Ad

Ad

1 July 2013

ບໍລິສັດລ້ານຊ້າງມີເນໂຣນສ໌ຖືສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ



          ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ ໂຄງການບໍ່ຄຳເຊໂປນ  ເມືອງ ວິລະບູລີ ແຂວງສະຫວັນ ນະເຂດ ຖື ສຳຄັນຕໍ່ການປົກ ປັກຮັກສາສິ່ງແວດລ້ອມ ແລະ ຄວາມປອດ ໄພຂອງຊີວະນາໆພັນເຂົ້າໃນ ການດຳເນີນ ໂຄງການ ໂດຍທາງບໍລິສັດໄດ້ແຕ່ງຕັ້ງໜ່ວຍ ສະເພາະກິດເພື່ອຮັບຜິດຊອບວຽກງານດັ່ງກ່າວ.     
      ທ່ານ ສິດທິລາ ແກ້ວບຸນທັນ ຫົວໜ້າດ້ານ ການປະຕິບັດງານສິ່ງແວດລ້ອມປະຈຳບໍ່ຄຳ ເຊໂປນ ໃຫ້ຮູ້ ວ່າ: ນັບແຕ່ໄດ້ເລີ່ມໂຄງການ ຂຸດຄົ້ນບໍ່ຄຳເຊໂປນ ເປັນຕົ້ນມາທາງບໍລິສັດ ແມ່ນໄດ້ຖືເອົາການປົກປັກຮັກ ສາສິ່ງແວດ ລ້ອມຕາມມາດຕະຖານສາກົນເປັນບູລິມະສິດພິເສດທີ່ຮັບປະກັນໃຫ້ແກ່ຄວາມຍື່ນຍົງຂອງ ການດຳເນີນໂຄງການ. ຈຸດປະສົງຂອງການ ດຳເນີນງານ ດັ່ງກ່າວແມ່ນແມ່ນເພື່ອຫຼຸດຜ່ອນຜົນກະທົບ ໂດຍລວມຈາກການຂຸດຄົ້ນ ແຮ່ທາດຕໍ່ສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ ແລະ ຮັບປະກັນການປະຕິບັດທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບ ການດ້ານ ສິ່ງແວດລ້ອມທີ່ກ່ຽວ ຂ້ອງທັງໝົດທັງ ແນ່ໃສ່ການປະຕິບັດທີ່ຖືກຕ້ອງຕາມວິທີການປະຕິບັດ ທີ່ດີຂອງອຸດສາຫະກຳບໍ່ແຮ່ເພື່ອໃຫ້ອົງກອນສາມາດກ້າວໄປສູ່ການເປັນຜູ້ນຳໜ້າທາງດ້ານການຄຸ້ມຄອງສິ່ງ ແວດລ້ອມຢູ່ໃນ ສປປ.ລາວ ແລະ ບ່ອນອື່ນໆ.
          ການປະເມີນຜົນຂອງການ ປະຕິ ບັດງານດັ່ງກ່າວ ແມ່ນຖືກດຳເນີນໂດຍການຕິດຕາມຄຸນນະ ພາບນ້ຳໃຫ້ຢູ່ໃນລະດັບມາດ ຕະຖານ ເຊິ່ງໃນແຕ່ລະປີໜ່ວຍງານສິ່ງແວດລ້ອມຂອງໂຄງການແມ່ນໄດ້ ລົງ ຕິດຕາມ, ກວດກາ ແລະ ປະເມີນຄຸນນະພາບນ້ຳຢູ່ຕະຫຼອດເວລາ ແລ້ວນຳເອົາ ຕົວຢ່າງນ້ຳສົ່ງໄປຕ່າງປະ ເທດເພື່ອຢັ້ງຢືນຜົນການວິໄຈທີ່ດຳເນີນຢູ່ພາກສະໜາມ ແລະ ໃຫ້ຄຸນນະ ພາບນ້ຳຢູ່ໃນລະດັບມາດຕະ ຖານທີ່ໄດ້ກຳນົດໄວ້ ຫຼື ໃນລະດັບທີ່ບໍ່ອາດສົ່ງຜົນກະທົບຕໍ່ປະຊາຊົນ ແລະ ສິ່ງທີ່ມີຊີວິດການກວດສອບ ຄຸນນະພາບນ້ຳດັ່ງກ່າວ ແມ່ນ ລວມທັງນ້ຳທີ່ຢູ່ໃນເຂດບໍ ລິເວນ ໂຄງ ການ ແລະ ອ້ອມຂ້າງ ໃນຂະນະທີ່ ນ້ຳເສຍຈາກບ່ອນຢູ່ອາໄສຂອງພະນັກງານ ແລະ ໂຮງງານນັ້ນ ແມ່ນໄດ້ມີການບຳ ບັດຕາມຫຼັກການ. ສ່ວນ
ການຈັດການບັນຫາສິ່ງເສດເຫຼືອນັ້ນທາງບໍລິສັດໄດ້ມີການຈັດການສິ່ງເສດເຫຼືອທີ່ບໍ່ເປັນອັນຕະລາຍ ແລະ  60 % ຂອງສິ່ງເສດເຫຼືອດັ່ງກ່າວ ແມ່ນ ຖືກນຳມາໃຊ້ຄືນໃໝ່ ໃນຂະນະທີ່ສ່ວນໜຶ່ງຂອງສິ່ງເສດເຫຼືອທັງ ໝົດແມ່ນໄດ້ກາຍເປັນສິ່ງເສດເຫຼືອປະເພດອິນຊີ ເຊິ່ງສາມາດໃຊ້ເປັນອາຫານໃຫ້ແກ່ສັດ ແລະ ເຮັດຝຸ່ນ ບົ່ມ, ສ່ວນສິ່ງເສດເຫຼືອທີ່ບໍ່ສາມາດນຳໃຊ້ຄືນຫຼືບໍ່ມີປະໂຫຍດຕໍ່ນັ້ນ ແມ່ນຖືກກຳຈັດຢູ່ໃນພາກສະໜາມ ຕາມຫຼັກການ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍນັ້ນ ແມ່ນຖືກນຳໄປກຳຈັດຢູ່ໃນເຂດສະເພາະ. ດ້ານ ການຟື້ນຟູສະພາບແວດລ້ອມຂອງດິນພາຍຫຼັງກິດຈະການຂຸດຄົ້ນແຮ່ສິ້ນສຸດລົງແມ່ນຈະມີການດຳເນີນ ວຽກງານຟື້ນຟູເປັນຕົ້ນປັບສະພາບໜ້າດິນປູກຟັງຄືນໃໝ່ ແລະ ກຳຈັດຕະກອນໜ້າດິນທີ່ອາດຈະສົ່ງ ຜົນກະທົບຕໍ່ສັດໃນນ້ຳ ແລະ ສິ່ງທີ່ມີຊີວິດສຳລັບບັນຫາປົກປັກຮັກສາຄວາມຫຼາກລາຍຂອງຊີວະນາໆພັນ ນັ້ນທາງໜ່ວຍງານທີ່ກ່ຽວຂ້ອງກໍໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໂດຍທາງບໍລິສັດໄດ້ຮ່ວມມືກັບ ອົງການອະນຸລັກສັດປ່າ ແລະ ສ້າງໂຄງການຊົດເຊີຍຕໍ່ທຸລະກິດ ແລະ ຕໍ່ຊີວະນາໆພັນ. ໃນໄລຍະຜ່ານມາ ໂຄງການດັ່ງກ່າວໄດ້ຊົດເຊີຍຕໍ່ຜົນກະທົບທີ່ມີຄວາມເປັນໄປໄດ້ຕໍ່ຊີວະນາໆພັນຈາກການຂຸດຄົ້ນແຮ່ທາດ ດ້ວຍການລິເລີ່ມໂຄງການຕ່າງໆເພື່ອປົກປ້ອງ ແລະ ຄຸ້ມຄອງສາຍພັນ ແລະ ແຫຼ່ງທີ່ຢູ່ອາໄສຂອງສັດປ່າ ຢູ່ສະຖານທີ່ນອກ ແລະ ໃນເຂດການເຄື່ອນໄຫວວຽກງານຂອງໂຄງການ ເຊິ່ງລວມທັງການພັດທະນາການ ກຳນົດສາຍພັນສັດໃນຂົງເຂດດັ່ງກ່າວ, ການສ້າງແຜນທີ່ສຳລັບແຫຼ່ງທີ່ຢູ່ອາໄສຂອງສັດ, ການປະເມີນກ່ຽວ ກັບໄພຂົມຂູ່ຕໍ່ຊີ ວິດ ຂອງສັດ ແລະ ການຕັດສິນໃຈນຳໃຊ້ມາດຕະການຊົດເຊີຍທີ່ ແທດເໝາະ. ນອກນັ້ນ ປະມານ 30 ສາຍພັນສັດໄດ້ຮັບການກຳນົດເປັນປະເພດສັດທີ່ຕ້ອງຫ້າມນັ້ນ ກໍໄດ້ຮັບການອະນຸລັກ ພ້ອມ ນີ້ບໍ ລິສັດຍັງປ່ອຍປ່າລົງສູ່ແມ່ນ້ຳ ແລະ ແຂ້ຈຳນວນໜຶ່ງກັບຄືນສູ່ ທຳມະ ຊາດຢ່າງປອດໄພ.  ເຊິ່ງໂຄງ ການຕ່າງໆທີ່ກ່າວມາຂ້າງເທິງນັ້ນແມ່ນໄດ້ຮັ ຄວາມສຳເລັດໃນລະດັບທີ່ດີ. ໄປພ້ອມໆກັບການປົກປັກຮັກ ສາ ແລະ ອະນຸລັກລະບົບນິເວດວິທະຍາທາງທຳມະຊາດແລ້ວໜ່ວຍງານຮັບຜິດຊອບຍັງໄດ້ເອົາໃຈໃສ່ຕໍ່ ວຽກງານສິ່ງແວດລ້ອມທຳມະຊາດ ແລະ ວັດທະນະທຳ - ສັງຄົມເປັນຢ່າງດີໂດຍໃຊ້ງົບປະມານເຂົ້າໃນ ການອະນຸລັກສິ່ງແວດລ້ອມປະມານ 1 ລ້ານກວ່າໂດລາສະຫະລັດຕໍ່ປີ ເຊິ່ງໃນນັ້ນແມ່ນລວມທັງການ
ປັບປຸງພື້ນທີ່ສີຂຽວ ແລະ ເຂດອື່ນໆ.
        ຈາກການດຳເນີນງານຢ່າງ ມີປະສິດທິຜົນທີ່ກ່າວມາຂ້າງເທິງນັ້ນ ທາງບໍລິສັດ ຈຶ່ງໄດ້ຮັບການຢັ້ງຢືນ ມາດຕະຖານ ISO 14.4001  ແລະ ການຄຸ້ມຄອງສິ່ງແວດລ້ອມຂອງ ບໍລິສັດ ແມ່ນສອດຄ່ອງກັບມາດ ຕະຖານສາກົນ ແລະ ມາດຕະຖານຂອງບໍລິ ສັດ MMG. ທ່ານຍັງກ່າວອີກວ່າ: ທຸກໆກິດຈະກຳທີ່ເຄື່ອນ ໄຫວຂຸດຄົ້ນແຮ່ແມ່ນບໍ່ອາດປາສະຈາກຜົນກະທົບຕໍ່ສິ່ງແວດລ້ອມທີ່ຕາມມາ, ທັງສິ່ງ ແວດລ້ອມທາງທຳ ມະຊາດ ແລະ ວັດທະນະທຳ - ສັງຄົມ ແຕ່ຜົນກະທົບດັ່ງກ່າວຈະໜ້ອຍ ຫຼື ຫຼາຍນັ້ນ ແມ່ນຂຶ້ນຢູ່ກັບຍຸດ ທະສາດ ແລະ ວິທີການຈັດການກັບບັນຫາສິ່ງແວດລ້ອມຂອງອົງການນັ້ນໆ.

No comments:

Post a Comment