Ad

Ad

29 October 2013

ທົບທວນການປະຕິບັດຍຸດທະສາດແຫ່ງຊາດເພື່ອສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ

     ກອງປະຊຸມຄົບຄະນະເປີດ ກວ້າງຂອງຄະນະກຳມາທິການ ເພື່ອສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງແຫ່ງຊາດ  ປະຈຳສົກປີ 2012-2013 ​ໄດ້ໄຂຂຶ້ນໃນຕອນ ເຊົ້າ ວັນທີ 28 ຕຸລານີ້ ຢູ່ຫ້ອງວ່າການລັດຖະບານ ພາຍໃຕ້ການ ເປັນປະທານຂອງທ່ານ ນາງ ເຂັມ ແພງ ພົນເສນາ ລັດຖະມົນຕີປະ ຈຳຫ້ອງວ່າການລັດຖະບານ, ປະທານ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ ຍິງແຫ່ງຊາດ, ຄະນະກຳມາທິ ການເພື່ອ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງ ເຂົ້າຮ່ວມ.
      ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງລາຍງານການຈັດຕັ້ງ ປະຕິບັດວຽກງານຂອງຂະແໜງການໃນດ້ານຕ່າງໆເປັນຕົ້ນ ການເຊື່ອມບົດບາດຍິງ-ຊາຍ ແລະ ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງຕິດພັນກັບການບັນລຸເປົ້າໝາຍສະຫັດສະວັດດ້ານ ການ ພັດທະນາຂອງຂະແໜງການ ກໍຄືບົດຮຽນໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນສ້າງຄອບຄົວ ແລະ ບ້ານພັດທະ ນາຕິດພັ ກັບການປະຕິບັດສິດສະເໜີພາບ ຍິງ-ຊາຍ ແລະ ປາສະຈາກການ ໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍແມ່
ຍິງ ແລະ ເດັກນ້ອຍຂອງບາງທ້ອງຖິ່ນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນຕໍ່ບັນຫາທີ່ເປັນອຸປະສັກ ແລະ ສິ່ງທ້າທາຍ ເພື່ອເປັນພື້ນຖານໃນການກຳນົດມາດຕະຖານອັນຈຳເປັນແນໃສ່ໃຫ້ການຈັດຕັ້ງ ປະຕິບັດແຜນຍຸດທະສາດແຫ່ງຊາດເພື່ອສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ເປັນພື້ນຖານແກ່ການກຳນົດວຽກງານໃນຊຸມປີ ຕໍ່ໜ້າ. ພ້ອມ​ນີ້, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບຮັບຮອງ​ເອົາ​ບົດ​ສະຫລຸບ​ກາງ​ສະ​ໄໝຂອງ​ແຜນ​ພັດທະນາ​ ຍຸດ​ທະ​ສາດ​ແຫ່ງ​ຊາດ ​ເພື່ອ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່ຍິງ 5 ປີ ຄັ້ງທີ II (2011-2015) ​ແລະ ​ແຜນ ການ​ທ້າຍ​ສະ​ໄໝ, ບົດ​ສະຫລຸບ​ການ​ເຄື່ອນ​ໄຫວ​ຈັດຕ້ັງປະຕິບັດ​ວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວ ໜ້າ​ແມ່ຍິງປະຈຳ​ສົກ​ປີ 2012- 2013 ​ແລະ ​ແຜນການ​ເຄື່ອນ​ໄຫວ​ປະຈຳ​ສົກ​ປີ 2013-2014 ​ເພື່ອ​ໃຫ້ ຄກມ ທົ່ວ​ປະ​ເທດ​ນຳ​ໄປ​ຜັນ​ຂະ ຫຍາຍ ​ເພື່ອ​ຮັບປະກັນ​ໃຫ້ການ​ ປະສານ​ງານ, ການ​ຊຸກຍູ້​ຕິດຕາມ​ ກວດກາ, ການ​ສະຫລຸບ​ລາຍ​ງານ ​ແລະ ການ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວ ໜ້າແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ​ໃຫ້​ເປັນ​ປົກກະຕິ​ຕໍ່​ເນື່ອງ. ຄຽງ​ຄູ່​ກັບ​ການ​ເອົາ​ໃຈ​ໃສ່​ໂຄສະນາ​ເຜີຍ​ແຜ່ ​ແລະ ສ້າງ​ຂະ​ບວການ​ຕ່າງໆ ​ເພື່ອ​ປູກ​ຈິດ​ສຳ ນຶກ​ໃຫ້​ສັງຄົມ​ມີ​ຄວາມ​ເຂ້ົາ​ໃຈ ກ່ຽວ​ກັບ​ສິດສະ​ເໝີ​ພາບ​ລະຫວ່າງ​ ຍິງ-ຊາຍ, ສ້າງ​ໂອກາດ​ໃຫ້​ທຸກ​ຄົນ​ໃນ​ສັງຄົມ​ໄດ້​ເຂົ້າຮ່ວມ​ການ​ພັດທະນາ, ດຳລົງ​ຊີວິດ ​ແລະ ເຄື່ອນ​ໄຫວ​ຂະ​ບວນການ​ຕ່າງໆ​ຕາມ​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ບ້ານ​ເມືອງ ​ແລະ ສູ້​ຊົນ​ສ້າງ​ເງ່ືອນ​ໄຂ​ໃຫ້​ແມ່ຍິງ​ໄດ້​ຮັບ​ການ​ຍົກ​ລະດັບ​ໃນ​ທຸກ​ດ້ານ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ດ້ານ​ວິຊາ​ການ​ໃຫ້​ນັບ​ມື້ສູງ​ຂຶ້ນ. ສິ່ງ​ສຳຄັນ​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ອຸປະສັກ​ຕ່າງໆ ​ເພື່ອ​ສ້າງ​ໂອກາດ​ໃຫ້​ແມ່ຍິງ, ເດັກ​ຍິງ ໄດ້​ມີ​ໂອກາດ​ເຂົ້າ​ເຖິງ​ການ​ບໍລິການ​ຕ່າງໆ​ທາງ​ສັງຄົມເປັນຕົ້ນການ​ສຶກສາ, ສາທາລະນະ​ສຸກ, ແຮງ​ງານ​-ສະຫວັດດີ​ການ​ສັງຄົມ ​ແລະ ອື່ນໆ.

No comments:

Post a Comment