Ad

Ad

10 July 2013

ຈັບຜູ້ຄ້າຂາຍຢາບ້າ 4 ຄົນ ຢູ່ລົດໂດຍສານສາຍເຫນືອ



      ​ເຈົ້າໜ້າ​ທີ່​ປະຈຳ​ດ່ານ​ພູ​ແກ່ວ​ຂິງ ​ເມືອງ​ວຽງ​ທອງ ​ແຂວງ​ຫົວພັນ ​ໄດ້ຈັບຜູ້​ຄ້າຂາຍ​ຢາ​ເສບ​ຕິດ 4 ຄົນ ພ້ອມຂອງ​ກາງ​ຢາ​ບ້າ​​ໄດ​້ ຈຳນວນ​ຫລາຍ ທີ່​​ເຊື່ອງ​ໄວ້​ໃນຖົງ​ເດີນທາງ​ຂອງ​ຜູ້​ໂດຍສານ​ສາຍ​ທາງ​ວຽງ​ຈັນ-ຊຳ​ເໜືອ ໃນ​ວັນ​ທີ 6 ມິຖຸນາຜ່ານມາ​ໂດຍ​ຜູ້ຕ້ອງ​ຫາ ຄືທ້າວ ວາ​ຈົງຢາງ ອາຍຸ 39 ປີ ​ແລະ ນາງ​ ຢີກື ອາຍຸ 33 ປີ ທັງ​ສອງ​ເປັນ​ຜົວ​ເມຍ​ກັນ​ຢູ່​ບ້ານ​ນາ​ຮາ ​ເມືອງ​ສຳພັນ ​ແຂວງ​ຜົ້ງສາລີ ​ໂດຍ​ຮັບ​ສາລະ ພາບ​ຕໍ່​ເຈົ້າໜ້າ​ທີ່​ວ່າ:​​ວັນ​ທີ 1 ມິຖຸນາ 2013, ມີ​ຄົນຮູ້​ຈັກ​ໄດ້​ໂທລະສັບ​ມາບ​ອກວ່າ: ຕ້ອງການ​ຢາ​ບ້າ​ນຳພວກ​ກ່ຽວ ​ແລະ ມາ​ຮອດ​ວັນ​ທີ 6 ມິຖຸນາ 2013,ພວກ​ຕົນ​ໄດ້​ຈັດ​ຫາ​ຢາ ​ແລະ ຈະ​ນຳ​ຢາ​ໄປ​ສົ່ງ​ຢູ່​ແຂວງ​ຫົວພັນ ​ເຊິ່ງ​ເດີນທາງ​ມາ​ນຳ​ລົດ​ໂດຍສານ​ປະ ຈຳ​ທາງ​ຜົ້ງສາລີ-ອຸດົມ​ໄຊ. ພໍ​ເດີນທາງ​ມາ​ຮອດ 3 ​ແຍກ​ປາກ​ມອງ​ຈຶ່ງ​ໄດ້ປ່ຽນ​ໄປ​ຂຶ້ນລົດ​ສາຍ​ວຽງ​ຈັນ-ຊຳ​ເໜືອ ​ແລະ ຖືກ​ເຈົ້າ ໜ້າ​ທີ່​ຈັບ​ໄດ້ ​ແລະ ​ໃນມື້ຕໍ່​ມາ​, ເຈົ້າໜ້າ​ທີ່​ປະຈຳ​ດ່ານ​ພູ​ແກ່ວ​ຂິງ ສາມາດ​ຈັບ​ກຸມ​ຜູ້​ຂົນ​ສົ່ງ​ຢາ​ເສບ​ຕິດ​ໄດ້​ອີກ 2 ຄົນ ຢູ່​ລົດ​ໂດຍສານ​ປະຈຳ​ທາງ​ສາຍ​ວຽງ​ຈັນ-ຊຳ​ເໜືອ​ເຊັ່ນ​ດຽວ​ກັນ ​ເຊິ່ງຜູ້​ຕ້ອງ​ຫາຄື​ນາງ ວັນ​ສີ ວ່າງ ອາຍຸ 39 ປີ ບ້ານ​ໜອງ​ບົວ​ທອງ ​ແລະ ນາງ ​ເຊ ວ່າງ ອາຍຸ 49 ປີ ບ້ານ​ນາລິ່ວ ທັງ​ສອງ​ເປັນ​ປະຊາຊົນ ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ ຖືກ​ເຈົ້າໜ້າ​ທີ່​ກວດ​ພົບ​ເຫັນ​ຢາ​ບ້າ ຈຳນວນ 17.972 ​ເມັດ ທີ່​​ເຊື່ອງ​ມາ​ໃນ​ແກັດ​ຂະໜົມ ລວມຂອງ​ກາງ​ຢາ​ບ້າ​ທີ່ຢຶດ​ໄດ້​ຈາກ​ຜູ້​ຕ້ອງ​ຫາ​ທັງ​ໝົດ​ 28 ພັນ​ກວ່າ​ເມັດ ​ແລະ ​ໄດ້​ນຳ​​ໄປ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment