Ad

Ad

26 March 2013

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ



         ກອງປະຊຸມສະພາປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ໄດ້ຈັດ ຂຶ້ນ ໃນວັນທີ 23 ມີນາ 2013 ທີ່ ນະຄອນຫຼວງ ບັນດາ ເສລີເບກາ ວັນ,ປະເທດບຣູນາຍດາຣູ ຊາລາມ ພາຍໃຕ້ການເປັນປະທານ ຂອງ ທ່ານ ລັດຖະມົນຕີກະ ຊວງວັດທະ ນະ ທຳ, ຊາວໜຸ່ມ ແລະ ກິລາ, ປະທານສະພາປະຊາ ຄົມວັດທະນະ ທຳ-ສັງຄົມ ອາ ຊຽນແຫ່ງປະເທດ ບຣູນາຍ ດາຣູ ຊາລາມ. ເຂົ້າຮ່ວມ ກອງປະຊຸມ ມີບັນດາລັດຖະມົນຕີ, ລັດຖະມົນ ຕີຊ່ວຍວ່າການ, ເຈົ້າ ໜ້າທີ່ອາວຸ ໂສ, ເລຂາທິການໃຫຍ່ ອາຊຽນ ແລະພະ ນັກງານວິຊາ ການທີ່ ກ່ຽວຂ້ອງ. ໃນນີ້ ຄະນະຜູ້ ແທນ ສປປ ລາວ ຊຶ່ງນຳພາໂດຍ ທ່ານ ສຈ ດຣ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີວ່າການກະຊວງ ຖະ ແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ຮັບຄຳເຊີນ ເຂົ້າ ຮ່ວມ.     
            ກອງປະຊຸມໄດ້ຮັບຟັງບົດ ລາຍງານຂອງກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນເຊິ່ງໄດ້ເວົ້າ ເຖິງການປະຕິບັດ ແຜນ ງານໃນການສ້າງປະຊາຄົມ-ວັດທະນະ ທຳສັງຄົມອາຊຽນອັນຕົ້ນຕໍລວມ ມີ 6 ຂົງເຂດວຽກງານເຊັ່ນ: ຊັບ ພະຍາກອນມະ ນຸດ, ສະຫວັດດີການ ແລະ ປົກປ້ອງສັງຄົມ, ຮັກສາຄວາມຍືນຍົງຂອງສະພາບ ແວດລ້ອມ, ການສ້າງເອກະລັກອາຊຽນ, ຄວາມຍຸຕິທຳ ແລະ ຫລຸດຄວາມແຕກໂຕນທາງດ້ານການພັດທະນາ.     

       ກອງປະຊຸມຍັງໄດ້ແລກປ່ຽນ ຄຳເຫັນແລະ ທັດສະນະ ກ່ຽວ ກັບ ບັນດາວຽກງານຕ່າງໆທີ່ເປັນບູລິ ມະສິດຢູ່ໃນແຜນງານ ປະຊາຄົມ ວັດທະນະທຳສັງຄົມອາຊຽນ ສຳ ລັບສົກປີ 2013 ເຊັ່ນ: ວຽກງານ ຊາວໝຸ່ມ, ວັດທະນະທຳ, ກິລາ, ສຶກສາ, ການ ປົກປ້ອງສັງຄົມ, ການປ້ອງກັນໄພພິບັດ, ການປ່ຽນ ດິນຟ້າອາກາດ, ຄວາມກົມກ່ຽວ ດ້ານສາສະໜາ ແລະບັນຫາອື່ນຯ ທີ່ຕ່າງ ຝ່າຍມີຄວາມສົນໃຈ.     
       ທ່ານລັດຖະມົນຕີວ່າການກະ ຊວງຖະ ແຫລງຂ່າວ,ວັດທະນະ ທໍາແລະທ່ອງທ່ຽວໄດ້ປະກອບຄໍາ ເຫັນຕໍ່ກອງປະຊຸມ ໂດຍເນັ້ນກ່ຽວ ກັບຄວາມບຸກບືນພະຍາຍາມ ແລະ ຜົນສຳເລັດບາງວຽກງານ ໃນການຈັດຕັ້ງປະຕິບັດແຜນງານ ສ້າງປະຊາຄົມ ວັດທະນະທຳ-ສັງ ຄົມອາຊຽນ ເຊັ່ນ: ການເປັນ ເຈົ້າ ພາບຈັດຕັ້ງງານກິລາມະຫາວິທະ ຍາໄລອາຊຽນ ຄັ້ງທີ 16 ທີ່ນະ ຄອນ ຫຼວງວຽງຈັນ, ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ພ້ອມງານມະຫາກຳວາງສະແດງ ທ່ອງທ່ຽວອາຊຽນ ແລະ ອື່ນຯ. ພ້ອມດຽວກັນນີ້ ທ່ານ ກໍຍັງໄດ້ ລາຍງານຕໍ່ກອງປະຊຸມກ່ຽວກັບ ການອະນຸລັກ, ສົ່ງເສີມວັດທະນະ ທຳ ແລະ ການພັດທະນາ ສັງຄົມ ເປັນຕົ້ນແມ່ນການສ້າງບ້ານວັດ ທະນະທຳ, ການສົ່ງເສີມບົດບາດ ຍີງຊາຍ ຢູ່ ສປປ ລາວ ເຊີ່ງນອນ ຢູ່ໃນແຜນພັດທະ ນາເສດຖະກິດສັງຄົມແຫ່ງຊາດ ເພື່ອເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ, ປະຊາຊົນມີຄວາມຮັ່ງມີ, ຜາສຸກ, ສັງຄົມມີຄວາມ ຍຸຕິທຳ, ມີປະຊາທິປະໄຕ ແລະ ສີລິໄລ.

No comments:

Post a Comment