Ad

Ad

1 April 2013

ລາຄາເຂົ້າປີນີ້ອາດແພງຂຶ້ນເພາະນາແຊງຢູ່ຫລາຍທ້ອງຖິ່ນບໍ່ບັນລຸເປົ້າໝາຍ



      ການປັກດຳນາແຊງຢູ່ຫຼາທ້ອງຖິ່ນບໍ່ບັນລຸຕາມເປົ້າໝາຍເນື່ອງຈາກລາຄາເຂົ້າໃນ ປີຜ່ານມາຕົກຕ່ຳຊາວນາຈຶ່ງຫັນໄປປູກພືດເປັນສິນຄ້າແທນ, ບວກກັບຫຼາຍທ້ອງຖິ່ນ ໄດ້ປະສົບກັບໄພ ແຫ້ງແລ້ງເຮັດໃຫ້ການສະໜອງນ້ຳບໍ່ພຽງພໍ, ຂະນະທີ່ເຈົ້າ ຂອງໂຮງ ສີຄາດວ່າລາຄາເຂົ້າປີ ນີ້ຈະຖີບໂຕສູງຂື້ນໃກ້ຄຽງກັບປີ 2011 ລາຄາສູງທີ່ສຸດເທົ່າ ທີເຄືຍມີມາ.
         ຈາກສະພາບອາກາດຮ້ອນ ອົບ ເອົ້າແຕ່ຕົ້ນປີເຮັດໃຫ້ຫຼາຍພື້ນ ທີ່ ເກີດ ໄພ ແຫ້ງແລ້ງສົ່ງຜົນໃຫ້ການປັກດຳນາແຊງປີ ນີ້ເກືອບທຸກແຂວງທົ່ວປະເທດບໍ່ໄດ້ຕາມ ເປົ້າໝາຍວາງໄວ້, ບໍ່ເວັ້ນແມ່ນແຕ່ພາກກາງທີ່ເປັນອູ່ເຂົ້າອູ່ປາຂອງປະເທດເຮົາເປັນ ຕົ້ນແມ່ນນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະແຂວງຄຳມ່ວນກໍບໍ່ໄດ້ຕາມຄາດໝາຍ, ສ່ວນບັນດາແຂວງ ພາກໃຕ້ຍິງ ຕ່ຳກ່ວາເປົ້າທີ່ວາງໄວ້ຫຼາຍ.
        ໄພແຫ້ງແລ້ງປີນີ້ມາໄວກ່ວາ ປົກ ກະຕິພຽງແຕ່ກາງເດືອນມີ ນາສະ ພາບອາ ກາດຮ້ອນອົບ ເອົ້າຜິດປົກກະຕິ ກ່ວາທຸກ ປີເຮັດ ໃຫ້ຫ້ວຍນ້ຳລຳເຊຕ່າງໆບົກແຫ້ງ ຕັ້ງແຕ່ຕົ້ນປີສົ່ງຜົນໃຫ້ຊາວກະສິ ກອນຫຼາຍພື້ນທີ່ບໍ່ສາມາດເຮັດການຜະລິດລະດູແລ້ງ ແລະປັກດຳ ນາ ແຊງໄດ້ຕາມເປົ້າໝາຍລາຄາ ເຂົ້າຕົກຕ່ຳ  ບາງທ້ອງຖິ່ນຂາຍ ກິໂລ   1.600 ກີບ ເທົ່ນັ້ນ ແລະ ແພງສຸດ ບໍ່ເກີນ
2000 ກີບ/ກິໂລເຂົ້າເປືອກ ໂດຍພໍ່ຄ້າຄົນກາງອ້າງວ່າ ເຂົ້າທີ່ຊາວນາຂາຍຫຼັງເກັບກ່ຽວເຂົ້ານາປີນັ້ນບໍ່ ດ້ມາດຕະຖານ, ເນື່ອງ ຈາກມີຄວາມຊຸມສູງ ຈາກບັນຫາດັ່ງກ່າວໄດ້ເຮັດໃຫ້ຊາວນາ ຂາດທືນເປັນຈຳນວນຫຼາຍບາງຄົນຕິດໜີ້ຕິດສິນຈຶ່ງເກີດຄວາມ ທໍ້ຖອຍຖອດໃຈປະລະນາທີ່ເຄີຍທຳມາຫາກິນມາຫຼາຍສິບປີໄປເຮັດອາຊີບອື່ນແທນ ແລະ ບາງຄົນກໍຫັນໄປປຸກພືດຊະນິດ ອື່ນເປັນສິນຄ້າ.
        ແນວໃດກໍດີພໍມາເຖິງຕົ້ນປີນີ້ ລາຄາເຂົ້າເປືອກເລີ່ມປັບຂື້ນເປັນ ໄລຍະໆມາເຖິງປັດຈຸບັນລາຄາ ເຂົ້າເປືອກ ສູງຂຶ້ນຢູ່ກິ ໂລລະ 3000 ກກີບ ແລ້ວ.ທ່ານນາງຫຼຽນຄຳ ລັດ ດີເຈົ້າຂອງໂຮງສີຫຼຽນຄຳ ເຂດທ່າງ່ອນເມືອງໄຊທານີນະຄອນຫຼວງວຽງ ຈັນ ກ່າວວ່າ: ປັດຈຸບັນນີ້ລາຄາເຂົ້າໄດ້ປັບສູງ ຂື້ນແລ້ວ,ທັງຍັງຫາເກັບຊີ້ ຍາກ ອີກ ເຊິ່ງປົກກະຕິໃນໄລຍະນີ້ ເກັບຊື້ໄດ້ບໍ່ ຕ່ຳກ່ວາ10 -15ໂຕນແຕ່ປີ ນີ້ ໄດ້ພຽງ 4-5 ໂຕນກໍຍັງຍາກ, ສ່ວນຊາວນາ ບ້ານແກ້ງໄຄ້ເຂດ ທົ່ງຮາບເມືອງໄຊທານີນະຄອນ ຫຼວງວຽງຈັນ ຍອມຮັບວ່າໄລຍະນີ້ ບໍ່ຄ່ອຍມາຊາວນາຂາຍເຂົ້າຫຼາຍ ປານໃດເນື່ອງຈາກວ່າເຂົາເຈົ້າ ໄດ້ພາກັນຂາຍຫຼັງເກັບກ່ຽວເຂົ້າ ນາປີຜ່ານ ມາເພື່ອນຳເງິນໄປໃຊ້ໜີ້ ທະນາຄານທີ່ກູ້ມາລົງທືນກ່ອນລະດູການຜະລິດເຂົ້ານາປີ, ຂະນະທີນາແຊງປີນີ້ເຂດທົ່ງຮາບປັກດຳ ໄດ້ ຕາມເປົ້າໝາຍເນື່ອງຈາກວ່າມີຊົນລະປະທານຂະໜາດໃຫຍ່ຈຶ່ງ ມີນ້ຳສະໜອງພຽງພໍ. ເຈົ້າຂອງໂຮງສີຫຼຽນຄຳຍັງກ່າວອີກວ່່າ: ໃນແຕ່ລະປີທາງໂຮງສີຈະສະ ໜອງແນວພັນເຂົ້າໃຫ້ຊາວນາ ເພື່ອນຳໄປປູກປີລະບໍ່ຕ່ຳກ່ວາ4-5 ໂຕນສຳລັບເຂົ້ານາແຊງແຕ່ປີນີ້ ສະໜອງໄດ້ພຽງໂຕນກ່ວາເທົ່ານັ້ນເນື່ອງຈາກວ່າຊາວນາເຮັດນາແຊງໜ້ອຍເພາະລາຄາເຂົ້າໃນປີຜ່ານມາຕົກຕ່ຳຊາວນາສ່ວນ ໜຶ່ງ ຈາກຫັນໄປປູູກພືດຊະນິດອື່ນ ແທນໂດຍສະເພາະແມ່ນມັນຕົ້ນທີ່ ນິຍົມກັນປູກຢ່າງແຜ່ຫຼາຍ. ອີກຢ່າງໜຶ່ງຊາວນາບອກວ່າ ບໍ່ມີນ້ຳ ສະໜອງພຽງພໍ.ປັດຈຸບັນຕາມ ໂຮງສີໃຫຍ່ໃນນະຄອນຫຼວງວຽງ ຈັນຈະຮັບຊື້ເຂົ້າເປືອກໜຽວຕາກ ແຫ້ງແລ້ວກິໂລລະ 2800-3000 ກີບ, ຂາຍອອກເປັນເຂົ້າສານ ໜຽວກິໂລລະ 6000 ກີບ ແລະ ລາຄາຕ່ຳສຸດ 4000 ກີບ/ກິໂລ, ສ່ວນລາຄາ ຂາຍຍ່ອຍຢູ່ຕາມທ້ອງຕະຫຼາດໃນປັດຈຸບັນເຂົ້າປະເພດໜຶ່ງໜື່ນລະ 80.000 ກີບ ແລະ ຕ່ຳສຸດໜື່ນ ລະ55.000 ພັນກີບ .
       ຕາມປະສົບການຂອງທ່ານ ນາງຫຼຽນຄຳລັດດີທີ່ເຄືຍຊື້ຂາຍ ເຂົ້າມາເປັນເວລາຫຼາຍປີໄດ້ຄາດຄະເນວ່າລະຄາເຂົ້າປີນີ້ອາດ ຈະປັບຕົວສູງເຖິງ 7000-7500 ກີບຕໍ່ກິ ໂລ (ເຂົ້າສານໜຽວ) ຂາຍອອກ ໂຮງສີເພາະຫາກເບິ່ງຕາມລາຄາເຂົ້າເປືອກໃນປັດ ຈຸບັນແລ້ວ, ຈະໃກ້ຄຽງກັນຂອງປີ 2011 ເຊິ່ງປີນັ້ນເມື່ອຮອດເດືອນສິງຫາ-ເດືອນຕຸລາເຊິ່ງເປັນໄລຍະເຂົ້າແພງທີສຸດ ໃນແຕ່ລະ ປີໄດ້ດຶງລາຄາເຂົ້າສານ ໜຽວສູງເຖິງ8000-8500ກີບຕໍ່ກິ ໂລແນວໃດກໍ່ດີເຈົ້າຂອງໂຮງສີ ຍັງໃຫ້ທັດສະນະວ່າຕ້ອງລໍຖ້າ ຜົນ ຜະລິດຂອງນາແຊງປີນີ້ກ່ອນຫາກເຂົ້ານາແຊງເກັບກ່ຽວໄດ້ດີ ກໍຈະບໍ່ດຶງລາຄາສູງເຖິງຈຸດນັ້ນ ແຕ່ຖ້າຫາຫຜົນຜະລິດເຂົ້ານາ ແຊງບໍ່ຫຼາຍເທົ່າປີຜ່ານມາແນ່ນອນອາດດຶງລາຄາເຂົ້າສູງເໝືອນປີ 2011 ກໍເປັນໄດ້.            
      ໃນປີ 2011 ລາຄາເຂົ້າຢູ່ຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນໄດ້   ໂຕຂື້ນສູງສຸດເຖິງ ລະແສນກ່ວາກີບ, ສ່ວນ ລາຄາຂາຍອອກທີໂຮງສີກິໂລລະ 8000 ກີບ (ເຂົ້າໜຽວປະເພດໜຶ່ງ) ເຮັດໃຫ້ຜູ້ບໍ່ລິໂພກຕ່າງກໍ່ຈົມວ່າລາຄາ ເຂົ້າແພງເກີນ ໄປ, ສ່ວນຊາວນາກໍ່ຍິ້ມໜາບານເພາະຂາຍເຂົ້າໄດ້ລາຄາໃນປີນັ້ນເອງທີລາວ ເຮົາໄດ້ຮັບຜົນກະທົບຈາກພາຍຸນົກເຕັນ ແລະ ຮາຍ ມາໄດ້ເຮັດໃຫ້ເນື້ອທີ່ການຜະລິດເຂົ້ານາປີເສຍຫາຍເປັນຈຳນວນຫຼວງຫຼາຍ, ຄົນສ່ວນໃຫຍ່ໃນສັງຄົມລວມທັງຊາວນາ ຕ່າງກໍ ຄາດການວ່າ:ລາຄາເຂົ້າ ໃນປີ2012ຍິ່ງຈະສູງເຂົ້າຢ່າງແນ່ ນອນແຕ່ຊ້ຳພັດກົງກັນຂ້າມລາຄາ ເຂົ້າຕົກຕ່ຳລົງຈົນຊາວນາຫຼາຍ ຄົນ ຄິດປະລະທົ່ງນາແລະຫັນໄປ ເຮັດອາຊີບອື່ນແທນ, ຢ່າງໃດກໍຕາມການທີກະຊວງອຸດສາຫະກຳ ແລະ ການຄ້າມີແຜນສົ່ງເສີມ ແລະ ພັດທະນາສິນຄ້າດ້ວຍຄ້ຳປະກັນລາຄາສິນຄ້າກະສິກຳຕົ້ນຕໍໂດຍສະເພາະເຂົ້າເພື່ອອູມຊຸູຜົນຜະລິດຂອງຊາວກະສິກອນ ບໍ່ໃຫ້ມີ ຄວາມສ່ຽງທາງດ້ານກາຜະລິດ ໂດຍໄດ້ພາກັນຄິດຄົ້ນນະໂຍບາຍ ຄ້ຳປະກັນລາຄາເກັບຊື້ຜົນຜະລິດ ກະສິກຳຕົ້ນຕໍ ທີ່ຕິດພັນກັບກອງທືນຄ້ຳປະກັນດ້ານລາຄາ, ຊຸກຍູ້ສົ່ງເສີມການນຳໃຊ້ຮູບການບໍລິ ການ ຜູກພັນສອງສົ້ນແນ່ໃສ່ສົ່ງ ເສີມການ ມີສ່ວນຮ່ວມຂອງປະ ຊາຊົນເຂົ້າໃນການຜະລິດສິນຄ້າ ໃຫ້ຫຼາຍຂື້ນ,ຫຼຸດຜ່ອນຂໍ້ຂັດແຍງ ທາງດ້ານ ລາຄາລະຫ່ວາງຜູ້ຜະ ລິດ ແລະ ຜູ້ເກັບຊື້ອາດເຮັດໃຫ້ຊາວນາຫັນມາປູກເຂົ້າຫຼາຍຂື້ນລວມເຖິງສ້າງສະຖຽນລະພາບໃຫ້ແກ່ ລາຄາເຂົ້າພາຍໃນປະເທດ ຂື້ນຕື່ມ ກ່ອນທີ່ຈະກ້າວໄປເຖິງການປູກ ເຂົ້າເພື່ອສົ່ງອອກດັ່ງປະເທດເພືອນບ້ານໃກ້ຄຽງເຊັ່ນ:ຫວຽດນາມ, ໄທທີ່ເປັນຜູ້ສົ່ງ ອອກເຂົ້າລາຍໃຫຍ່ຂອງໂລກ, ສ່ວນກຳປູເຈຍ ແລະ ມຽນມາກໍ່ມີຕົວເລກການສົ່ງອອກທີ່ເພີ່ມຂື້ນລະດັບ ເກືອບ 2 ລ້ານໂຕນ ແລະ 1,5 ລ້ານໂຕນຕາມລຳດັບ.

No comments:

Post a Comment