Ad

Ad

11 June 2013

ໂຄງການຂຸດຄົ້ນບໍ່ຄຳ-ທອງເຊ ໂປນສ້າງຄວາມອາດສາມາດດ້ານວິຊາຊີບໃຫ້ປະຊາຊົນທ້ອງຖິ່ນ



     ເມື່ອບໍ່ດົນມານີ້, ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິ ເຕັດ ເຊໂປນ (MMG LXML Sepon) ໄດ້ເປີດ ສູນເຝິກອົ ບຮົມ ຫລັງໃໝ່ ຢູ່ບ້ານຫ້ວຍກົງ ເມືອງ ວິລະບູລີ ແຂວງສະ ຫວັນນະເຂດເພື່ອຍົກສູງຄວາມອາດສາມາດດ້ານວິຊາອາຊີບ, ກະສິກຳ ແລະ ການເຝິກອົບຮົມອື່ນໆ ໃຫ້ແກ່ປະຊາຊົນໃນ ຊຸມຊົນຢູ່ເມືອງວິລະບູລີ.
    ທ່ານ ຣິກ ວັດສ໌ຟອດ ຜູ້ຈັດ ການໃຫຍ່ຂອງບໍລິສັດ MMG LXML Sepon ກ່າວວ່າ: ສູນດັ່ງ ກ່າວຈະເປັນ ບ່ອນເຝິກອົບ ຮົມໃຫ້ ແກ່ປະຊາຊົນທ້ອງຖິ່ນ ຜູ້ທີ່ບໍ່ໄດ້ ເຮັດວຽກຢູ່ບໍ່ຄຳ-ທອງ ເຊໂປນ. ນອກຈາກນີ້ ຍັງຈະໃຫ້ຄຳ ປຶກສາກ່ຽວກັບວິທີການເລີ່ມເຮັດທຸລະ ກິດ, ການເພີ່ມຜົນຜະລິດກະສິກຳ ແລະ ການປັບປຸງການ ຄ້ຳປະກັນສະບຽງອາຫານນຳອີກ. ສູນ ແຫ່ງນີ້ເປັນການປະກອບສ່ວນ ສຳຄັນໃນໂຄງການພັດທະນາ ຂອງບໍ່ຄຳ-ທອງເຊໂປນ ໂດຍສະ ເພາະການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ ນັບມື້ດີຂຶ້ນ.
    ທ່ານ ອິດທິພອນ ໄຊຍະວົງ ຫົວໜ້າໜ່ວຍງານສະໜັບສະໜູນ ທ້ອງຖິ່ນ ກ່າວວ່າ: ອາຄານຫລັງ ໃໝ່ນີ້ ແມ່ນ ອີກອາຄານໜຶ່ງທີ່ ສ້າງຂຶ້ນເພີ່ມໃສ່ອາຄານເກົ່າທີ່ມີ ຢູ່ແລ້ວ ໂດຍມີມູນຄ່າການກໍ່ສ້າງ ທັງໝົດ 140.000 ລ້ານໂດ ລາສະຫະລັດ ແລະ ສາມາດບັນຈຸນັກ ສຳມະນາກອນໄດ້ຫລາຍກວ່າ 60 ກວ່າຄົນ. ບໍລິສັດ MMG LXML Sepon ແລະ ເມືອງວິລະບູລີຈະບໍ ລິຫານສູນເຝິກອົບຮົມ
ແຫ່ງນີ້ ຮ່ວມກັນ ແລະ ຫ້ອງການກະສິ ກຳເມືອງຈະສົ່ງ ວິຊາການມາປະຈຳການຢູ່ສູນດັ່ງກ່າວ ເພື່ອຊ່ວຍ ໃນການສິດສອນປະຊາ ຊົນໃນ ການປັບປຸງການຄ້ຳປະກັນສະ ບຽງ ອາຫານ. ໃນອະນາຄົດຕໍ່ໜ້າ ຍັງຈະໄດ້ປະສານງານຂໍການຮ່ວມມືນຳວິທະຍາໄລເຕັກ ນິກວິຊາຊີບແຂວງສະຫວັນ ນະເຂດຕື່ມອີກ. ສູນເຝິກອົບຮົມວິຊາຊີບ ຫ້ວຍກົງໄດ້ຖືກສ້າງຂຶ້ນເພື່ອອະນຸລັກ ແລະ ສົ່ງເສີມທັກສະ ການຕ່ຳ ຫູກແບບດັ້ງເດີມ ແລະ ການຕັດ ຫຍິບຂອງປະຊາຊົນທ້ອງຖິ່ນ ເຊິ່ງເປັນແຫລ່ງລາຍຮັບສຳຄັນສຳລັບແມ່ຍິງທ້ອງ ຖິ່ນ. ສູນອົບຮົມໄດ້ຂະຫຍາຍອອກຕື່ມອີກ ເພື່ອຮອງຮັບການເຝິກອົບຮົມ ແລະ ສາທິດການປູກເຫັດ, ລ້ຽງປາ, ລ້ຽງໝູ ແລະ ລ້ຽງໄກ່ ເຊິ່ງ ຜ່ານມາກໍມີປະຊາຊົນຢູ່ເມືອງວິ ລະບູລີຫລາຍກວ່າ 1.000 ຄົນ ໄດ້ຮັບການເຝິກອົບ ຮົມ ແລະໂຕເລກ ນີ້ຈະເພີ່ມຂຶ້ນອີກໃນອະນາ ຄົດ.
    ນອກນີ້, ບໍ່ຄຳ-ທອງເຊໂປນຍັງ ສະໜອງການສະໜັບສະໜູນໂດຍ ກົງໃຫ້ແກ່ຊຸມຊົນທ້ອງຖິ່ນ ໂດຍ ຜ່ານກອງ ທຶນພັດທະນາບ້ານ ເພື່ອພັດທະນາສຸຂະພາບຂອງແມ່ ແລະ ເດັກນ້ອຍ ແລະ ການສຶກສາ, ການສະໜອງນ້ຳສະອາດ ສຸຂະອະນາໄມ ແລະ ບັນດາພື້ນຖານໂຄງລ່າງອື່ນໆ ໂດຍການຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ.

No comments:

Post a Comment