Ad

Ad

13 June 2013

ສະຫລອງວັນຊາດຣັດເຊຍຄົບຮອບ 22 ປີຢູ່ນະຄອນຫລວງວຽງຈັນ



         ໃນຕອນຄ່ຳຂອງວັນທີ 11 ມິຖຸນາ 2013, ທ່ານ ໂອເລັກ ວີ ຄາບານອບ (Oleg V. Kabanov) ເອກອັກຄະລັດຖະ ທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນ ຣັດເຊຍ ປະຈຳ ສປປ.ລາວ ໄດ້ຈັດງານລ້ຽງສະເຫລີມສະຫລອງວັນຊາດຄົບ ຮອບ 22 ປີ, ທີ່ໂຮງແຮມລາວພລາຊານະຄອນຫລວງວຽງຈັນ. ເປັນກຽດເຂົ້າຮ່ວມມີທ່ານ ສົມມາດ ພົນເສນາ ລັດຖະມົນ ຕີວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ປະທານສະມາຄົມ ມິດຕະພາບລາວ- ຣັດເຊຍ, ບັນດາລັດຖະມົນຕີວ່າການ-ຊ່ວຍວ່າການ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
             ທ່ານ ໂອເລັກ ວີ ຄາບາ ນອບ ກ່າວວ່າ: ສປປ. ລາວ ເປັນ ຫມູ່ເພື່ອນທີ່ເຊື່ອ ຖືໄດ້ ແລະ ໄວ້ ເນື້ອເຊື່ອໃຈຂອງພວກ ເຮົາ ໂດຍ ຄວາມພະຍາຍາມຮ່ວມກັນຂອງ ພວກເຮົາ ເພື່ອເປັນພື້ນຖານອັນ ແຂງຂອງການເຄົາລົບ ເຊິ່ງກັນ ແລະ ກັນ ແລະ ມິດຕະພາບທີ່ແທ້ຈິງ. ຂ້າພະ ເຈົ້າຖືໂອກາດ ນີ້ຕີລາຄາສູງ ແລະ ຊົມເຊີຍຕໍ່ ສປປ.ລາວ ທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ASEM 9 ດ້ວຍຜົນ ສຳເລັດຜູ້ໃນເ ດືອນພະຈິກປີກາຍ ນີ້ ໂດຍຄໍານຶງເຖິງວ່າ ASEM 9 ນີ້ແມ່ນການຮ່ວມມືຫຼາຍຝ່າຍທີ່ ໃຫຍ່ທີ່ສຸດໄດ້ຈັດຂຶ້ນຢູ່ ສປປ.ລາວ, ມັນເປັນຜົນສໍາເລັດອັນໃຫຍ່ຫຼວງຂອງນະໂຍບາຍການຕ່າງປະເທດ ສປປ.ລາວ ຊຶ່ງເຫດ ການ ນີ້ໄດ້ສະແດງໃຫ້ສາກົນ ແລະ
ພາກ ພື້ນເຫັນໄດ້ການຂະຫຍາຍຕົວ ຂອງ ສປປ. ລາວ, ເຫັນໄດ້ຜົນສໍາເລັດດ້ານເສດຖະ ກິດ, ອັດຕາການຂະຫຍາຍຕົວ GDP ຫຼາຍກວ່າ 8% ຕໍ່ປີ ຊຶ່ງເປັນອັດຕາຫລາຍທີ່ສຸດໃນບັນດາປະເທດອາຊຽນອັນໄດ້ມີ ການເພີ່ມລາຍ ຮັບຂອງປະຊາຊົນ, ການກໍ່ສ້າງໂຄງລ່າງພື້ນຖານເສດຖະກິດ ແລະ ສັງຄົມໃນທົ່ວປະເທດ, ການລຶບລ້າງຄວາມ ທຸກຍາກດີຂຶ້ນເທື່ອລະກ້າວ. ຂ້າພະເຈົ້າເຊື່ອວ່າການພົວພັນລະຫວ່າງລັດເຊຍ ແລະ ສປປ.ລາວ ຈະກ້າວໜ້າສູ່ລະດັບໃໝ່ ເນື່ອງຈາກສອງປະເທດໄດ້ເພີ່ມ ທະວີການຮ່ວມມືຫລາຍຂົງເຂດທັງມີການຟື້ນຟູ ແລະ ພັດທະນາດີຂຶ້ນກວ່າເກົ່າ.

No comments:

Post a Comment