Ad

Ad

18 March 2013

ມອບລາງວັນການແຂ່ງຂັນຮູບຖ່າຍມົນສະເໜ່ເມືອງລາວ



    ພິທີມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມແຂ່ງຂັນຮູບຖ່າຍໃນຫົວຂໍ້ມົນສະ ເໜ່ ເມືອງລາວ ໄດ້ຈັດຂຶ້ນ ໃນວັນທີ 15 ມີນາ 2013 ຢູ່ນະຄອນຫລວງວຽງຈັນ ໂດຍ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍແຂກຮັບເຊີນ ແລະ ຊ່າງພາບມືອາຊີບ ແລະ ສະໝັກຫລິ້ນທັງພາຍໃນ ແລະ ຕ່າງ ປະເທດເຂົ້າຮ່ວມ.
        ການແຂ່ງຂັນດັ່ງກ່າວ ມີຊ່າງພາບສົ່ງຮູບເຂົ້າຮ່ວມ 3 ພັນ ກວ່າຮູບ ແລະ ຜ່ານການຄັດເລືອກຂອງຄະນະກຳ ມະການມີຮູບທີ່ໄດ້ຮັບລາງວັນ 19 ຜົນງານໂດຍ ລາງວັນທີໜຶ່ງແມ່ນຮູບຊີວິດຕິດພັນກັບທຳມະຊາດ ຖ່າຍ ໂດຍທ່ານ ອາຣີ ວິຕິໄກນິນ ສັນຊາດແຟັງລັງໄດ້ຮັບເງິນລາງວັນ 24 ລ້ານກີບ. ຮູບພາບທັງໝົດທີ່ສົ່ງເຂົ້າແຂ່ງຂັນລ້ວນແຕ່ສະ  ທ້ອນໃຫ້ເຫັນວິຖີຊີວິດ, ວັດທະນະທຳ-ສັງຄົມ, ທິວທັດທຳມະຊາດ
ແລະ ແຫລ່ງທ່ອງທ່ຽວທີ່ງົດງາມຂອງປະເທດ ລາວ ຊຶ່ງເປັນການໂຄສະນາເຜີຍແຜ່ໃຫ້ຊາວໂລກໄດ້ຮັບຮູ້ ແລະ ເຂົ້າໃຈປະເທດ ລາວນັບມື້ຫລາຍຂຶ້ນ ແລະ ຈູງໃຈໃຫ້ເຂົ້າເຈົ້າເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມປະເທດລາວນັບມື້ຫລາຍຂຶ້ນ.
    ນອກຈາກຮູບພາບ 19 ຮູບ ທີ່ໄດ້ຮັບລາງວັນແລ້ວ, ຄະນະກຳມະການຍັງໄດ້ນຳເອົາຮູບພາບ 181 ຮູບມາ ວາງສະແດງຢູ່ເຮືອນພັກວິນລາອາເຊັມເພື່ອໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຊົມຜົນງານ ແລະ ສີມື ຂອງຊ່າງພາບທີ່ສາມາດຖ່າຍທອດຄວາມງາມຂອງທຳມະຊາດ, ວິຖີການດຳລົງຊີວິດ, ຮີດຄອງປະເພນີຂອງປະຊາ ຊົນລາວບັນດາເຜົ່າຜ່ານຮູບຖ່າຍໄດ້ຢ່າງມີຊີວິດຊີວາ ແລະ ງົດງາມ.

No comments:

Post a Comment