຳນວນໜຶ່ງລວມມູນຄ່າ ທັງໝົດ 290 ກວ່າລ້ານກີບເຊິ່ງມາ ຮອດວັນທີ 3 ກັນຍາ 2012,ການ ຕິດຕັ້ງສຳເລັດ 100 % ແລະ ໄດ້ເລີ່ມທົດ ລອງນຳໃຊ້ອຸປະກອນເຂົ້າໃນການຜະລິດຂ່າວສົ່ງໃຫ້ໂທລະພາບແຫ່ງຊາດ ໄດ້ຈຳນວນໜຶ່ງແລ້ວ ແລະ ຄາດວ່າການ ມອບຮັບໃນຄັ້ງນີ້ຈະນຳໄປສູ່ການຜະລິດລາຍການຕ່າງໆຂອງກະຊວງສູ່​ສັງຄົມ​ໃນ​ອະນາຄົດ​ອັນ​ໃກ້​ນີ້.

No comments:

Post a Comment