ພາຍຫລັງລັດຖະບານໄດ້ ອອກຄຳສັ່ງເລກທີ 16/ນຍ,
ລົງ ວັນທີ 18 ເມສາ 2013 ວ່າດ້ວຍການຢຸດເຊົາຊົ່ວຄາວການ ອະນຸມັດໂຄງການລົງທຶນກ່ອນ ແລະ ໂຄງການນອກແຜນທີ່ນຳໃຊ້ແຫລ່ງທຶນຈາກງົບປະມານລັດ,
ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໄດ້ມີການຄົ້ນຄວ້ານິຕິກຳຄຸ້ມຄອງໂຄງການລົງທຶນກ່ອນ
ແລະ ມາຮອດປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບກະກຽມນິຕິກຳດັ່ງກ່າວທີ່ມາຈາກຂະແໜງການກ່ຽວຂ້ອງ
ແລະ ໄດ້ ເກັບກຳຂໍ້ມູນ,ປຶກສາຫາລືກະ ກຽມເນື້ອໃນເບື້ອງຕົ້ນແລ້ວ ຄາດ ວ່າຈະໃຫ້ສຳເລັດສົມບູນ
ແລະ ປະກາດໃຊ້ກ່ອນ ສົກງົບປະມານ 2013-2014.
ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:
ຜ່ານມາ, ບັນດາໂຄງການລົງທຶນກ່ອນຍັງບໍ່ທັນມີນິຕິກຳເພື່ອຄຸ້ມ ຄອງ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວພົບຄວາມຫຍຸ້ງຍາກ,
ປະສິດທິຜົນຕ່ຳ, ຫຍຸ້ງຍາກຕໍ່ການກວດກາ, ມູນຄ່າຂອງບາງໂຄງການ ຫລາຍ ກວ່າຄວາມເປັນຈິງ ແລະ
ສ່ວນ ໃຫຍ່ເປັນໂຄງການນອກແຜນທີ່ ສະພາແຫ່ງຊາດໄດ້ຮັບຮອງ, ບໍ່ ໄດ້ມີການຕີລາຄາ ແລະ ບໍ່ມີການປະມູນຄັດເລືອກຜູ້ຮັບເໝົາ
ແລະ ບັນຫາສຳຄັນໂຄງການລົງທຶນກ່ອນເປັນໂຄງການໃຫຍ່ທີ່ມີມູນຄ່າຫລາຍ ຖ້າເຈົ້າຂອງໂຄງການບໍ່ສາມາດຂຶ້ນແຜນຊຳລະໄດ້ຕາມສັນຍາກັບຜູ້ຮັບເໝົາກໍຈະກາຍເປັນໜີ້ສິນຄຸມເຄືອ.
ສຳລັບການຊຳລະໜີ້ສິນໃນສົກປີ 2013-2014, ກະຊວງແຜນການ
ແລະ ການລົງທຶນຢືນຢັນ ວ່າ: ລັດຖະບານຍັງສືບ ຕໍ່ປະຕິບັດຄືກັບສົກປີ 2012-2013 ຜ່ານມາ ຄືໜີ້ສິນທັງໝົດແມ່ນກະຊວງການເງິນ
ຮັບຜິດຊອບຂຶ້ນແຜນຊຳລະ, ກະຊວງ ແຜນການ ແລະ ການລົງທຶນເປັນຜູ້ລົງນາມບັນດາໂຄງການທີ່ເປັນໜີ້ຂອງຂະແໜງການ
ແລະ ທ້ອງຖິ່ນທັງໝົດແລ້ວສົ່ງໃຫ້ ກະຊວງການເງິນເປັນຜູ້ພິຈາລະນາ ແລະ ຊຳລະຕາມງົບປະມານທີ່ຂຶ້ນແຜນໄວ້.
No comments:
Post a Comment