Ad

Ad

14 March 2013

ສະຫວັນນະເຂດສອບເສັງເອົານັກຮຽນເກ່ັງກຽມໃສ່ສອບເສັງລະດັບຊາດ

 ທຸກໆປີແຂວງສະຫວັນນະເຂດ ຈະມີການຄັດເລືອກໂດຍສອບເສັງເອົານັກຮຽນເ ກ່ັງເພື່ອກະກຽມ ເຂົ້າຮ່ວມການສອບເສັງນັກຮຽນເກ່ັງລະດັບຊາດດັ່ງນັ້ນວັນທີ 12 ມີນານີ້ ຢູ່ໂຮງຮຽນ ມສ ສະຫວັນ ເມືອງໄກສອນ ພົມວິຫານ ທ່ານ ຄຳພູນ ຕຸໄພທູນ ຫົວຫນ້າພະແນກສຶກສາແຂວງສະຫວັນນະເຂດໄດ້ ໃຫ້ກຽດເຂົ້າຮ່ວມ ເປັນປະທານໃນການເປີດ ການສອບເສັງນັກຮຽນເກ່ັງທົ່ວ ແຂວງ.
      ການສອບເສັງນັກຮຽນເກ່ັງ ຄັ້ງນີ້ປະກອບມີຊັ້ນປະຖົມ, ມັດ ທະຍົມ ແລະ ມັດທະຍົມປາຍ, ໃນ ນີ້ຊັ້ນປະຖົມ ປ 5 ມີນັກຮຽນເຂົ້າ ສອບເສັງ 47 ຄົນ, ຊັ້ນ ມ 4 ມີ 74 ຄົນ ແລະ ຊັ້ນ ມ 7 ມີ 75 ຄົນ, ສຳລັບວິຊາທີ່ນຳມາສອບເສັງຄັ້ງນີ້ ສະເພາະຊັ້ນປະຖົມ ປ 5 ມີພາສາ ລາວ, ໂລກອ້ອມໂຕ, ຄະນິດ ສາດ, ຊັ້ນ ມ 4  ມີພາສາລາວ- ວັນນະຄະດີ, ຟີຊິກສາດ, ຄະນິດສາດ, ເຄມີສາດ ແລະ ຊັ້ນ ມ 7 ມີ ພາສາ ລາວ-ວັນນະຄະດີ, ຟີຊິກສາດ, ຄະນິດສາດ ແລະ ເຄມີ ສາດ.
     ການສອບເສັງເອົານັກຮຽນເກັ່ງຄັ້ງນີ້ກໍເພື່ອເລືອກຫາເອົານັກຮຽນຜູ້ທີ່ມີຄວາມສາມາດເພື່ອຊຸກຍູ້ສົ່ງ ເສີມໃຫ້ເຂົາເຈ້ົາໄດ້ ຮັບການສຶກສາທີ່ດີຈົນກ້າວໄປເຖິງເປັນຜູ້ທີີ່ຈະສາມາດສ່ົງຄວາມຮູ້ດັ່ງກ່າວສູ່ຮຸ່ນຕໍ່ໆ ໄປໃນອະນາຄົດ.

No comments:

Post a Comment