Ad

Ad

1 April 2013

ທະນາຄາ​ນ​ໂລກ​ໃຫ້ການ​ຊ່ວຍ​ເຫລືອ​ລັດຖະບານ​ລາວ14 ລ້ານ​ໂດ​ລາສະຫະລັດ​ ເພື່ອ​ພັດທະນາການ​ຄ້າ​ໄລຍະ​ II



        ທະນາຄານ​ໂລກ​ສຶບຕໍ່​ໃຫ້ ການ​ຊ່ວຍ​ເຫລືອ​ການຈັດ​ຕັ້ງ​ປະ ຕິບັດ​ບັນດາ​ບຸລິມະສິດ​ດ້ານ​ການ​ຄ້າ ​ແລະ ​ເຊື່ອມ​ໂຍງ​ຂອງ​ລັດຖະ ບານ ສປປ ລາວ ຜ່ານ​ກອງ​ທຶນ​ຊ່ວຍ​ເຫລືອ​ລ້າ​ຫລາຍ​ຝ່າຍ​ເພື່ອ​ພັດທະນາດ້ານ​ການ​ຄ້າ​ໄລຍະ​ສອ​ງ TDF-2 ​ໃນ​ວັນ​ທີ 28 ມີນາ 2013 ທີ່​ກະຊວງ​ການ​ເງິນ​ໄດ້​ມີ​ພິທີ​ເຊັນ​ສັນຍາ​ທຶນ​ຊ່ວຍ​ເຫລືອ​ລ້າ ລະຫວ່າງ ທ່ານ ສັ​ນ​ຕິ​ພາບ ພົມວິ ຫານ ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ກັບ ທ່ານ ນາງ ​ເຄ​ໂກະ ມີ​ວະ ຜູ້ຕາງໜ້າ​ຫ້ອງ ການ​ທະນາຄາ​ນ​ໂລກ​ປະ​ຈຳ ສປປ ລາວ, ມີ ທ່ານ ຣີຊາດ ​ເຣັກ ຄອດ ຜູ້​ຊ່ຽວຊານ​ອາວຸ​ໂສ​ທາງ​ດ້ານ​ເສດຖະກິດ​ການ​ຄ້າຂອງ​ທະນາ ຄານ​ໂລກ ຫົວໜ້າ​ທີ​ມງານ​ຮັບຜິດຊອບ​ໂຄງການ​ດັ່ງກ່າວ ພ້ອມ​ດວ້ຍ ​ແຂກ ທີ່​ຖືກ​ເຊີນ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະຍານ.
         ​ໂຄງການ​ດັ່ງກ່າວ​ນີ້​ແມ່ນ​ມີ​ເປົ້າ​ໝາຍແນ່​ໃສ່ ເພື່ອປະກອບ ສ່ວນ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ ​ແລະ ການ​ສ້າງ​ເສດຖະກິດ​ໃຫ້​ມີ​ຄວາມ​ຫລາກ​ຫລາຍ​ໂດຍ​ແນ່​ໃສ່​ບັນດາ​ຂະ​ແໜງ​ທີ່​ບໍ່​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ.​ໂຄງການ​ດັ່ງກ່າວ​ລວມມີ​ມູນ​ຄ່າ 14 ລ້ານ​ໂດລາ​ສະຫະລັດ (US$) ນີ້​ແມ່ນ​ໄດ້​ຮັບ​ການ​ສະ ໜອງ​ທຶນ​ຈາກ​ການ​ຮ່ວມ​ມື​ຫລາຍ​ຝ່າຍ​ເຊິ່ງລວມມີ​ເງິນ​ຊ່ວຍ​ເຫລືອ​ລ້າ​ຈາກ​ທະນາຄານ​ໂລກ​ມູນ​ຄ່າ 4 ລ້ານ​ໂດລາ​ສະຫະລັດ (US$), ທຶນ​ຈາກ​ກອງ​ທຶນ​ຊ່ວຍ​ເຫລືອ​ລ້າ​ຫລາຍ​ຝ່າຍ​ໃນ​ວົງ​ເງິນ 10 ລ້ານ​ໂດລາ​ສະຫະລັດ (US$) ​ເຊິ່ງ​ປະ ກອບສ່ວນ​ໂດຍ​ອົງການ​ອອສ​ເອດ, ສະ ຫະພາບ​ເອີຣົບ, ອົງ ການຮ່ວມ​ມື​
ເພື່ອ​ການ​ພັດທະນາ​ເຢຍລະ​ມັນ ​ແລະ ອົງການ​ຊ່ວຍ​ເຫລືອ​​ໄອ​ແລນ ​ໃນ​ພິທີ​ເຊັນ​ສັນຍາ​ມື້​ນີ້​ແມ່ນ​ໄດ້​ມີ​ການ​ມອບ​ເງິນ​ຊ່ວຍ​ເຫລືອ​ລ້າ​ຈຳນວນ 7.5 ລ້ານ​ໂດ ລາ​ສະຫະລັດ (US$) ​ແລະ ຈຳ ນວນ​ທີ່​ເຫລືອ 6.5 ລ້ານ​ໂດລາ​ສະ ຫະລັດ (US$) ​ແມ່ນ​ຈະ​ສືບ​ຕໍ່​ໃຫ້ ການ​ຊ່ວຍ​ເຫລືອ​ໄປ​ພ້ອມ​ກັບ​ການ​ດຳ​ເນີ​ນໂຄງການ.
          ທ່ານ ນາງ ​ເຄ​ໂກະ ມີ​ວະ ກ່າວ​ວ່າ: ການ​ປັບປຸງ​ຄວາມ​ສາ ມາດ​ໃນ​ການ​ແຂ່ງຂັນ ​ແລະ ການ​ເຊື່ອມ​ໂຍງ​ຕໍ່​ກັບ​ພາກ​ພື້ນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຫລາຍ​ໃນ​ການ​ຂະຫຍາຍຕົວ​ແບບ​ມີ​ສ່ວນ​ຮ່ວມ ​ແລະ ຍືນ​ຍົງ, ການ​ຄ້າ​ແມ່ນ​ມີ​ບົດບາດ​ສຳຄັນ​ຫລາຍ​ຕໍ່​ການ​ຂະຫຍາຍ​ຕົວ​ນີ້​ແມ່ນ​ໜຶ່ງ​ໃນ​ເປົ້າ​ໝາຍ​ຫລັກ​ຂອງ​ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ປະ​ເທດ​ຂອງ​ທະນາ ຄານ​ໂລກ ​ໃນ ສປປ ລາວ ປີ 2012 -2016.​ໂຄງການ​ກອງ​ທຶນຊ່ວຍ​ເຫລືອ​ລ້າ​ຫລາຍ​ຝ່າຍ​ເພື່ອ​ພັດທະ ນາ​ດ້ານ​ການ​ຄ້າ​ໄລຍະ​ສອງ​ນີ້​ແມ່ນ​ເປັນ​ການ​ສານ​ຕໍ່​ບັນດາ​ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້​ພາຍ​​ໃຕ້​ກອງ​ທຶນ​ຊ່ວຍ​ເຫລືອ​ລ້າ​ຫລາຍ​ຝ່າຍ​ເພື່ອ​ພັດທະນາ​ດ້ານ​ກດານ​ຄ້າ​ໄລຍະ​ຕົ້ນ (TDF1) ​ແລະ ພວກ​ເຮົາ​ມີ​ຄວາມ​ມຸ່ງ​ໝັ້ນ​ເອົາ​ໃຈ​ໃສ່​ການ​ສະ ໜັບສະ​ໜູນ​ແຜນການ​ຂອງ​ລັດຖະບານ ສປປ ລາວ​ ທາງ​ດ້ານ​ການ​ຄ້າ ​ແລະ ການ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ.

No comments:

Post a Comment