ໃນວັນທີ 25 ຕຸລານີ້ ຢູ່ສວນເຈົ້າອະນຸວົງ ໄດ້ຈັດກິດຈະກຳຂີ່ລົດຖີບຈາກນັກຮຽນ
ແລະ ມວນຊົນ ເພື່ອໂຄສະນາການ ປ້ອງກັນອຸປະຕິເຫດໂດຍການໃສ່ໝວກກັນກະທົບ ແລະ ຖືວັດສະດຸສະທ້ອນແສງ
ໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່ກົມຂົນ ສົ່ງກະຊວງ ຍທຂ ເຊິ່ງມີນັກຖີບລົດຈາກສະມາຄົມຂີ່ລົດຖີບແລະນັກຮຽນໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນເຂົ້າຮ່ວມ
ຢ່າງຫຼວງຫຼາຍ.
ເຈົ້າໜ້າທີ່ກົມຂົນສົ່ງ ໃຫ້ ຮູ້ວ່າ:ກິດຈະກຳດັ່ງກ່າວແມ່ນກະຊວງ
ຍທຂ ແລະ ອົງການ ອະນາໄມໂລກ ຮ່ວມກັນຈັດ ຂຶ້ນເພື່ອສົ່ງເສີມໃຫ້ສັງຄົມໄດ້ມີຄວາມຕື່ນໂຕໃນການຂີ່ລົດຖີບທີ່ປອດໄພເປັນຕົ້ນແມ່ນການໃສ່ໝວກກັນກະທົບ
ແລະ ຖືວັດ ສະດຸສະທ້ອນແສງໃນຍາມກາງຄືນ ເຊິ່ງຊ່ວຍໃນການເບິ່ງເຫັນ ແລະ ເຕືອນໃຫ້ຜຸ້ໃຊ້ຖະໜົນມີສະຕິ.
ກິດຈະກຳດັ່ງກ່າວໄດ້ ມີການຂັບຂີ່ລົດຖີບໄປຕາມເສັ້ນທາງເຈົ້າອານຸວົງຫາສາມແຍກໂຮງຮຽນເຕັກນິກລາວ-ເຢຍລະມັນ
ແລະ ກັບຄືນແຄມຂອງ ເຊິ່ງຫວັງວ່າການຈັດກິດຈະກຳນີ້ ຈະຊ່ວຍເຮັດໃຫ້ການເສຍຊີວິດຈາກອຸປະຕິເຫດຕາມຖະໜົນຫຼຸດລົງ.
ຜູ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນສະພາບອຸປະຕິເຫດຢູ່ລາວເຫັນວ່າມີຫລາຍ
ແລະ ມີຜູ້ເສຍຊີວິດຫຼາຍຂຶ້ນສະເລ່ຍແຕ່ລະ ປີເພີ່ມຂຶ້ນ 7% ແລະ ປະມານ 80% ຂອງຜູ້ຂັບຂີ່ແມ່ນບໍ່ປະຕິບັດລະບຽບເປັນຕົ້ນແມ່ນຂີ່ລົດໄວ,
ດື່ມສິ່ງມຶນເມົາ ເຊິ່ງນອກ ຈາກນີ້ກໍຍັງແມ່ນກຸ່ມທີ່ຂີ່ລົດຖີບໂດຍບໍ່ຖືວັດສະດຸສະທ້ອນແສງໃນຍາມກາງຄືນ
ເຊິ່ງເຮັດໃຫ້ຜູ້ຂັບຂີ່ເບິ່ງບໍ່ເຫັນ ແລະ ເກີດອຸ ປະຕິເຫດ. ສະນັ້ນ ຈຶ່ງຕ້ອງການໃຫ້ມີການໂຄສະນາຫຼາຍຂຶ້ນ,
ຂະນະດຽວກັນແຕ່ນີ້ ຮອດປີ 2020, ຄະນະກຳມະການຄຸ້ມ ຄອງຄວາມປອດໄພທາງຖະໜົນກໍໄດ້ມີແຜນສະກັດກັ້ນອຸປະຕິເຫດໃຫ້ຫຼຸດລົງ
50% ທັງຈຳນວນຜູ້ເສຍຊີວິດໂດຍຈະເລັ່ງໃສ່ ການໂຄສະນາໃສ່ໝວກກັນກະທົບ, ດື່ມບໍ່ຂັບ, ການໃສ່ສາຍນິລະໄພ,
ການກຳນົດຄວາມໄວ, ໄລຍະແນມເຫັນ ແລະ ແສງສະ ຫວ່າງເຊິ່ງເປັນແຜນການທີ່ຈະຊ່ວຍຫຼຸດຜ່ອນບັນຫາອຸປະຕິເຫດ
ແລະ ຜູ້ເສຍຊີວິດລົງ.
No comments:
Post a Comment