ຕາມການລາຍງານຂອງເຈົ້ນໜ້າທີ່ ໃນຕອນເຊົ້າວັນທີ
27 ຕຸລານີ້ ໃຫ້ຮູ້ວ່າ:ໄດ້ມີກຸ່ມໄວໜຸ່ມຕີກັນຕາຍຢູ່ແຄມທາງຂ້າງສູນຂາຍລົດຈັກ
ນິວຈິບເຊັງ ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຊິ່ງໃນເວລາ 20 ໂມງ
ຂອງວັນທີ 26 ຕຸລາ, ທ້າວ ອຳພອນ ແລະ ໝູ່ໄດ້ໄປນັ່ງດື່ມເບຍຢູ່ແຄມຂອງ, ເວລາປະມານ
1 ໂມງຂອງວັນທີ 27 ຕຸລາ ພາຍຫຼັງອອກຈາກຮ້ານເບຍ ແລະ ໄດ້ຊວນກັນຂີ່ລົດຈັກເລາະຫຼິ້ນ
ມີລົດ 5 ຄັນ ແລະ ມີ 12 ຄົນ ເຊິ່ງທ້າວ ອຳພອນ ຜູ້ເສຍຊີວິດໄດ້ຂັບ ຂີ່ຊ້ອນເພື່ອນແມ່ຍິງ
2 ຄົນ ເລາະມາແຕ່ເສັ້ນທາງປາກປ່າສັກ ໄປທາງໄຟແດງທາດຂາວ, ແຕ່ພໍຂັບຂີ່ລົດມາຮອດເຂດບ້ານເກົ້າ
ຍອດ ລົດຂອງທ້າວ ອຳພອນ ຖືກລົດຈັກຍີ່ຫໍ້ຮອນດາສະກຸບປີ ບໍ່ມີປ້າຍທະບຽນເກາະເອົາ
ແລະ ເຮັດໃຫ້ລົ້ມ. ຈາກນັ້ນຈຶ່ງໄດ້ຂີ່ຕາມໄປທາງວັດສີເມືອງ, ແຕ່ມີກຸ່ມໄວໜຸ່ມທີ່ຂີ່ລົດຈັກມາຕາມຫຼັງ
30 ກວ່າຄັນ ພ້ອມລົດໃຫຍ່ 4 ຄັນເຊິ່ງມີກຸ່ມໄວໜຸ່ມ 50 ກວ່າຄົນຂີ່ລົດມາຈອດ
ແລະ ມີການຜິດຖຽງກັນ ເຊິ່ງກຸ່ມໄວໜຸ່ມດັ່ງກ່າວ ກໍໄດ້ໃຊ້ເຫຼັກຍາວ ແລະ ໝວກກັນກະທົບຕີຫົວ
ທ້າວ ອຳພອນ ແລ້ວຫຸ້ມຕີຈົນໝົດສະຕິ ກ່ອນຈະພາກັນຂີ່ລົດຫຼົບໜີໄປ, ຂະນະທີ່ໝູ່ເພື່ອນຂອງທ້າວ
ອຳພອນ ຂີ່ມາເຫັນຜູ້ ກ່ຽວ ຈຶ່ງໄດ້ຟ້າວນຳສົ່ງໂຮງໝໍ ກ່ອນຈະເສຍຊີວິດ. ປັດຈຸບັນ,
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເລັ່ງນຳຈັບກຸ່ມໄວໜຸ່ມ ທີ່ກໍ່ເຫດມາດຳເນີນຄະດີໃຫ້ໄດ້ໂດຍໄວ.
No comments:
Post a Comment