Ad

Ad

29 October 2013

ກຽມສ້າງຕັ້ງສະຖາບັນເຝິກອົບຮົມກົດຫມາຍແຫ່ງຊາດ



       ກະຊວງຍຸຕິທຳ ໄດ້ສະເໜີລັດ ຖະບານ ເພື່ອຂໍອະນຸມັດສ້າງຕັ້ງ ສະຖາບັນຝຶກ ອົບຮົມແຫ່ງຊາດ ໃນເດືອນມີນາ 2013 ແລະ ປັດຈຸ ບັນພວມຢູ່ໃນໄລຍະລໍຖ້າ ການ ພິຈາລະນາຊຶ່ງ​ຄາດ​ວ່າ​ຈະ​ໄດ້ສ້າງ​ຂຶ້ນ​ໃນ​ທ້າ​ຍປີ 2014.
        ລັດຖະບານ​ລາວ ​ແລະ ບັນ ດາ​ຄູ່​ຮ່ວມ​ພັດທະນາ ​ໄດ້​ຈັດ​ຊຸດ ສຳ​ມະ​ນາ ພາຍ​ໃຕ້​ຫົວ​ຂໍ້ “ ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຝຶກ​ອົບ ຮົມ​ສຳລັບ​ພະນັກງານ​ໃນ​ຂົງ​ເຂດ​ຍຸຕິ​ທຳ ​​ແລະ ນັກວິຊາ​ຊີບ​ກົດໝາຍ ” ໃນ​ວັນ​ທີ 28 ຕຸລາ 2013 ນີ້ ທີ່​ຫໍປະ ຊຸມ​ແຫ່ງ​ຊາດ ນະ​ຄອນ​ຫລວງ​ວຽງ​ຈັນ ເພື່ອ​ພັດທະນາ​ບຸກຄະລາ​ກອນ​ໃນ​ຂະ​ແໜງ​ຍຸຕິ​ທຳ ​ແລະ ກົດໝາຍ ຢູ່ ສປປ. ລາວ ໂດຍ​ການເປັນ​ປະທານ​ຮ່ວມ​ຂອງ​ທ່ານ ສຈ. ເກດ ກຽດຕິ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ; ທ່ານນາງ ​ເມ​ລາ​ນີ ບຣາຍ ຜູ້​ຮັບ ຜິດຊອບ​ຝ່າຍ​ຮ່ວມ​ມື​ສະຫະພາບ​ເອີ​ຮົບ ປະຈຳ ສປປ. ລາວ ​ແລະ ທ່ານນາງ ຊຸ​ດາ ກູ​ຕີ ຜູ້​ຊ່ວຍ​ຜູ້ ຕາງໜ້າ​ອົງ ການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ປະຈຳ ສປປ. ລາວ ແລະ ມີ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

         ​ໃນ​ໂອກາດ​ດັ່ງ​ກ່າວ ບັນດາ ທ່ານ​ປະທານ​ ​ໄດ້ຜັດ​ປ່ຽນ​ກັນ​ຂຶ້ນ​ມີ​ຄວາມ​ເຫັນ ຊຶ່ງທ່ານ ສຈ. ເກດ ກຽດຕິ​ສັກ  ​ໄດ້​ເນັ້ນ ເຖິງ​ຄຳ​ໝັ້ນ​ສັນຍາ ຂອງ​ກະຊວງ​ຍຸຕິ​ທຳ​ ໃນ​ການ​ຍົກ​ລະດັບ​ຄວາມ​ສາມາດ​ຂອງ​ບຸ​ກຄະ​ລາກ​ອນ​ໃນ​ຂະ​ແໜງ​ກົດໝາຍ ​ແລະ ຄວາມ​ຈຳ​​ເປັນ​ຂອງ​ການ​ສືບຕໍ່​ໃຫ້ການ​ສະໜັບ​ສະ​ໜູນ ​ຂອງ​ບັນ​ດາ​ຄູ​ຮ່ວມ​ພັດ ທະນາ  ​ແລະ  ສະ​ເໜີ​ກ່ຽວ​ກັບ​ແຜນການ​ໃນ​ການ​ສ້າງ​ສະ​ຖາບັນ​ຝຶກ​ອົບຮົມ​ວຽກ​ງານຍຸຕິ​ທຳ​ແຫ່ງ​ຊາດ.
      ສ່ວນທ່ານນາງ ຊຸ​ດາ ກູ​ຕີ  ກໍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ ຂອງ​ການ​ປະສານ​ງານ​ກັນ​ ລະ ຫວ່າງ ອົງການ​ຈັດ​ຕັ້ງ​ທີ່​ມີ​ສ່ວນ​ຮ່ວມ​ຕ່າງໆ​ຢູ່​ໃນ​ຂະ​ແໜງ​ກົດ ໝາຍ ຊຶ່ງເປັນໂອກາດທີ່ດີໃນ ການ ສະແດງໃຫ້ເຫັນ ເຖິງຄຳ ໝັ້ນສັນຍາຕໍ່ຖະແຫລງການວຽງ ຈັນ ວ່າດ້ວຍປະສິດທິພາບຂອງ ການຊ່ວຍເຫລືອ. ເມື່ອມີການ ສ້າງຕັ້ງສະຖາບັນແລ້ວ ສິ່ງສຳ ຄັນຕ້ອວຮັບປະກັນ ຄຸນນະພາບ ຂອງການຮຽນ-ການສອນ ລວມ ທັງຫລັກ ສູດ ໃນລະດັບທີ່ດີສຳ ລັບຜູ້ພິພາກສາ, ໄອຍະການ ແລະ ນັກກົດໝາຍ ທົ່ວປະ ເທດ.
        ສຳລັບທ່ານນາງ ​ເມ​ລາ​ນີ ບຣາຍ ກໍ​ໃຫ້​ຮູ້​ວ່າ: ສະ​ຖາ​ບັນ​ຝຶກ​ອົບຮົມ​ແຫ່ງ​ຊາດ​ທີ່​ຈະ​ສ້າງ​ຂຶ້ນ​​ໃໝ່​ນີ້ ຈະ​ເນັ້ນໃສ່ການ​ພັດທະ ນາ​ພະນັກງານ ​ໃຫ້​ກາຍ​ເປັນ​ຜູ້​ພິພາກ ສາ, ​ໄອ​ຍາ​ການ ແລະ ນັກ​ກົດ ໝາຍ ຊຶ່ງ​ສະຖາ​ບັນ​ແຫ່ງນີ້​​ ເປັນ​ສະ​ຖາ​ບັນ​ຝຶກ​ອົບຮົມ​ທາງ​ດ້ານ​ກົດໝາຍ ​ທີ່​ເປັນ​ສູນ​ລວມ​ແຫ່ງ​ທຳ​ອິດ​ຢູ່ ສປປ. ລາວ ທຸກ​ວິຊາ​ຮຽນ​ທີ່​ກ່ຽວຂ້ອງ​ ຈະ​ປະກອບ​ເຂົ້າ​ເປັນ​ຫລັກ ສູດ​ຂອງ​ການ​ຝຶກ​ອົບຮົມ.

No comments:

Post a Comment