ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການພັດທະນາແບບຍືນຍົງລະຫວ່າງ
ລາວ- ຫວຽດນາມ-ກຳປູເຈຍ ຄັ້ງທີ II ໄດ້ຈັດຂຶ້ນຢູ່ເທສະບານເມືອງທ່າແຂກແຂວງຄຳມ່ວນໃນວັນທີ
28 ຕຸລານີ້ ພາຍໃຕ້ຫົວຂໍ້ “ ບົດບາດຂອງວິທະຍາສາດ-ສັງຄົມ ເພື່ອການກະຕຸກຊຸກຍູ້ການພັດທະນາແບບຍືນຍົງຢູ່ລາວ-ກຳປູເຈຍ
ແລະ ຫວຽດນາມ” ໂດຍການເຂົ້າ ຮ່ວມຂອງທ່ານ ຄຳໃບ ດຳລັດກຳມະການສູນກາງພັກ, ເລຂາພັກແຂວງ,
ເຈົ້າແຂວງຄຳມ່ວນ, ທ່ານ ຮອງສາສະດາຈານ ດຣ. ທອງສະລິດ ມັງໜໍ່ເມກ ຜູ້ຮັກສາການປະທານສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດລາວ,
ທ່ານ ສຈ. ດຣ. ຫງວຽນຊວນຖັງ ກຳມະການສູນກາງພັກ, ປະທານສະຖາບັນຄົ້ນຄວ້າວິທະຍາສາດສັງຄົມຫວຽດນາມ,
ທ່ານ ດຣ. ຄະຣອດ ທິດາ (Khrot Thida) ປະທານສະຖາບັນຄົ້ນຄວ້າວິທະຍາສາດຣາຊະອານາຈັກກຳປູເຈຍ
ແລະ ເອກອັກ ຄະລັດຖະທູດ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາສູງໝາກຜົນການພົວພັນຮ່ວມຂອງສາມສະຖາບັນວິທະຍາສາດສາມປະເທດໃນໄລຍະຜ່ານມາທີ່ໄດ້ດຳເນີນໄປຕາມທິດຊີ້ນຳຂອງຄະນະຂັ້ນສູງຂອງສະຖາບັນດັ່ງກ່າວທີ່ໄດ້ເປັນເອກະພາບກັນ
ອັນໄດ້ສະແດງໃຫ້ເຫັນເຖິງຄວາມອາດສາ ມາດ ແລະ ຈຸດຢືນຂອງຕົນໃນການກະຕຸກຊຸກຍູ້ການພັດທະນາແບບຍືນຍົງຢູ່ແຕ່ລະປະເທດ.
ນີ້ແມ່ນຮູບແບບການຮ່ວມມືໄປ ຕາມທິດເພີ່ມທະວີການປະສານສົມທົບແໜ້ນ ນັບທັງນະໂຍບາຍ
ແລະ ຂອບເຂດຂອງມັນ ເພື່ອແນໃສ່ເປົ້າໝາຍການພັດທະນາແບບຍືນຍົງດັ່ງກ່າວໃຫ້ໄດ້ຮັບຜົນຢູ່ໃນລະດັບຂົງເຂດ
ແລະ ລະດັບຊາດ ໂດຍສະເພາະແມ່ນບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ຂົງເຂດອາຊຽນ
ກໍຄືໃນທະວີບອາຊີນຳກັນ.
ກອງປະຊຸມເທື່ອນີ້ ຈະດຳເນີນໄປ 4 ກອງປະຊຸມນຳກັນ
ເຊິ່ງຈະໄດ້ຮັບຟັງ ແລະ ແລກ ປ່ຽນຄຳຄິດຄຳເຫັນຕ່າງໆໃສ່ 14 ບົດຄົ້ນຄວ້າວິທະຍາສາດຂອງສາມປະເທດທີ່ໄດ້ສຶກສາຄົ້ນຄວ້າມາກ່ຽວກັບບົດບາດຂອງວິທະ
ຍາສາດ-ສັງຄົມຕໍ່ການພັດ ທະນາແບບຍືນຍົງ, ກະຕຸກຊຸກຍູ້ໃຫ້ ການພັດທະນາເສດຖະກິດ-ສັງ
ຄົມຂະຫຍາຍຕົວ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ບົດບາດຂອງວັດທະນະທຳຕໍ່ການພັດທະນາແບບຍືນຍົງຢູ່ສາມປະເທດ.
ກອງປະຊຸມຍັງໄດ້ຍົກໃຫ້ເຫັນວ່າ:ຢາກພັດທະນາເສດຖະ
ກິດຂະຫຍາຍຕົວໄວ ຕ້ອງຮັບປະ ກັນໄດ້ລັກສະນະຍືນຍົງຂອງມັນ, ການຂະຫຍາຍຕົວທາງປະລິ
ມານຕ້ອງຕິດພັນກັບຄຸນນະພາບ, ຖືສຳຄັນການຮັກສາສິ່ງແວດລ້ອມຕິດພັນກັບການຂະຫຍາຍ
ຕົວເສດຖະກິດ ແລະ ວັດທະນະ ທຳ,ພັດທະນາຊັບພະຍາກອນມະ ນຸດໃຫ້ຂະຫຍາຍຕົວຮອບດ້ານ, ຮັບປະກັນໄດ້ສິດປະຊາທິປະໄຕ
ແລະ ຄວາມກ້າວໜ້າ,ສັງຄົມມີຄວາມຍຸຕິທຳ,ສາມາດສ້າງວຽກເຮັດງານທຳ ເພື່ອຍົກສູງຄຸນນະ
ພາບຊີວິດການເປັນຢູ່ຂອງປະຊາ ຊົນນັບມື້ດີຂຶ້ນມີຄວາມຮັ່ງມີຜາສຸກ.
No comments:
Post a Comment