Ad

Ad

18 September 2013

ໂຮງຫມໍຫລາຍແຫ່ງຮ່ວມປຶກສາຫາລືການຫັນເປັນທັນສະໄຫມ



          ບັນດາອຳນວຍການໂຮງໝໍສູນກາງ ເຊັ່ນ: ມະໂຫສົດ, ມິດຕະພາບ, ເຊດ ຖາທິລາດ, ແມ່ ແລະ ເດັດ, ໂຮງໝໍເດັກ ແລະ ຜູ້ຕາງໜ້າຈາກກະຊວງສາທາລະນະ ສຸກພ້ອມດ້ວຍຊ່ຽວຊານ,ວິຊາ ການຈາກວິທະຍາໄລວິທະຍາສາດການແພດລາວ ໄດ້ຮ່ວມປະຊຸມເພື່ອປຶກສາຫາລືກ່ຽວກັບການຍົກສູງວິຊາການ ແລະ ຫັນໂຮງໝໍສູນ ກາງໃຫ້ທັນສະໄໝຫລັງຜ່ານມາ, ກະຊວງສາທາລະນະສຸກເຫັນວ່າພື້ນຖານໂຄງລ່າງ ສາທາລະນະສຸກສ່ວນຫລາຍມີສະພາບ ເກົ່າແກ່ຫຼ້າຫລັງສົ່ງຜົນໃຫ້ຄຸນນະພາບການ ປິ່ນປົວບໍ່ດີເທົ່າທີ່ຄວນ.
         ການປຶກສາຫາລືດັ່ງກ່າວມີຂຶ້ນໃນວັນທີ 17 ກັນຍານີ້ຢູ່ໂຮງໝໍເດັກ ນະຄອນຫລວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກໃນນີ້ບັນດາອຳນວຍ ການໂຮງໝໍແຕ່ລະແຫ່ງໄດ້ຂຶ້ນລາຍງານແຜນການປັບປຸງເພື່ອກຽມຫັນເປັນທັນສະໄໝໃນຕໍ່ໜ້າເຊິ່ງການຫັນເປັນທັນສະໄໝ
ນີ້ຫລາຍໂຮງໝໍເນັ້ນໃສ່ແຜນການກໍ່ສ້າງຕຶກອາຄານປິ່ນປົວໃໝ່, ນຳໃຊ້ອຸປະກອນການແພດທີ່ມີຄວາມທັນສະໄໝ, ຍົກລະດັບ ວິຊາການໃຫ້ແພດໝໍ ແລະ ລວບລວມເອົາພະຍາດທີ່ມັກເກີດຂຶ້ນຫລາຍດັ່ງໂຮງໝໍມະໂຫສົດແມ່ນຈະເອົາການປິ່ນປົວກ່ຽວ ກັບລະບົບຫົວໃຈ, ລະບົບລະລາຍ, ຊຶມເຊື້ອ ແລະ ພະຍາດປອດ, ໂຮງໝໍມິດຕະພາບແນໃສ່ການຜ່າຕັດສະໝອງ, ກະດູກ, ປິ່ນປົວລະບົບຖ່າຍເທ ແລະ ມະເຮັງ, ໂຮງໝໍແມ່ ແລະ ເດັກ ແລະ ໂຮງໝໍເດັກແມ່ນສຸມໃສ່ການປິ່ນປົວເດັກແດງ, ສ່ວນໂຮງ ໝໍເສດຖາທິລາດແມ່ນເນັ້ນໃສ່ການຍົກສູງວິຊາການເພື່ອຫັນໄປສູ່ຮູບແບບບໍລິການປິ່ນປົວໃຫ້ມີຄຸນນະພາບດີ ແລະ ທັນສະ ໄໝ.
         ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ພວກເຮົາມີຄວາມຈຳເປັນ ຢ່າງຍິ່ງທີ່ຈະຕ້ອງໄດ້ປະຕິຮູບລະບົບສາທາລະນະສຸກໃຫ້ດີກວ່າເກົ່າ ໂດຍສະເພາະແມ່ນການຂະຫຍາຍຕາໜ່າງສາທາລະ ນະສຸກໃຫ້ທົ່ວເຖິງ ແລະ ປັບປຸງຄຸນນະພາບການປິ່ນປົວໃຫ້ສູງຂຶ້ນເຊິ່ງບັນຫານີ້, ພວກເຮົາຕ້ອງເລີ່ມປັບປຸງມາແຕ່ໂຮງໝໍສູນ ກາງກ່ອນເພາະຜ່ານມາສັງເກດໄດ້ວ່າ:ລະບົບການບໍລິການຂອງສາທາລະນະສຸກພວກເຮົາຍັງບໍ່ທັນດີເທົ່າທີ່ຄວນເມື່ອທຽບໃສ່ ປະເທດອື່ນໆໃນພາກພື້ນໂດຍສິ່ງທີ່ເຫັນຢ່າງຈະແຈ້ງແມ່ນໂຮງໝໍຫລາຍແຫ່ງມີສະພາບຊຸດໂຊມ, ເຄື່ອງມືອຸປະກອນປິ່ນປົວ ເກົ່າແກ່ຫຼ້າຫລັງ ແລະ ຂາດຄວາມສະອາດ, ຄວາມສາມາດປິ່ນປົວຂອງແພດໝໍຍັງຕ່ຳເຊິ່ງບັນຫາເຫລົ່ານີ້ມັນພົວພັນເຖິງຄຸນນະ ພາບການປິ່ນປົວ ແລະ ຄວາມໜ້າເຊື່ອຖືຂອງໂຮງໝໍຕໍ່ສັງຄົມ. ສະນັ້ນການກ້າວໄປສູ່ການຫັນເປັນທັນສະໄໝນີ້ແມ່ນການ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດ ໃນການຮັບປະກັນຄຸນນະພາບຊີວິດຂອງປະຊາຊົນທາງສາທາລະນະ ສຸກໃຫ້ດີຂຶ້ນກວ່າເກົ່າ ແລະ ປະກອບສ່ວນບັນລຸເປົ້າໝາຍສະຫັດສະວັດທີ່ກຳນົດໄວ້.

No comments:

Post a Comment