Ad

Ad

14 March 2013

ບໍລິສັດລົງທຶນ ແລະ ພັດທະນາ ຮົ່ງກວາງ ຈຳກັດ ສຳປະທານດິນລັດກໍ່ສ້າງເຂດສູນການຄ້າບໍ ລິການທ່ອງທ່ຽວຢູ່ເຂດເສດຖະກິດສະເພາະທ່າແຂກ



        ແຫລ່ງຂ່າວຈາກແຂວງ ຄມ່ວນ ລາຍງານວ່າ:ວັນທີ 11 ມີ ນານີ້ຢູ່ຫ້ອງການເຂດເສດຖະກິດ ສະເພາະທ່າແຂກແຂວງຕົນ, ທ່ານ ດາວໄຫລ ແກ້ວດວງດີ ປະ ທານສະພາບໍລິຫານເຂດເສດຖະ ກິດສະ ເພາະທ່າແຂກ ແລະ ທ່ານ ເຈືອງ ເຍິດກວາງ ປະທານ ບໍລິ ສັດລົງທຶນ ແລະ ພັດທະນາ ຮົ່ງ ກວາງຈຳກັດ ໄດ້ຮ່ວມລົງນາມ ໃນສັນຍາສຳປະທານລົງທຶນກໍ່ ສ້າງສູນການຄ້າບໍລິການທ່ອງ ທ່ຽວ ຮົ່ງກວາງຢູ່ ເຂດເ ສດຖະກິດດັ່ງກ່າວໃນເນື້ອທີ່ດິນກວ່າ 14 ເຮັກຕາໂດຍທ່ານ ບຸນມີ ພິມມະສອນ ຫົວໜ້າ ພະແນກແຜນ ການ ແລະ ການລົງທຶນແຂວງ, ທ່ານ ພົມມາ ພັນທະລັງສີ ເຈົ້າເມືອງໆ ທ່າແຂກ,ທ່ານ ເລຕຸງ ປະທານ ບໍລິສັດ ການຄ້າໄຊງ່ອນ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
         ສຳລັບເນື້ອທີ່ດິນທີ່ແຂວງ ຄຳມ່ວນກໍຄືເຂດເສດຖະກິດສະ ເພາະທ່າແຂກໄດ້ມອບສິດ ໃຫ້ບໍ ລິສັດລົງທຶນ ແລະ ພັດທະນາຮົ່ງ ກວາງ ຈຳກັດ ສຳປະທານເພື່ອ ນຳໃຊ້ກໍ່ສ້າງສູນການຄ້າ,ເຂດບັນ ເທີງ ຄົບວົງຈອນ ແລະ ໂຮງແຮມ 5 ດາວ,ໂຮງແຮມ 3-4 ດາວ,ຫ້ອງ ການ-ເຮືອນພັກ,ເຂດວິນລາ-ເດີ່ນ ເຕັນ ນິສ, ເຂດຮ້ານຄ້າປອດພາສີ, ເຂດພັກຜ່ອນຊົ່ວຄາວ ແລະ ຮ້ານອາຫານ, ເຂດຣີສອດແຄມຂອງ, ເຂດບໍ ລິການທ່ອງທ່ຽວທີ່ໄດ້ຮັບອະນຸຍາດພາຍໃຕ້ລະບຽບກົດໝາຍຂອງ ສປປ ລາວ ໂດຍມີໄລຍະສຳປະທານ 75 ປີແຕ່ປີ 2013- 2088.ສັນຍາດັ່ງກ່າວຍັງລຸບຸວ່າ: ເວລາປະຕິບັດໂຄງການນັ້ນ,
ບໍລິສັດຍິນດີຈ່າຍເງິນ 364.025 ໂດລາສະຫະລັດໃຫ້ສະພາບໍລິຫານເຂດເສດຖະກິດສະເພາະທ່າແຂກທີ່ຕາງໜ້າໃຫ້ແກ່ຄະ ນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງ ສປປ ລາວ ເພື່ອເປັນຄ່າຊົດເຊີຍເວນຄືນທີ່ດິນສຳປະທານໃຫ້ປະຊາຊົນ, ແກ້ໄຂຜົນກະທົບຕ່າງໆ ແລະ ສິ້ນ ເປື້ອງໃນການລົງກວດກາ, ວັດແທກ ແລະ ຈັດສັນເຂດດິນສຳປະທານ. ພ້ອມ​ນັ້ນບໍລິສັດ​ຍັງ​​ຕ້ອງ​ໄດ້​ຈ່າຍ​ຄ່າ​ສຳ​ປະທານ​ທີ່​ດິນ​ໃນ​ອັດຕາ​ມອບ​ເໝົາ​ເປັນ​ແຕ່ລະ​ປີ​ 4 ໄລຍະ​ຄືໄລຍະທີ 1 ແຕ່ປີ 2013 -2028 ເປັນໄລ ຍະຈະໄດ້ຮັບນະໂຍບາຍຍົກເວັ້ນຄ່າສຳປະທານທີ່ດິນ, ໄລ ຍະທີ 2 ແຕ່ປີ 2029 -2034,ບໍລິສັດ ຕ້ອງ ຈ່າຍເງິນປີລະ 100.000 ໂດລາສະຫະລັດ, ໄລຍະທີ 3 ແຕ່ປີ 2035 -2039,ຕ້ອງຈ່າຍເງິນປີລະ 200.000 ໂດລາສະຫະລັດ ແລະ ໄລຍະທີ 4 ແຕ່ປີ 2040-2044 ຕ້ອງຈ່າຍເງິນປີລະ 250.000 ໂດ ລາສະຫະລັດ ແລະ ເລີ່ມແຕ່ປີ 2045 ຂຶ້ນໄປ,ບໍລິສັດຕ້ອງຈ່າຍ ຄ່າສຳປະທານທີ່ດິນໂດຍການເຈລະ ຈາຕົກລົງກັນລະຫວ່າງສອງຝ່າຍຄືນໃໝ່ໂດຍການລົງທຶນດັ່ງກ່າວມີມູນຄ່າກວ່າ 152 ລ້ານໂດລາສະຫະ ລັດ.
        ພາຍຫລັງສຳເລັດການເຊັນສັນຍາ, ສອງຝ່າຍໄດ້ຮ່ວມກັນເປີດປ້າຍນຳໃຊ້ສຳນັກງານບໍລິສັດລົງທຶນ ແລະ ພັດທະນາຮົ່ງກວາງ ຈຳກັດຢ່າງເປັນທາງການ.

No comments:

Post a Comment