Ad

Ad

14 March 2013

ນັກທຸລະກິດອຸບົນລາຊະທານີ ປະເທດໄທ ສົນໃຈລົງທຶນຢູ່ສາລະວັນ



        ແຫລ່ງຂ່າວຈາກແຂວງ ສາລະວັນ ລາຍງານວ່າ:ເມື່ອມໍ່ໆມານີ້, ທ່ານ ວັດທິກອນ ໃສງາມຫົວ ໜ້າການຄ້າແຂວງອຸບົນ ລາຊະທານີ ພ້ອມດ້ວຍນັກທຸກລະກິດຈາກ 93 ຫົວໜ່ວຍທັງພາກລັດ ແລະເອກະ ຊົນ ແຂວງດັ່ງກ່າວ ແລະ ນັກທຸລະກິດຈາກ ພາກຕາເວັນອອກສຽງເໜືອປະເທດໄທໄດ້ເຂົ້າຢ້ຽມຂຳ່ ນັບທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງຂອງຕົນອັນເປັນການສະ ແດງໃຫ້ເຫັນ ວ່າ:ນັກທຸລະກິດ ໄທສົນໃຈລົງທຶນດ້ານການຄ້າ, ການບໍລິການ ແລະການທ່ອງທ່ຽວ.
       ໃນການພົບປະກັບທ່ານ ສິສຸພັນ ເທບວົງສາ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງສາ ລະວັນ,ສອງຝ່າຍ ໄດ້ປຶກສາຫາລືບັນຫາການປະຕິບັດສັນຍາຜູກພັນ 2 ສົ້ນ ແລະ ການເຈລະຈາຈັບ ຄູ່ການຄ້າລະຫວ່າງນັກທະລະກິດ, ຜູ້ປະ ກອບການແຂວງອຸບົນລາຊະທານີ,ນັກທຸລະກິດພາກຕາເວັນອອກສຽງເໜືອປະເທດໄທກັບຜູ້ປະກອບການ ນັກທຸລະກິດແຂວງ ສາລະວັນ 15 ຫົວໜ່ວຍ ເຊ່ິງແຂວງ ສາລະວັນໃນປັດຈຸບັນບັນລຸໂຄງປະກອບເສດຖະກິດກະສິກໍາກວມ 75%, ອຸດສາຫະກຳ 18% ແລະ ການບໍລິການ 25 % ແລະ ມີຫົວໜ່ວຍວິ ສາຫະກິດທີ່ຂຶ້ນທະບຽນແລ້ວ 3.500 ກວ່າຫົວໜ່ວຍ.
         ຫລັງພົບປະເຈລະຈາ, 2 ຝ່າຍໄດ້ຈັບມືຄູ່ສັນຍາຜູກພັນ 2 ສົ້ນນຳກັນ 2 ບໍລິສັດ ແລະຈັບ ຄູ່ຄ້າຂາຍນຳກັນ 19 ຄູ່ບົນ ພື້ນຖານປະຕິບັດຕາມບົດບັນທຶກກອງປະຊຸມລະຫວ່າງພະແນກອຸດສາຫະກຳ ການຄ້າແຂວງສາລະວັນກັບ ສຳນັກງານການຄ້າ ແຂວງອຸບົນລາຊະທານີ.

No comments:

Post a Comment