ເມື່ອວັນທີ 22 ຕຸລານີ້, ສານປະຊາຊົນແຂວງຈຳ
ປາສັກ ໄດ້ຕັດສີນຈຳຄຸກຕະ ຫລອດຊີວິດທ້າວ ຄຳພຸດ ພົມ ມະວັນ ອາຍຸ 22 ປີ ກຳມະກອນ ຢູ່ເທສະບານບ້ານ
ແລະ ເມືອງ ໂພນທອງແຂວງ ຈຳປາສັກ ພາຍຫລັງຜູ້ກ່ຽວ ໄດ້ລົງມືກໍໍ່ເຫດຄາດ ຕະກຳ ຢ່າງຫ້ຽມໂຫດ
ນາງ ເຊີຍ ບຸນຄ່ອມ ອາຍຸ 82 ປີ,ນາງ ລາຕາ ອາຍຸ 45 ປີ ແລະ ນາງ ນ້ອຍ ອາຍຸ 3 ປີ ແລະ ມີຜູ້ໄດ້ຮັບ
ບາດເຈັບສາຫັດ ໜຶ່ງຄົນຄືນາງແຫລ້ ອາຍຸ 22 ປີ ເມືອວັນທີ 6 ເມສາ 2013 ຢູ່ບ້ານ ໂພຄຳ ເມືອງ
ໂພນທອງ ແຂວງ ຈຳປາ ສັກ ແລະ ຖືກເຈົ້າໜ້າທີ່ຈັບ ໄດ້ເມື່ອວັນທີ 9 ເມສາ 2013 ໂດຍຜູ້ກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:
ລົງກໍ່ເຫດຈາກຄວາມ ຫຶງຫວງນາງແຫລ້ເຊິ່ງເປັນຄົນທີ່ຕົນເອງຮັກ.
No comments:
Post a Comment