Ad

Ad

14 March 2013

ບໍລິສັດການບິນຈີນສາຍຕາເວັນ ອອກເປີດຖ້ຽວບິນຈາກປັກກິ່ງໄປວຽງຈັນ



     ວັນທີ 12 ມີນານີ້, ພະແນກທຸລະກິດ ຂອງບໍລິສັດການບິນຈີນສາຍຕາເວັນອອກປະຈຳລາວ ແຈ້ງໃຫ້ ຮູ້ວ່າ: ບໍລິສັດການບິນ ຈີນສາຍຕາເວັນອອກຈະເປີດຖ້ຽວບິນຈາກປັກກິ່ງໄປວຽງຈັນ ໃນວັນທີ 31 ມີນານີ້ ຢ່າງເປັນທາງການໂດຍຈະໃຊ້ເວລາພຽງ 7 ຊົ່ວໂມງ.
    ນາງ ເວໂລເໝ ຫົວໜ້າພະແນກທຸລະກິດ ຂອງບໍລິສັດການບິນຈີນສາຍຕາເວັນອອກປະຈຳ ລາວ ເວົ້າວ່າ:ຖ້ຽວບິນເດີມແມ່ນ ຄຸນໝິງໄປວຽງຈັນ ໃຊ້ຍົນນ້ອຍ ທີ່ມີບ່ອນນັ່ງ 40 ບ່ອນ, ຖ້ຽວບິນ ສາຍໃໝ່ ແມ່ນມາຈາກປັກກິ່ງໄປວຽງຈັນ ແຕ່ຍັງຕ້ອງແວ່ນະ ຄອນຄຸນໝິງ, ບໍ່ຕ້ອງປ່ຽນຍົນ, ແມ່ນໃຊ້ຍົນໂບອິງ 737 ສາມາດບັນທຸກຜູ້ໂດຍສານ 131 ຄົນ.
    ປັດຈຸບັນ, ຖ້ຽວບິນລະຫວ່າງ ຈີນກັບລາວມີພຽງ 4 ຖ້ຽວ, ບໍລິ ສັດການບິນຈີນສາຍຕາເວັນອອກຍັງຈະເປີດຖ້ຽວບິນຄຸນ ໝິງຫາຫລວງພະບາງເພື່ອເປີດກວ້າງຕະຫລາດການບິນລະຫວ່າງລາວກັບຈີນຕື່ມ ອີກ.

No comments:

Post a Comment