Ad

Ad

26 June 2013

ອົງການສຸພານິມິດຈັດກິດຈະກຳເດັກ 8 ຕົວເມືອງ



           ເມ່ືອອາທິດຜ່ານມາ, ຢູ່ເມືອງງອຍ ແຂວງຫລວງພະ ບາງ ອົງການສຸພານິມິດ ປະຈຳ ລາວ ສາຂາແຂວງດ່ັງກ່າວ ຮ່ວມກັບອຳນາດການປົກຄອງ ເມືອງງອຍໄດ້ຈັດກິດຈະກຳສ່ົງ ເສີມ ວັນເດັກນ້ອຍສາກົນຂຶ້ນ ປະກອບມີເດັກນ້ອຍຈາກ 8 ເມືອງເຂົ້າຮ່ວມ ຄື: ເມືອງງອຍ, ປາກອູ, ປາກແຊງ, ໂພນໄຊ, ຊຽງເງິນ, ພູຄູນ, ວຽງຄຳ ແລະ ໂພນທອງ, ທັງນີ້ ເພ່ືອໃຫ້ເຫັນ ໄດ້ຄວາມ ສຳຄັນຂອງເດັກນ້ອຍ ຜູ້ທີ່ເປັນໜໍ່ແໜງຂອງຊາດໃນອະນາຄົດທີ່ຈະໄດ້ຮັບການພັດທະ ນາໃຫ້ດີຂຶ້ນ.
         ເຂົ້າຮ່ວມໃນກິດຈະກຳຄັ້ງ ນີ້ ມີທ່ານ ບຸນສົມ ຄຸນມະນີ ເຈົ້າ ເມືອງໆງອຍ, ມີຫົວໜ້າອົງ ກາສຸພານິມິດປະຈຳລາວ, ພ້ອມ ດ້ວຍອຳນາດການປົກຄອງ ເມືອງ, ພ້ອມພະນັກງານວິຊາ ການ, ເຊິ່ງລວມມີການໃຫ້ຄວາມ ຮູ້ດ້ານການສຶກສາ, ການ ແພດ, ວຽກງານສົ່ງເສີມສິລະປະດ້ານ ວັດທະ ນະທຳ ແລະ ໃຫ້ຄວາມຮູ້ດ້ານສິດທິເດັກໃນການຢູ່ຮ່ວມກັນ, ການວາງຕົວໃນສັງຄົມ.  ປັດຈຸບັນອົງການສຸພານິມິດໄດ້ມີສ່ວນສຳຄັນໃນການເຂົ້າເຖິງ ວຽກງານການສຶກສາ ແລະ ການພັດທະນາຊັບພະຍາ ກອນມະນຸດໃຫ້ມີຊີວິດການເປັນຢູ່ດີຂຶ້ນເພື່ອ ສ້າງອາຊີບທີ່ແນ່ນອນໃຫ້ແກ່ປະ ຊາຊົນບັນ ດາເຜົ່າໃນເຂດຫ່າງໄກສອກຫລີກ ມີອາຊີບປະຈຳຕົວ ເພື່ອເຮັດໃຫ້ຄອບຄົວຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້ ເທື່ອລະກ້າວ.

No comments:

Post a Comment