ຜ່ານໄປໜຶ່ງອາທິດແລ້ວ, ງານບຸນຊ່ວງເຮືອປະຈຳປີ
2013 ຢູ່ທ່າວັດຈັນ ນະ ຄອນຫລວງວຽງຈັນ, ແຕ່ສິ່ງທີ່ຍັງເຫລືອໄວໃຫ້ເຫັນແມ່ນຄວາມເປິເປື້ອນຂອງຂີ້ເຫຍື້ອ,
ເຖິງວ່າຈະມີການອະນາໄມ ແຕ່ກໍຍັງບໍ່ສະອາດດີເທົ່າທີ່ຄວນ.
ນັກຂ່າວພວກເຮົາໄດ້ໄປຕິດ ຕາມເບິ່ງການທຳຄວາມສະອາດບໍລິເວນທີ່ມີການຈັດງານບຸນ
ຊ່ວງເຮືອທ່າວັດຈັນ ໃນວັນທີ 28 ຕຸລານີ້ ເຫັນວ່າໄດ້ມີການອະນາໄມເກັບກວາດໃນຫລາຍຈຸດແລ້ວ
ໂດຍສະເພາະຕາມເສັ້ນທາງແຄມຂອງ, ແຕ່ບາງຈຸດເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ
ເປັນຕົ້ນ ຕາມເດີ່ນຫຍ້າຍັງມີເສດຖົງຢາງ, ເຈ້ຍຂາວ, ກ່ອງໂຟມໃສ່ອາ ຫານ ຢັ່ງຢາຍຢູ່ຫລາຍ
ແລະ ເຂດແຄມຂອງກໍມີຂີ້ເຫຍື້ອກອງເປັນຈຸດ ແລະ ບາງບ່ອນຍັງສົ່ງກິ່ນເໝັນອອກມາກໍມີ
ອັນໄດ້ສ້າງຄວາມບໍ່ເປັນລະບຽບຈົບງາມຕໍ່ຜູ້ທີ່ຜ່ານໄປມາໃນບໍລິເວນດັ່ງກ່າວ
ເຊິ່ງ ບັນຫານີ້ ເມືອງຈັນທະບູລີ ແລະ ບໍລິສັດກ່ຽວຂ້ອງຈັດງານຄວນຮີບຮ້ອນໃນການແກ້ໄຂ
ເພື່ອສ້າງຄວາມສະອາດຈົບງາມໃນເຂດດັ່ງກ່າວໂດຍໄວ ເນື່ອງຈາກສວນ ສາທາລະນະແຄມຂອງເປັນເຂດໜຶ່ງທີ່ມີຜູ້ຄົນທັງພາຍໃນ
ແລະ ຕ່າງປະເທດຈຳນວນຫລາຍມາທ່ອງທ່ຽວພັກຜ່ອນຢ່ອນອາລົມໃນຍາມແລງ ເຊິ່ງຫາກປະປ່ອຍໄປດົນກໍຈະເປັນສິ່ງບໍ່ດີຕໍ່ສະພາບແວດລ້ອມ
ແລະ ຄວາມສະອາດໃນບໍລິເວນດັ່ງກ່າວແນ່ນອນ ແລະ ກ່ອນໜ້າການ
ຈັດງານບຸນດັ່ງກ່າວແຕ່ວັນທີ
11-13 ຕຸລາ 2013 ກໍມີພະນັກງານກ່ຽວຂ້ອງຂອງເມືອງຈັນທະບູລີຈຳນວນໜຶ່ງເລາະເກັບເງິນຄ່າອະນາໄມນຳຊາວຄ້າຂາຍທີ່ໄປຕັ້ງຮ້ານຂາຍເຄື່ອງໃນງານບຸນຫລາຍເຖິງ
20.000 ກີບຕໍ່ຮ້ານຕໍ່ມື້, ແຕ່ປີ້ທີ່ເອົາມາເກັບກຳນົດລາຄາ 3.000 ກີບ ໂດຍພະນັກງານດັ່ງ
ກ່າວໄດ້ໃຊ້ບິກເຝິດຂີດຂ້າໂຕເລກ 3.000 ກີບ ແລ້ວຂຽນ 20.000 ກີບ ໃສ່ແທນ. ສະນັ້ນ
ຕໍ່ບັນຫານີ້ ກໍຄວນໄດ້ມີການກວດກາ ເພື່ອສ້າງຄວາມເປັນທຳໂປ່ງໃສຕໍ່ປະ ຊາຊົນ
ເວົ້າສະເພາະກໍຄືຊາວຄ້າ ຂາຍ ແລະ ເງິນທີ່ເກັບໄດ້ເປັນຈຳ ນວນບໍ່ໜ້ອຍຄືດັ່ງກ່າວແມ່ນໄດ້ເອົາເຂົ້າງົບປະມານຂອງລັດ
ຫລື ບໍ່ ເພື່ອເປັນບົດຮຽນໃນການຄຸ້ມຄອງກວດກາໃນການຈັດບຸນອື່ນໆໃນຄັ້ງຕໍ່ໆໄປ
ໂດຍສະເພາະ ບຸນນະມັດສະການພະທາດຫລວງກໍຈະມາຮອດແລ້ວ.
No comments:
Post a Comment