Ad

Ad

17 September 2013

ຄວນເບິ່ງຄືນບັນຫາຮ້ານອາຫານ ( ຄໍລຳ ແລກປ່ຽນຄຳເຫັນ )



ໂດຍ : ຊາຍຄຳ ຈຳປາອຸທຸມ

     ນີ້ຄືຫລາຍຄົນໃນສັງຄົມມັກຕັ້ງຂຶ້ນເປັນບັນຫາສົນທະນາກັນໂດຍສະເພາະຄວາມສະອາດ, ຄວາມປອດໄພຂອງຜູ້ບໍລິໂພກ ແລະ ການບໍລິການ.
    ຄວາມສະອາດເກີດຂຶ້ນໄດ້ ຍ້ອນເຈົ້າຂອງຮ້ານເປັນຜູ້ກຳກັບ ເບິ່ງແຍງອັນນີ້ຄືຕົ້ນຕໍ, ແຕ່ອີກສິ່ງໜຶ່ງທີ່ປາກົດເຫັນວ່າ: ຮ້ານ ສະອາດຈົບງາມ, ແຕ່ຜູ້ມາໃຊ້ມາກິນຊ້ຳພັດບໍ່ຄຳນຶງບໍ່ມີສ່ວນຮ່ວມທີ່ດີໃນການຮັກສາຄວາມສະອາດຊ່ວຍເຈົ້າຂອງຮ້ານເປັນ ຕົ້ນການຖິ້ມເສດເຈ້ຍອະນາໄມ, ການຖິ້ມເສດຜັກຊະຊາຍອັນນີ້ເຫັນວ່າຍັງມີຫລາຍຍ້ອນເຂົ້າໃຈວ່າບໍ່ແມ່ນຮ້ານຂອງຕົນ ແລະ ບໍ່ແມ່ນຄວາມຮັບຜິດຊອບຂອງຕົນເຊິ່ງເປັນການຄິດຜິດຄິດແບບມັກງ່າຍຄິດເຫັນວ່າຕົນເອງບໍ່ຄິດເຫັນສັງຄົມຈະເຮັດແນວໃດ ຈຶ່ງຈະປ່ຽນແປງພຶດຕິກຳອັນນີ້ໄດ້ກໍຕ້ອງໄດ້ອາໄສການປູກຝັງການເວົ້າກັນການເຕືອນກັນເຖິງຈະຍາກແດ່ແຕ່ກໍຕ້ອງໄດ້ເຮັດ.
    ບັນຫາຂໍ້ທີສອງຄວາມປອດໄພຂອງຜູ້ບໍລິໂພກອັນນີ້ແມ່ນຄວາມຮັບຜິດຊອບໂດຍກົງຂອງເຈົ້າຂອງຮ້ານກໍຄືຜູ້ປຸງແຕ່ງອາ ຫານຍ້ອນວ່າການປຸງແຕ່ງອາຫານຫລາຍຮ້ານຫລາຍຄົນກໍມີຫລາຍສູດນັ້ນເປັນເລື່ອງທຳມະດາ, ແຕ່ອັນທີ່ບໍ່ທຳມະດາແມ່ນ ການໃສ່ເຄື່ອງປຸງແຕ່ງອາຫານເກີນຄວາມຈຳເປັນເປັນຕົ້ນການໃສ່ຄະນໍ, ການໃສ່ແປ້ງນົວເພື່ອຢາກໃຫ້ອາຫານມັນນົວວ່າຊັ້ນ ອັນນີ້ແມ່ນໃຜຮັບຜິດຊອບ ເລີ່ມ ຕົ້ນກໍແມ່ນເຈົ້າຂອງຮ້ານນັ້ນເອງ, ຈາກນັ້ນ ຈຶ່ງແມ່ນພາກສ່ວນທີ່ມີຄວາມຮັບຜິດຊອບເບື້ອງ ອາຫານ ແລະ ຢາ (ສາທາລະນະສຸກ) ກໍຕ້ອງໄດ້ໝັ່ນກວດກາໝັ່ນຕິດຕາມ, ຖ້າກວດເຫັນວ່າມັນເກີນມັນກາຍ ແລະ ຈະເປັນ ອັນຕະລາຍຕໍ່ຜູ້ບໍລິໂພກກໍຕ້ອງໄດ້ຕັກເຕືອນກ້າວໄປເຖິງການລົງວິໄນ ແລະ ໃຫ້ຢຸດການຂາຍໃນທີ່ສຸດ.

    ບັນຫາຂໍ້ທີສາມ ການບໍລິການເຫັນວ່າມາຮອດປັດຈຸບັນນີ້ ຂອດການບໍລິການແມ່ນດີຂຶ້ນຫລາຍຍ້ອນມີການແຂ່ງຂັນກັນ, ແຕ່ກໍຄວນໄດ້ເບິ່ງຄືນຍ້ອນວ່າຍັງມີບາງຮ້ານຍັງບໍ່ຄ່ອຍເອົາໃຈໃສ່ໃນຈຸດນີ້ເທົ່າໃດຍັງເຫັນລູກຄ້າເປັນພຽງຄົນທຳມະດາ, ບາງ ຮ້ານຍັງຮ້າຍໄປກວ່ານັ້ນອັນນີ້ ມັນເຮັດໃຫ້ຜູ້ມາໃຊ້ບໍລິການເສຍຄວາມຮູ້ສຶກກ່ອນການກິນອາຫານ, ຖ້າສຳລັບຄົນລາວດ້ວຍ ກັນກໍພໍເຂົ້າໃຈໄດ້ຢູ່, ຖ້າເຮັດບໍ່ດີກໍບໍ່ໄປກິນອີກກໍຈົບເລື່ອງ, ແຕ່ວ່າຖ້າຫາກເປັນຄົນຕ່າງດ້າວທ້າວຕ່າງແດນກໍຈະເກີດພາບພົດ ບົດບາດອັນບໍ່ດີໃຫ້ແກ່ປະເທດຊາດໄດ້ຄືກັນ.
    ທັງສາມບັນຫາທີ່ຍົກຂຶ້ນມາແລກປ່ຽນນີ້ແມ່ນພຶດຕິກຳທີ່ຍັງເກີດມີຢູ່ ແລະ ຖ້າຫາກເຈົ້າຂອງຮ້ານ, ຜູ້ເຮັດການບໍລິການ ບໍ່ຄຳນຶງເຖິງຈະລິຍະທຳຂອງຕົນກໍຈະສ້າງຄວາມເສຍຫາຍຫລາຍກວ່າໄດ້ແນ່ນອນ, ຖ້າຫາກຜູ້ມາໃຊ້ບໍລິການບໍ່ມີສ່ວນຮ່ວມ ທີ່ດີກໍຈະເຮັດໃຫ້ສູນເສຍຄວາມສະອາດໄດ້ ແລະ ອັນສຸດທ້າຍຖ້າຫາກພາກສ່ວນທີ່ມີໜ້າທີ່ກ່ຽວຂ້ອງບໍ່ເຂົ້າໄປເບິ່ງ ແລະ ບໍ່ມີ ການແກ້ໄຂແລ້ວກໍຍິ່ງຈະເຮັດໃຫ້ບັນຫາຕ່າງໆທີ່ເວົ້າມານັ້ນກາຍເປັນບັນຫາຊ້ຳເຮື້ອ ກືນບໍ່ເຂົ້າຄາຍບໍ່ອອກໃນທີ່ສຸດ.

No comments:

Post a Comment