Ad

Ad

10 July 2013

ນະຄອນຫລວງວຽງຈັນເພີ່ມທະວີແກ້ໄຂສະພາບຫຍໍ້ທໍ້



           ໃນ​ວັນ​ທີ 9 ກໍລະກົດ ນີ້ ຢູ່​ກອງ​ບັນຊາ​ການ ປກສ ນະຄອນ ຫຼວງວຽງຈັນ ໄດ້​ມີ​ກອງ​ປະຊຸມ ສະຫຼຸບວຽກງານ 6 ເດືອນ ຕົ້ນ​ປີ ຂອງ​ຕົນ​ຂື້ນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ພົນ​ຈັດຕະວາ ສິນ​ທະ​ວົງ ​ໄຊ​ຍະ​ກອນ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງປ້ອງ​ກັນ​ຄວາມ​ສະຫງົບເຊິ່ງ​ມີພະນັງານນາຍ ​ແລະ ພົນ​ຕຳຫຼວດຈາກ 9 ​ເມືອງ​ເຂົ້າ​ຮ່ວມ.
           ທ່ານພັນ​ເອກ ​ແສງ​ເພັດ ພົມ​ມະ​ລີ ຮອງ​ກອງ​ບັນຊາ​ການ ປກສ ນະຄອນຫຼວງວຽງຈັນ ໄດ້​ຜ່ານບົດ​ສະຫຼຸບລາຍ​ງານ 6 ເດືອນ​ຜ່ານ​ມາ​ວ່າ:ສະພາບ​ປາກົດ​ການ​ຫຍໍ້​ທໍ້​ທາງ​ສັງຄົມ ຍັງ​ສືບຕໍ່ ສ້າງ​ຄວາມ​ບໍ່ສະຫງົບ​ໃນ​ສັງຄົມ ຫຼາຍຮູບ​ການ​ທີ່​ເປັນ​ອັນຕະລາຍ​ຄືການ​ໃຊ້​ອາວຸດ​ປືນ​,ມີດ​,ງ້າວ, ​ເຄື່ອນ​ໄຫວ​ຊີງ​ຊັບ-ງັດ​ແງະ, ຄ້າຂາຍຢາ​ເສບ​ຕິດ​ໂດຍ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່ດີ​ດັ່ງກ່າວ ສ່ວນຫຼາຍ​ແມ່ນ​ຜູ້ຍິງ​ຕາມ​ຮ້ານ​ເສີມ​ສວຍ,ຮ້ານ​ຂາຍ​ເຄື່ອງ​ຍ່ອຍ ຫຼື ຫ້ອງ​ແຖວ​ໃຫ້​ເຊົ່າ ​ແລະ ​ເສັ້ນທາງ​ປ່ຽວຕ່າງໆ ຄື ​ໃນ 6 ເດືອນ ຜ່ານ​ມາ ມີ​ຄະດີອາຍາ​ເກີດ​ຂຶ້ນ 1.139 ເລື່ອງ, ​ເຈົ້າໜ້າທີ່​ສາມາດ​ແກ້​ໄຂ​ໄດ້ 624 ເລື່ອງ, ກັກ​ຜູ້​ກະທຳ​ຜິດ​ມາ​ດຳ​​ເນີນ​ຄະດີ​ໄດ້ 979 ຄົນ,ຍິງ 153 ຄົນ, ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ລັດ ​ແລະ ພົນລະ​ເມືອງ​ເປັນ​ເງິນ ສອງ ຕື້ກວ່າ​ກີບ,ຄຳ​ຮູບ​ປະພັນ 2 ກິ​ໂລ, ​ໂທລະສັບ​ມື​ຖື 278 ໜ່ວຍ ​ແລະ ຊັບ​ສິນ​ອື່ນໆຫຼາຍຊະນິດ.

           ​ແນວ​ໃດ​ກໍ​ດີ,ກອງ​ປະຊຸມ​ໄດ້​ຕີ​ລາຄາ​ວ່າ:ສະ​ພາບ​ຫຍໍ້​ທໍ້​ເກີດ​ຂຶ້ນຍ້ອນ​ບັນຫາ​ຢາ​ເສບ​ຕິດ​ໂດຍ​ສະ​ເພາະກຸ່ມ​ຊາວໜຸ່ມ​ເຍົາວະ​ຊົນ ມີ​ການ​ເຄື່ອນ​ໄຫວ​ມົ້ວ​ສຸມ​ເສບ​ຢາ​ເສບ​ຕິດຕາມ​ສະຖານ​ທີ່​ຄຸ້ມບ້ານ, ເຮືອນພັກ ​ແລະ ຮ້ານ​ກິນ​ດື່ມ​ຕ່າງໆ ແລະ ບັນຫາ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ເຂົ້າ​ມາ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໃຫຍ່​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ພົນລະ​ເມືອງ​ມີ​ຄວາມ​ສັບສົນ,​ ເຖິງວ່າ​ເຈົ້າໜ້າທີ່​ຈະ​ມີ​ການ​ຈັບ​​ມາ​ດຳ​ເນີນ​ຄະດີ ແລະ ສານ​ຕັດສິນ​ລົງ​ໂທດ​ແຕ່​ກໍ​ບໍ່​ເຂັດລາບ,ສິ່ງ​ນີ້ກໍ​ຍ້ອນ​ຜູ້​ປົກຄອງ​ຈຳນວນໜຶ່ງຍັງບໍ່ທັນ​ເປັນ​ເຈົ້າ​ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນ ຫາ, ​ເມື່ອ​ພົບ​ເຫັນ​ກໍ​ບໍ່ມີ​ການ​ລາຍ​ງານ ຈຶ່ງ​ເຮັດ​ໃຫ້ການ​ປາບ​ປາມ​ຂອງ​ເຈົ້າໜ້າທີ່​ພົບ​ຄວາມ​ຫຍຸ້ງ ຍາກ.
          ທ່ານ ພັນ​ເອກ ​ແສງ​ເພັດ ກ່າວ​ວ່າ: ​ໃນ​​ໄລຍະ​ຜ່ານ​ມາ, ກຳ ລັງ ປກສ ກໍ​ໄດ້​ເຄື່ອນ​ໄຫວ​ສະກັດ​ກັ້ນປາກົດ​ກນຫຍໍ້​ທໍ້​ດັ່ງກ່າວ ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີວາງອອກ ​ແລະ ຖື​ເປັນວຽກຍຸດ​ທະ​ສາດ​​ໃນ​ການ​ສະກັດ​ກັ້ນ ແລະ ຕ້ານ​ປາກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ເປັນຕົ້ນ​ແມ່ນ​ບັນຫາ​ການກໍ່ອາ ຊະຍາ​ກຳ​ປຸ້ນ​ຈີ້-ຊີງ​ຊັບ,ລັກ​ຊັບ​ພົນລະ​ເມືອງ​ກໍ່ຄວາມ​ບໍ່ສະຫງົບ​ໃນ​ສັງຄົມ​ໃຫ້ໝົດ​ໄປ.
           ກອງ​ປະຊຸມ​ຍັງ​ໄດ້​ເຫັນ​ດີ​ວ່າ: ​ໃນຕໍ່ໜ້ານີ້ ຈະ​ສືບຕໍ່ເລັ່ງ​ແກ້​ໄຂ​ສະພາບ​ດັ່ງກ່າວບົນ​ພື້ນຖານ​ສືບຕໍ່ຈັດຕັ້ງປະຕິບັດ 4 ຄາດ ໝາຍ, 4 ບຸກທະລຸ, 13 ວຽກຍຸດ​ທະ​ສາດ​ຂອງ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ​ຄືນຳພາ​ແນວ​ຄິດ ​ການ​ເມືອງ​​ໃຫ້​ພະນັກງານ​ມີ​ຄວາມ​ຫ້າວຫັນ ແລະ ​ເຜີຍ​ແຜ່​ເຊື່ອມ​ຊຶມຄຳ​ສັ່ງ​ຂອງ​ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ນຳພາ​ວຽກງານ​ວິຊາ​ສະ​ເພາະ:​ເອົາ​ໃຈ​ໃສ່​ວຽກງານ​ສືບ​ຂ່າວ ​ແລະ ​ເພີ່ມ​ທະວີ​ປະຕິບັດ​ຄຳ​ສັ່ງເລັກ​ທີ 27/ ນຍ ສຸມ​​ໃສ່ 6 ແຜນ​ງານ​ສະ​ເພາະກິດ​ສະກັດ​ກັ້ນ, ​ແກ້​ໄຂ​ປາກົດ​ການ​ຫຍໍ້​ທໍ້:ປຸ້ນ​ຈີ້-ຊີງ​ຊັບ, ສະກັດ​ກັ້ນ​ເລີກ​ຮື້​ແກ​້​ໄຂ​ການ​ຄ້າຂາຍ, ມົ້ວ​ສຸມ​ຢາ​ເສບ​ຕິດ, ກວດກາ​ລາດຕະ​ເວນ​ເສັ້ນທາງ​ສ່ຽງ,  ສະກັດ​ກັ້ນ​ແກ້​ໄຂ​ກຸ່ມ​ແກ໊ງ​ກວນ​ເມືອງ,ລະບາຍ​ການ​ສັນຈອນ, ​ແກ້​ໄຂ​ບັນຫາ​ອຸປະຕິ​ເຫດ, ​ເພີ່ມ​ທະວີ​ການກວດກາ​ຄົນ​ຕ່າງ ປະ​ເທດ, ຄຸ້ມ​ຄອງ​ນັກ​ທ່ອງ​ທ່ຽວ,ກວດກາ​ຄຸ້ມ​ຄອງ​ສຳມະ​ໂນ​ຄົວ, ຄົນ​ພັກ​ເຊົາ, ຄຸ້ມ​ຄອງ​ເປົ້າໝາຍຕິດ​ພັນ​ກັບ​ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ ປະຕິບັດ​ວຽກງານ 3 ສ້າງ.

No comments:

Post a Comment