Ad

Ad

18 September 2013

ສະພາບໄຂ້ເລືອດອອກທົ່ວປະເທດຫຼຸດລົງເກືອບເຖິງຂັ້ນດັບສູນແລ້ວ



         ສະພາບການລະບາດຂອງພະຍາດໄຂ້ເລືອດອອກ ທີ່ເປັນໄພຄຸມຄາມປະຊາ ຊົນທີ່ແກ່ຍາວມາ ເປັນເວລາຫຼາຍເດືອນ ແລະ ຮອດປັດຈຸບັນ, ການລະບາດຂອງພະຍາດດັ່ງ ກ່າວຢູ່ໃນທົ່ວປະເທດ ຫຼຸດລົງແລ້ວປະມານ 70% .ແຕ່ເຖິງຢ່າງໃດ, ກະຊວງສາທາລະນະ ສຸກຍັງໃຫ້ຄຳແນະນຳຕໍ່ທຸກພາກສ່ວນກ່ຽວຂ້ອງເລັ່ງສືບຕໍ່ເຝົ້າລະວັງ ແລະ ເປັນເຈົ້າການໃນ ການທຳຫຼາຍ ແຫຼ່ງແຜ່ພັນຂອງຍຸງລາຍທີ່ເປັນໂຕນຳເຊື້ອພະຍາດດັ່ງກ່າວໃຫ້ໝົດໄປ ແລະ ກ້າວໄປເຖິງຂັ້ນດັບສູນໃຫ້ໄດ້ໃນເດືອນນີ້.
             ຕາມການເປີດເຜີຍຂອງ ທ່ານ ດຣ ຈັນທະໄລ ໄຊຍະວົງ  ຫົວໜ້າຂະແໜງ ລະບາດວິທະຍາ, ພະແນກສາທາລະນະ ສຸກນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສະພາບການ ລະບາດຂອງພະຍາດໄຂ້ເລືອດອອກແມ່ນໄດ້ເລີ່ມມີມາແຕ່ຕົ້ນປີ ແລະ ກະຊວງສາທາລະສຸກ ກໍໄດ້ສຸມໃສ່ກຳຈັດພະຍາດດັ່ງກ່າວ, ເດືອນກັນຍານີ້ຈຶ່ງເຫັນໄດ້ວ່າການລະບາດຂອງພະຍາດດັ່ງກ່າວໄດ້ເລີ່ມຫຼຸດຜ່ອນລົງໂດຍສະ ເລ່ຍປະມານ 70 %,ໃນນີ້ສະເພາະນະຄອນຫຼວງວຽງຈັນຫຼຸດລົງປະມານ 50 % ເນື່ອງຈາກວ່າກົນໄກ ການລະບາດຂອງພະ ຍາດ ແລະ ການສຸມໃສ່ທຳລາຍແຫຼ່ງແຜ່ພັນຂອງຍຸງລາຍຢ່າງເປັນປະຈຳຕະຫຼອດມາຈຶ່ງສາມາດເຮັດໃຫ້ ພະຍາດດັ່ງກ່າວຫຼຸດລົງ
ແລະ ຄາດວ່າຈະກ້າວໄປເຖິງຂັ້ນດັບສູນໃນໄວໆນີ້. ຢ່າງໃດກໍດີເຖິງວ່າສະພາບຂອງພະຍາດຖືກຕີຖອຍໃຫ້ຫຼຸດລົງເທື່ອລະກ້າວ ແລ້ວກໍຕາມ, ແຕ່ພະແນກສາທາລະນະສຸກນະຄອນຫຼວງວຽງຈັນຍັງຍຶດໝັ້ນຕໍ່ຄຳສັ່ງແນະນຳຂອງກະຊວງສາທາລະນະສຸກ ໃຫ້ເອົາໃຈໃສ່ສືບຕໍ່ເຝົ້າລະວັງ, ຄວມຄຸມຕໍ່ໄປເພາະບົດຮຽນທີ່ຜ່ານມາການລະບາດຂອງ ພະຍາດໄຂ້ເລືອດອອກມັກກັບມາລະ ບາດທ້າຍລະ ດູຝົນ ແລະ ກາຍເປັນພະຍາດຕາມ ລະດູການກໍເປັນໄດ້.
         ສຳລັບການລະບາດຂອງ ພະຍາດດັ່ງກ່າວປີນີ້ສົ່ງຜົນໃຫ້ ທົ່ວປະເທດ ມີຜູ້ເສຍຊີວິດເຖິງ 92 ຄົນ ແລະ  ເປັນການລະ ບາດທີ່ໜັດໜ່ວງທີ່ສຸດນັບແຕ່ມີການລະບາດຂອງໄຂ້ເລືອດອອກຢູ່ປະເທດເຮົາ.

No comments:

Post a Comment