Ad

Ad

14 March 2013

ສປປ ລາວ ແລະ ຣາຊະອານາ ຈັກໄທ ເພີ່ມທະວີການຮ່ວມມືສອງຝ່າຍ



     ໃນວັນທີ 13 ມີນານີ້, ຢູ່ໂຮງແຮມດອນຈັນພາເລດ, ທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກໄທ ໃນໂອ ກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ຢູ່ນະຄອນ ຫລວງວຽງຈັນ.
    ໃນການພົບປະສອງຝ່າຍ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງ ຄວາມຊົມເຊີຍຕໍ່ການ ເດີນ ທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ໃນລະຫວ່າງວັນທີ 12-13 ມີນານີ້ ຂອງນາ ຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ແລະ ຄະນະ. ທັງສອງຝ່າຍໄດ້ຕີລາຄາສູງການພົວພັນ ແລະ ການຮ່ວມ ມືອັນດີທີ່ມີມາແຕ່ດົນນານລະຫວ່າງສອງປະເທດລາວ ແລະ ໄທ, ພ້ອມທັງ ໄດ້ປຶກສາຫາລື ແນວທາງການຮ່ວມມືໃນອະ ນາຄົດເຊັ່ນ: ການສຳຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ; ການຮ່ວມມືດ້ານການເຊື່ອມໂຍງເສັ້ນທາງຄົມມະ ນາຄົມໃນອະນຸພາກພື້ນ, ການເຊື່ອມໂຍງເສັ້ນທາງລົດໄຟ ຄວາມໄວສູງ ແລະ ການພັດທະນາເສັ້ນທາງເຊື່ອມໂຍງ ລາວ-ໄທ ແລະ ການກະກຽມຈັດກອງປະຊຸມຄະ ນະລັດຖະມົນຕີ ລາວ-ໄທ ຄັ້ງທີ 2 ໃນປີນີ້.

    ໂອກາດດັ່ງກ່າວ, ນາຍົກລັດຖະມົນຕີໄທໄດ້ເຊື້ອເຊີນນາຍົກລັດຖະມົນຕີລາວເຂົ້າຮ່ວມກອງປະຊຸມສຸດ ຍອດຜູ້ນຳດ້ານນ້ຳແ ຫ່ງອາຊີ-ປາຊີຟິກ ເຊິ່ງຝ່າຍໄທຈະເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 19-20 ພຶດສະພາ 2013. ພ້ອມນັ້ນ ກໍໄດ້ສະແດງ ຄວາມຂອບໃຈຕໍ່ນາຍົກລັດຖະມົນຕີລາວທີ່ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າພົບປະປຶກສາຫາລື ແລະ ອຳນວຍຄວາມສະດວກທຸກ ປະການໃຫ້ແກ່ຄະນະຜູ້ແທນ ໄທໃນ ການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 5 ຢູ່ນະຄອນຫລວງວຽງ ຈັນເທື່ອນີ້.
    ການພົບປະປຶກສາຫາລືໄດ້ດຳ ເນີນໄປໃນບັນຍາກາດແຫ່ງໄມຕີ ຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈຖານບ້ານ ໃກ້ເຮືອນຄຽງທີ່ດີຕໍ່ກັນ.
    ພາຍຫລັງສຳເລັດການພົບປະປຶກສາຫາລື, ນາຍົກລັດຖະມົນຕີທັງສອງກໍໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສົ່ງເສີມກະສິກຳແບບມີຂໍ້ຜູກ ພັນສັນຍາສອງສົ້ນພາຍໃຕ້ຂອບ ACMECS ນຳອີກ.

No comments:

Post a Comment