Ad

Ad

18 September 2013

ໂຕໂຍຕ້າສືບຕໍ່ມອບປື້ມໃຫ້ນັກຮຽນຜູ້ທຸກຍາກເປັນປີທີສາມ



            ວັນທີ 17 ກັນຍານີ້, ບໍລິສັດ ໂຕໂຍຕ້າມໍເຕີປະເທດໄທຈຳກັດ ໄດ້ຈັດພິ ທີມອບປຶ້ມໃຫ້ແກ່ນັກຮຽນຜູ້ທຸກຍາກຂາດ ເຂີນຈຳນວນ 30 ພັນຫົວຕົກເປັນມູນຄ່າ 75 ລ້ານກີບໂດຍຜ່ານກະຊວງສຶກສາທິການ ແລະ ກິລາໃນໂຄງ ການໂຕໂຍ ຕ້າໃຈດີ ໃຫ້ນ້ອງປີທີສາມມອບໂດຍທ່ານ ປະກອນ ວົງ ວິທະຍາພິຣົມ ທີ່ປຶກສາບໍລິຫານ ບໍລິສັດໂຕໂຍຕ້າມໍເຕີ ປະເທດໄທ ຈຳກັດ ແລະ ຮັບໂດຍທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ມີບັນດາ ຫົວໜ້າກົມພ້ອມດ້ວຍຕົວແທນຈຳໜ່າຍໂຕໂຍຕ້າໃນປະເທດລາວ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມເປັນຈຳນວນຫຼາຍ.
         ທ່ານ ປະກອນ ວົງວິທະຍາ ພິຣົມກ່າວວ່າ: ໂຄງການໂຕໂຍຕ້າໃຈດີໃຫ້ນ້ອງເປັນໂຄງການທີ່ດີທີ່ໂຕໂຍຕ້າຫວັງສົ່ງເສີມ ເຍົາວະຊົນດ້ານຕ່າງໆເພື່ອການພັດທະນາເຕີບໃຫຍ່ຂຶ້ນມາຢ່າງມີປະສິດທິພາບ ແລະ ເປັນກຳລັງທີ່ສຳຄັນພັດທະນາສັງຄົມລາວ ແລະ ເປັນໂຄງການທີ່ໂຕໂຍຕ້າຈັດຂຶ້ນຢ່າງຕໍ່ເນື່ອງເປັນປີທີສາມແລ້ວ ແລະ ປີນີ້, ໂຕໂຍຕ້າຈະມອບປື້ມ ຈຳນວນ 1 ແສນຫົວ
ໃຫ້ແກ່ເຍົາວະຊົນຜູ້ທຸກຍາກ ແລະ ສຳລັບມື້ ນີ້,ໂຕໂຍຕ້າ ມີຄວາມຍິນດີເປັນຢ່າງຍິງທີ່ຈະມອບປື້ມຈຳນວນ 20 ພັນຫົວໃຫ້ ແກ່ກະຊວງສຶກສາທິການ ແລະ ກິລາ ແລະ ອີກ 10 ພັນຫົວໃຫ້ແກ່ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ. ນອກຈາກນີ້, ໂຕໂຍຕ້າຍັງຈະເດີນທາງນຳປື້ມອີກຈຳນວນ 30 ພັນຫົວໄປແຈກຢາຍໃຫ້ເຍົາວະຊົນຜູ້ທຸກຍາກຂາດເຂີນຕາມ ແຂວງຕ່າງໆຄືຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ແລະ ຫວັງເປັນຢ່າງຍິ່ງວ່າ:ໂຄງການໂຕໂຍຕ້າໃຈດີໃຫ້ ນ້ອງຈະເປັນສ່ວນໜຶ່ງໃນການສົ່ງເສີມການສຶກສາໃຫ້ເຍົາວະຊົນລາວໃຫ້ມີຄວາມຮູ້ຄວາມສາມາດປະກອບສ່ວນພັດທະນາປະ ເທດລາວໃນອະນາຄົດຕໍໄປ.
         ທ່ານ ປະກອນ ກ່າວອີກວ່າ: ໃນນາມຕົວແທນຂອງບໍລິສັດໂຕໂຍຕ້າຂໍໃຫ້ຄຳໝັ້ນສັນຍາວ່າໂຕໂຍຕ້າຈະສົ່ງເສີມກິດຈະ ກຳ ແລະ ຕອບແທນສັງຄົມບໍ່ວ່າຈະເປັນການສຶກສາ ແລະ ການພັດທະນາປະເທດຕະຫຼອດໄປ.

No comments:

Post a Comment